ວິທະຍຸສາກົນແຫ່ງ ສປ ຈີນ ວັນທີ 24 ມິຖຸນານີ້, ຫ້ອງການຖະແຫລງຂ່າວລັດຖະບານຈີນ ໄດ້ຈັດກອງປະຊຸມຖະແຫລງຂ່າວ, ທ່ານ ຮູເຮີພີງ, ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ກ່າວວ່າ: ການຈັດພິທີລະນຶກໄຊຊະນະ ສົງຄາມຕໍ່ຕ້ານການຮຸກຮານ ຂອງຍີ່ປຸ່ນ ຄົບຮອບ 80 ປີ ເພື່ອໄວ້ອາໄລແກ່ວິລະຊົນທີ່ເສຍສະຫລະຊີວິດ ແລະ ເລືອດເນື້ອຢ່າງ ອົງອາດກ້າຫານໃນສົງຄາມ ແລະ ການປະກອບສ່ວນ ຂອງປະຊາຊົນ ທັງປວງເຂົ້າໃນການຕໍ່ຕ້ານການຮຸກຮານ ຂອງຍີ່ປຸ່ນ ເປັນການປະກາດກ້ອງເຖິງຫລັກໝັ້ນ ແລະ ຄວາມຕັດສິນໃຈ ຂອງປະຊາຊົນຈີນ ທີ່ຈະເດີນຕາມເສັ້ນທາງ ແຫ່ງການພັດທະນາໂດຍສັນຕິ ແລະ ປົກປັກຮັກສາສັນຕິພາບໂລກຢ່າງເດັດດ່ຽວໜຽວແໜ້ນ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ