Friday, June 27, 2025
Homeຂ່າວຕ່າງປະເທດໄທ ປະຕິບັດການຄວບຄຸມເຂດຊາຍແດນ ກັບ ກຳປູເຈຍ ຢ່າງເຂັ້ມງວດ

ໄທ ປະຕິບັດການຄວບຄຸມເຂດຊາຍແດນ ກັບ ກຳປູເຈຍ ຢ່າງເຂັ້ມງວດ

ວິທະຍຸກະຈາຍສຽງຫວຽດນາມ ເມື່ອບໍ່ດົນມານີ້ ທ່ານ ນາງ ແພທອງທານ ຊິນນະວັດ, ນາຍົກລັດຖະມົນຕີໄທ ໄດ້ປະກາດ ຜັນຂະຫຍາຍບັນດາມາດຕະການເຂັ້ມງວດເພື່ອແນໃສ່ປາບປາມເຄືອຂ່າຍຕົວະຕົ້ມຫລອກລວງຂ້າມຊາຍແດນທີ່ມີການເຄື່ອນໄຫວຈາກກຳປູເຈຍ ລວມທັງການກວດກາເຂດຊາຍແດນ ລະຫວ່າງສອງປະເທດຢ່າງເຂັ້ມງວດ. ລັດຖະບານໄທ ຈະຜັນຂະຫຍາຍບັນດາມາດຕະການຫລັກແຫລ່ງ ລວມມີການຄຸ້ມຄອງຢູ່ 7 ແຂວງຊາຍແດນຕິດກັບກຳປູເຈຍຢ່າງເຂັ້ມງວດ, ຈຳກັດເວລາເຮັດວຽກ ແລະ ຫ້າມແຂກທ່ອງທ່ຽວ ມາບັນດາກາສີໂນຢູ່ເຂດຊາຍແດນ ຫລື ໄປຍັງສຽມສຽບ (Siem Reap) ຂອງກຳປູເຈຍ ເພື່ອຫລິ້ນການພະນັນ.

ບັນດາອົງການຂອງໄທ ກໍ່ຈະສຳຫລວດກວດກາ ແລະ ຕັດການເຊື່ອມຕໍ່ ອິນເຕີເນັດ, ສາຍກາບໃຕ້ດິນ ທີ່ກ່ຽວຂ້ອງ ບັນດາເຄືອຂ່າຍຫລອກລວງຢູ່ ກຳປູເຈຍ. ພ້ອມກັນນັ້ນ, ລັດຖະບານໄທ ກໍ່ໄດ້ເພີ່ມທະວີ ການໜູນຊ່ວຍ ຊາວກະສິກອນ ແລະ ວິສາຫະກິດທ້ອງຖິ່ນ ທີ່ຖືກຜົນກະທົບ ຜ່ານໂຄງການເກັບຊື້ ແລະ ກະຕຸກຊຸກຍູ້ ການຊື້ຂາຍ ພາຍໃນປະເທດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments