Thursday, June 26, 2025
Homeຂ່າວໜ້າໜຶ່ງເປີດບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025

ເປີດບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດພິທີເປີດງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025 ພາຍໃຕ້ຫົວຂໍ້: ຊາວໜຸ່ມ-ເຍົາວະຊົນຍຸກໃໝ່ ເສີມຂະຫຍາຍບົດບາດປະຈັນບານເຂົ້າໃນການປະດິດສ້າງຫັນເປັນດີຈິຕອນ ໃນວັນທີ 25-29 ມິຖຸນາ 2025 ຢູ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ , ມີທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຮອງລັດຖະມົນຕີ, ມີບັນດາຮອງປະທານອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ທູຕານຸທູດ, ຊາວໜຸ່ມ-ເຍົາວະຊົນອ້ອມຂ້າງສູນກາງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານ ສຊປລ, ທັງເປັນປະທານຈັດງານດັ່ງກ່າວ ໄດ້ກ່ວໃນພິທີວ່າ: ການຈັດງານໃນຄັ້ງນີ້, ມີຈຸດປະສົງ ເພື່ອການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດ, ແຜນພັດທະນາຊາວໜຸ່ມ-ເຍົາວະຊົນ 5 ປີ ຄັ້ງທີ II; ຍຸດທະສາດການພັດທະນາຊາວໜຸ່ມ, ເຍົາວະຊົນ ປີ 2021-2030 ໂດຍການສ້າງເງື່ອນໄຂ ແລະ ສະພາບແວດລ້ອມທີ່ດີສໍາລັບຊາວໜຸ່ມ-ເຍົາວະຊົນ; ເພື່ອເປີດໂອກາດໃຫ້ຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າໄດ້ສະແດງຄວາມຮູ້, ຄວາມສາມາດ ແລະ ແລກປ່ຽນບົດຮຽນ ແລະ ເປັນການປູກຈິດສຳນຶກຂອງບັນດາຊາວໜຸ່ມ-ເຍົາ ວະຊົນໄດ້ເຂົ້າເຖິງຂໍ້ມູນຂ່າວສານທີ່ສຳຄັນ ແລະ ເປັນປະໂຫຍດ; ເພື່ອທົບທວນຄືນເຖິງຜົນງານ ແລະ ການປະກອບສ່ວນຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແຕ່ລະຂັ້ນ, ຜູ້ປະກອບການໜຸ່ມ ທີ່ຈະໄດ້ນໍາເອົາຜົນງານຂອງຕົນເຂົ້າມາແລກປ່ຽນ, ຮຽນຮູ້ ເຊິ່ງກັນ ແລະ ກັນ ໂດຍຜ່ານເວທີສົນທະນາແລກປ່ຽນ ແລະ ແຂ່ງຂັນ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ 3 ວັນປະຫວັດຊາດຂອງຊາດ, ຂອງພັກ, ສະເຫລີມສະຫລອງ ແລະ ຊົມເຊີຍວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ແລະ ການກະກຽມດໍາເນີນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ທີ່ຈະເປີດຂື້ນໃນມໍ່ໆນີ້. ພ້ອມນັ້ນ, ຍັງເປັນການເປີດໂອກາດໃຫ້ເຍົາວະຊົນ-ອະນຸຊົນ ໄດ້ມີການແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ທາງດ້ານການເວົ້າທີ່ມີເນື້ອໃນ, ມີຫລັກການບ່ອນອີງ ແລະ ກິດຈະກໍາຕ່າງໆ ເພື່ອພັດທະນາຕົນເອງ ໃຫ້ມີຄວາມຮູ້, ຄວາມສາມາດ ກາຍເປັນຜູ້ສືບທອດທີ່ມີຄຸນ ນະພາບຂອງພັກຂອງຊາດ.

ທ່ານ ມອນໄຊ ລາວມົວຊົງ ຍັງເຊື່ອໝັ້ນຢ່າງໜັກແໜ້ນວ່າ: ງານຄັ້ງນີ້ ຈະເປັນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈເຖິງຄວາມໝາຍຄວາມສໍາຄັນຂອງຊາວໜຸ່ມ ແລະ ຫວັງຢ່າງຍິ່ງວ່າ ບັນດາທ່ານທີ່ເຂົ້າຮ່ວມງານ ຈະສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ໃນການສ້າງເງື່ອນໄຂ ເອື້ອອໍານວຍຄວາມສະດວກ ແລະ ພັດທະນາຊາວໜຸ່ມວັນນີ້ ໃຫ້ກາຍເປັນຜູ້ສືບທອດທີ່ດີມີຄຸນນະພາບໃນອະນາຄົດ, ພ້ອມທັງໝັ້ນໃຈວ່າຊາວໜຸ່ມພວກເຮົາ ຈະພ້ອມກັນຝຶກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນພົນລະເມືອງດີ ແລະ ກາຍເປັນຜູ້ສືບທອດທີ່ດີໃນຕໍ່ໜ້າ.

ໃນງານຄັ້ງນີ້, ມີການວາງສະແດງສິນຄ້າ, ຜະລິດຕະພັນຊາວໜຸ່ມ, ຕົວແບບຊາວໜຸ່ມ, ງານວາງສະແດງຮູບພາບມູນເຊື້ອ 70 ປີ ຂອງຄະນະຊາວໜຸ່ມນະຄອນຫລວງ, ນັກທຸລະກິດໜຸ່ມແຫ່ງຊາດ, ກະຊວງ, ອົງການທຽບເທົ່າ, ແຂວງ ແລະ ບັນດາກົມອ້ອມຂ້າງ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ເວທີການສະແດງ, ເວທີສົນທະນາແລກປ່ຽນຄວາມຮູ້, ການແຂ່ງຂັນຂຽນບົດຄວາມຊາວໜຸ່ມ-ເຍົາວະຊົນ, ການບໍລິຈາກເລືອດ ແລະ ງານວາງສະແດງສິນຄ້າອື່ນໆ. ນອກນີ້, ຍັງມີການແຂ່ງຂັນເກມກິລາ, ສິລະປະ ແລະ ການວາດພາບຂອງຫຼານນ້ອຍ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments