Home ຂ່າວພາຍໃນ ຄລິບວິດີໂອ ສົ່ງເສີມການສຶກສາຈະເຜີຍແຜ່ໃນເດືອນກັນຍາ 2025 ນີ້

ຄລິບວິດີໂອ ສົ່ງເສີມການສຶກສາຈະເຜີຍແຜ່ໃນເດືອນກັນຍາ 2025 ນີ້

0
4

ສະຖາບັນວິທະຍາສາດການສຶກສາແຫ່ງຊາດ (ສວສ), ກະຊວງສຶກສາທິການ ແລະ ກິລາ(ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານປະເທດອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມຂຽນສະຄລິບວິດີໂອ ສົ່ງເສີມການສຶກສາ ໃນວັນທີ 23 ມິຖຸນາ 2025 ນີ້ ໂດຍການເປັນປະທານຮ່ວມຂອງ ທ່ານ ອຸທິດ ທິບມະນີ ຮອງຜູ້ອໍານວຍການ ສວສ ແລະ ທ່ານ ນາງ ວາເນັດຊ້າ ເຮັກກາທີ ເລຂາເອກສະຖານທູດອດສະຕຣາລີ ປະຈຳ ສປປ ລາວ, ມີຄະນະອໍານວຍການສູນພັດທະນາສື່ການຮຽນ-ການສອນ ແລະ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ມີທີມງານຈາກບັນດາກົມທີ່ກ່ຽວຂ້ອງ, ທີມງານແຜນງານບີຄວາ ແລະ ຕາງໜ້າອົງການອຸຍນີເຊບ ປະຈໍາລາວ ລາວ ເຂົ້າຮ່ວມ.

ທ່ານ ອຸທິດ ທິບມະນີ ໄດ້ໃຫ້ຮູ່ວ່າ: ກອງປະຊຸມໃນຄັ້ງນີ້, ຈັດຂຶ້ນໂດຍມີຈຸດປະສົງ ແລະ ເຫດຜົນຫລັກຂອງການສ້າງສາລະຄະດີວິດີໂອ ສົ່ງເສີມການສຶກສາ ເພື່ອເປັນການຊຸກຍູ້ສົ່ງເສີມໃຫ້ສັງຄົມລາວ ເຫັນໄດ້ຄວາມສໍາຄັນຂອງການສຶກສາ ເພາະວ່າການສຶກສາເປັນພື້ນຖານຂອງການດໍາລົງຊີວິດວຽກງານ. ດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ ເນື່ອງຈາກສະພາບການຂອງໂລກ ກໍຄື ສະພາບການບ້ານເມືອງຂອງລາວເຮົາ ໄດ້ຮັບຜົນສະທ້ອນຈາກສະພາບຄວາມຍຸ້ງຍາກທາງດ້ານເສດຖະກິດ-ສັງຄົມ ສົ່ງຜົນໃຫ້ການເອົາໃຈໃສ່ໃນການສຶກສາຮໍ່າຮຽນຂອງນັກຮຽນ ກໍຄື ການສົ່ງເສີມຂອງຜູ້ປົກຄອງຕໍ່ການສຶກສາ ໄດ້ມີທ່າອ່ຽງຫລຸດໜ້ອຍຖອຍລົງເລື້ອຍໆ. ສະນັ້ນ, ວິດີໂອ ສົ່ງເສີມການສຶກສາ ທີ່ຄົ້ນຄວ້າສ້າງຂຶ້ນມານີ້ ຈະເປັນທ່າແຮງໜຶ່ງໃນການດຶງດູດຜູ້ຊົມ ກໍຄື ສັງຄົມລາວເຫັນໄດ້ຄວາມສໍາຄັນຂອງການສຶກສາຕໍ່ກັບການດໍາລົງຊີວິດວຽກງານປະຈໍາວັນ.

ຖອກາດນີ້, ທ່ານ ອຸທິດ ທິບມະນີ ຍັງໄດ້ຮຽກຮ້ອງໃຫ້ທີມງານທຸກທ່ານຈົ່ງໄດ້ເອົາໃຈໃສ່ຄົ້ນຄວ້າສະຄລິບໃຫ້ດີ, ຖີ່ຖ້ວນ ແລະ ອອກມາດີທີ່ສຸດ ຕາມທີ່ທາງທີມງານໄດ້ກະກຽມມາ ເຫັນວ່າມີວິດີໂອຫລາຍຕອນປະມານ 4-5 ຕອນ, ທຸກຕອນກໍໜ້າສົນໃຈ ແລະ ເປັນປະໂຫຍດໃນການສົ່ງເສີມການສຶກສາ. ແຕ່ເນື່ອງຈາກວ່າເປັນວິດີໂອແບບໃໝ່ຊຸດທຳອິດ ຕ່າງຈາກວິດີໂອທີ່ເຄີຍຜະລິດຜ່ານມາ ທັງມີເວລາຈໍາກັດ ແລະ ຕາມການປຶກສາຂັ້ນວິຊາການຂອງທີມງານຜະລິດຕົວຈິງຂອງທັງສອງສູນຄື: ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ແລະ ສູນພັດທະນາສື່ການຮຽນ-ການສອນ ເຫັນວ່າຄວນຜະລິດຈໍານວນຕາມຄວາມສາມາດຕົວຈິງ ເພື່ອໃຫ້ທັນກັບສະພາບຂອງການໃຊ້ງານ. ວິດີໂອນີ້, ຈະໃຫ້ມີການເຜີຍແຜ່ກ່ອນເປີດສົກຮຽນໃໝ່ໃນເດືອນກັນຍາ 2025 ທີ່ຈະມາເຖິງນີ້. ສະນັ້ນ, ໃຫ້ຄົ້ນຄວ້າເຮັດຈໍານວນໜ້ອຍກ່ອນ ແຕ່ໃຫ້ມີຄຸນນພາບດີເລີດ, ອາດຈະເຮັດສູນລະວິດີໂອກ່ອນ ເພາະຖ້າເຮັດຈໍານວນຫລາຍຕາມການກະກຽມ ອດຈະບໍ່ທັນຕາມແຜນການ. ຫລັງຈາກນັ້ນ, ຈຶ່ງຫາເວລາຄົ້ນຄວ້າສ້າງວິດີໂອຕໍ່ໄປອີກຈະເປັນການດີ ແລະ ຫວັງວ່າຈະມີວິດີໂອດີໆ ທີ່ເປັນປະໂຫຍດຕໍ່ການສຶກສາ ກໍຄື ຕໍ່ສັງຄົມລາວເຜີຍແຜ່ອອກສູ່ສັງຄົມໂດຍໄວຕາມແຜນການ.

ທ່ານ ນາງ ວາເນັດຊ້າ ເຮັກກາທີ ໄດ້ຊົມເຊີຍຕໍ່ການຮ່ວມມືດັ່ງກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນສ່ວນໜຶ່ງຂອງຄວາມພະຍາຍາມຮ່ວມກັນ ເພື່ອແກ້ໄຂບັນຫາອັນຮີບດ່ວນທີ່ສຸດໃນຂະແໜງການສຶກສາປະຈຸບັນ ກໍຄື ການປະລະການຮຽນຂອງນັກຮຽນ, ເດັກນ້ອຍໃນລາວຫລາຍຄົນ ໄດ້ອອກໂຮງຮຽນໄວເກີນໄປ ແລະ ເມື່ອເຂົາເຈົ້າອອກໂຮງຮຽນ, ໄດ້ຈຳກັດອະນາຄົດຂອງເຂົາເຈົ້າ, ດ້ານໂອກາດຂອງຕົນເອງ ແລະ ການພັດທະນາປະເທດຊາດ. ຜ່ານວິດີໂອສັ້ນ, ທີ່ມີຄຸນຄ່າ, ພວກເຮົາຫວັງວ່າຈະໄດ້ສົ່ງຂໍ້ຄວາມໂດຍກົງເຖິງຜູ້ປົກຄອງ, ນັກຮຽນ, ຜູ້ເຮັດວຽກໃນຂະແໜງການສຶກສາ, ຄູ ແລະ ຊຸມຊົນ; ຊຸກຍູ້ສົ່ງເສີມໃຫ້ເຂົາເຈົ້າເຫັນວ່າການສຶກສາເປັນການລົງທຶນທີ່ມີຄ່າໃນອະນາຄົດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here