Wednesday, June 18, 2025
Homeຂ່າວໜ້າໜຶ່ງຕີລາຄາການປະຕິບັດ ວຽກແກ້ໄຂບັນຫາຢາເສບຕິດບໍລິເວນຊາຍແດນ ລາວ-ໄທ, ໄທ-ລາວ

ຕີລາຄາການປະຕິບັດ ວຽກແກ້ໄຂບັນຫາຢາເສບຕິດບໍລິເວນຊາຍແດນ ລາວ-ໄທ, ໄທ-ລາວ

ກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດບໍລິເວນຊາຍແດນ ລາວ-ໄທ ຮ່ວມກັບ ເຈົ້າກົມກິດຈະການຊາຍແດນທະຫານ ແລະ ຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດບໍລິເວນຊາຍແດນ ໄທ-ລາວ ຈັດກອງປະຊຸມ ເພື່ອແກ້ໄຂບັນຫາຢາເສບຕິດບໍລິເວນຊາຍແດນ ລາວ-ໄທ, ໄທ-ລາວ ຄັ້ງທີ VI ໃນວັນທີ 16 ມິຖຸນາ 2025 ຢູ່ແຂວງສະຫວັນນະເຂດ ໂດຍການເປັນປະທານຮ່ວມຂອງ ທ່ານ ພົນຈັດຕະວາ ອຸ່ນຄໍາ ສີແຫວນວົງສັກ ຜູ້ບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ, ຫົວໜ້າຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດບໍລິເວນຊາຍແດນ ລາວ-ໄທ, ທ່ານ ພົນໂທ ນັດຖະພົງ ເພຣົາແກ້ວ ເຈົ້າກົມກິດຈະການຊາຍແດນ ແຫ່ງຣາຊະອານະຈັກໄທ, ຫົວໜ້າຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດບໍລິເວນຊາຍແດນໄທ-ລາວ ພ້ອມດ້ວຍຄະນະປະຕິບັດງານ ແລະ ຄະນະໜ່ວຍປະສານງານທັງສອງຝ່າຍ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ເພື່ອເປັນການປຶກສາຫາລື, ແລກປ່ຽນຄໍາຄິດເຫັນ ແລະ ສະຫລຸບຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານ ຕາມເນື້ອໃນບົດບັນທຶກ ແລະ ຂໍ້ກໍານົດ ຂອງກອງປະຊຸມຄະນະປະຕິບັດງານເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ, ໄທ-ລາວ ຄັ້ງຜ່ານມາ. ກອງປະຊຸມຄັ້ງນີ້, ໄດ້ເຫັນດີເປັນເອກະພາບໃນຫລາຍມາດຕະການທີ່ສໍາຄັນ ເພື່ອເຮັດໃຫ້ບໍລິເວນຊາຍແດນມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ປາສະຈາກບັນຫາຢາເສບຕິດຢ່າງສິ້ນເຊີງ. ນອກຈາກນີ້, ຍັງມີການຮ່ວມມືອື່ນໆໃນລະດັບສູນກາງ ແລະ ທ້ອງຖິ່ນ, ຂັ້ນແຂວງ ໃນການປະສານງານແກ້ໄຂ, ມ້າງຄະດີຢາເສບຕິດ ເຊິ່ງມີຜົນສໍາເລັດຫລາຍດ້ານເຊັ່ນ: ການຢຶດຈັບຢາເສບຕິດ ແລະ ຜູ້ຄ້າລາຍໃຫຍ່ໄດ້ຢ່າງຫລວງຫລາຍ. ສິ່ງເຫລົ່ານັ້ນ, ເປັນການສະແດງເຖິງການເພີ່ມທະວີສາຍພົວພັນຮ່ວມມືທີ່ດີ ລະຫວ່າງສອງຊາດ, ສອງກອງທັບ ລາວ-ໄທ, ໄທ-ລາວ ໃຫ້ນັບມື້ເປັນຮູບປະທໍາ ແລະ ກ້າວເຂົ້າສູ່ຄວາມເປັນຈິງ. ພ້ອມນັ້ນ, ສອງຝ່າຍຍັງຈະໄດ້ກໍານົດແຜນການໃນການແກ້ໄຂບັນຫາຢາເສບຕິດ ໃຫ້ມີຄວາມສອດຄ່ອງກັນ ແລະ ມີການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນຍິ່ງຂຶ້ນ ແນໃສ່ເຮັດໃຫ້ຊາຍແດນ ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ມີສະຖຽນລະພາບ ແລະ ການຮ່ວມມືດ້ານຕ່າງໆ ທີ່ສອດຄ່ອງກັບທ່າອ່ຽງລວມໃນຂົງເຂດ, ອະນຸພາກພື້ນ ແລະ ສາກົນ, ທັງເປັນການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ສອງປະເທດ ໄດ້ພັດທະນາກ້າວໄປສູ່ຄວາມສີວິໄລ ແລະ ປາສະ ຈາກສິ່ງເສບຕິດ. ພ້ອມດຽວກັນ, ຍັງເປັນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ ເຊິ່ງເປັນການສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ປະຊາຊົນທັງສອງປະ ເທດ ສາມາດທໍາມາຫາກິນ ປະກອບອາຊີບ, ເຮັດທຸລະກິດການຄ້າ, ການທ່ອງທ່ຽວ, ການລົງທຶນ ແລະ ສາມາດເດີນທາງໄປມາຫາສູ່ກັນຢ່າງສະດວກສະບາຍ ແລະ ມີຄວາມປອດໄພ.

ສໍາລັບ ສປປ ລາວ ມີຊາຍແດນຕິດຈອດກັບ ຣາຊະອານາຈັກໄທ ໂດຍມີແມ່ນໍ້າຂອງໄຫລຜ່ານກາງ ທັງໝົດ 9 ແຂວງ ແລະ ໄດ້ຕິດຈອດກັບ 12 ແຂວງ ຂອງຣາຊະອານາຈັກໄທ. ດັ່ງນັ້ນ, ການພົວ ພັນຮ່ວມມືກັນ ຈຶ່ງເປັນສິ່ງຈໍາເປັນ ແລະ ສໍາຄັນໃນການຮ່ວມມືແກ້ໄຂບັນຫາຢາເສບຕິດ, ການຄ້າຂາຍສິ່ງຜິດກົດໝາຍຕ່ແລະ ບັນຫາອື່ນໆ ຕາມບໍລິເວນຊາຍແດນໃຫ້ຫລຸດໜ້ອຍຖອຍລົງ ແລະ ໝົດໄປເທື່ອລະກ້າວ.

ໂອກາດນີ້, ຄະນະປະທານທັງສອງຝ່າຍ ໄດ້ພ້ອມກັນລົງນາມໃນບົດບັນທຶກກອງປະຊຸມ ເພື່ອເປັນການສືບຕໍ່ການພົວພັນຮ່ວມມື, ການແລກປ່ຽນຂໍ້ມູນຂ່າວສານຕ່າງໆຢ່າງຮອບດ້ານ ໃນການແກ້ໄຂບັນຫາຢາເສບຕິດບໍລິເວນຊາຍແດນ ລາວ-ໄທ, ໄທ-ລາວ ໃນອະນາຄົດ ຕື່ມອີກ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments