Home ຂ່າວດ່ວນ ທະຫານ-ຕຳຫລວດ ເດັດຂາດໃນການປາບປາມ, ກວາດລ້າງ ແລະ ແກ້ໄຂ ປະກົດການຫຍໍ້ທໍ້ໃນສັງຄົມ

ທະຫານ-ຕຳຫລວດ ເດັດຂາດໃນການປາບປາມ, ກວາດລ້າງ ແລະ ແກ້ໄຂ ປະກົດການຫຍໍ້ທໍ້ໃນສັງຄົມ

0

ປັດຈຸບັນນີ້, ທົ່ວສັງຄົມລາວກຳລັງຜະເຊີນກັບປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນການປຸ້ນຈີ້-ຊີງຊັບ, ອາລະວາດຕີກັນ, ລັກຊັບ ແລະ ອື່ນໆ ເຊິ່ງເຫດການດັ່ງກ່າວ ໄດ້ສ້າງຄວາມເສຍຫາຍທາງດ້ານຊັບສິນ ແລະ ຮ້າຍແຮງກວ່ານັ້ນ ອາດນໍາໄປສູ່ການເສຍຊີວິດ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ-ປອດໄພ ແລະ ບໍ່ເປັນລະບຽບຮຽບຮ້ອຍ. ທັງໝົດນີ້, ລ້ວນແຕ່ມີສາເຫດ, ແຮງຈູງໃຈ ຕົ້ນຕໍມາຈາກສິ່ງເສບຕິດ (ຢາບ້າ, ກະທ້ອມ, ເຮໂຣອິນ…) ແລະ ການພະນັນ ບໍ່ວ່າຈະຮູບແບບເກົ່າ ຫລື ອອນລາຍ.

ຕໍ່ກັບບັນຫາດັ່ງກ່າວ, ພັກ-ລັດຖະບານ ສະເພາະ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ໄດ້ເປັນເຈົ້າການ, ປະສານສົມທົບກັບອຳນາດການປົກຄອງທຸກຂັ້ນ ພ້ອມກັນທຸບມ້າງກົນອຸບາຍ, ໃຊ້ມາດຕະການທີ່ເດັດຂາດໃນການປາບປາມກວາດລ້າງ ແລະ ຕໍ່ຕ້ານກຸ່ມຄົນບໍ່ຫວັງດີ.

ຢ່າງໃດກໍຕາມ, ຫລາຍຄົນອາດຈະຕັ້ງຄຳຖາມໃນໃຈວ່າ ໃນກໍລະນີເກີດເຫດການປະທະກັນ ແລ້ວກຸ່ມຄົນບໍ່ດີ ເອົາອາວຸດເສິກມາຈາກໃສ?, ໃຜເປັນຜູ້ຂາຍໃຫ້? ທັງທີ່ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຂະແໜງການທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ໃນການປະສານ, ທັງຮ່ວມມືກັນໃນການຄວບຄຸມ, ຕິດຕາມກວດກາ, ປ້ອງກັນ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາດັ່ງກ່າວຢ່າງເຖິງຖອງ, ກໍຍ້ອນໃນປັດຈຸບັນ, ສະພາບການທາງດ້ານເສດຖະກິດ-ສັງຄົມ ມີການຂະຫຍາຍຕົວ, ມີການເຊື່ອມໂຍງ-ເຊື່ອມຈອດ ກັບບັນດາປະເທດໃນພາກພື້ນ ແລະ ສາກົນ ເຊິ່ງເຮັດໃຫ້ມີບຸກຄົນ ແລະ ກຸ່ມຄົນບໍ່ດີເຄື່ອນໄຫວຊື້-ຂາຍອາວຸດ ແລະ ວັດຖຸລະເບີດທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການມີລັກສະນະເພີ່ມຂຶ້ນ; ຫລາຍກໍລະນີມີລັກສະນະເປີດແປນ (ບໍ່ວ່າຈະຢູ່ໃນຮູບແບບທົ່ວໄປ ຫລື ຮູບແບບນຳໃຊ້ສື່ສັງຄົມອອນລາຍເປັນບ່ອນຊື້-ຂາຍ) ເຊິ່ງໄດ້ກາຍເປັນໜຶ່ງໃນບັນດາປະກົດການຫຍໍ້ທໍ້ທາງສັງຄົມ, ເຮັດໃຫ້ພວກຄົນບໍ່ດີໄດ້ຄອບຄອງ, ນຳໃຊ້ອາວຸດ ແລະ ວັດຖຸລະເບີດ ເຄື່ອນໄຫວກໍ່ອາຊະຍາກຳຕ່າງໆເປັນ ຕົ້ນ ການຄາດຕະກຳ, ປຸ້ນຈີ້, ຊີງຊັບ ແລະ ນາບຂູ່ປະຊາຊົນທີ່ບໍລິສຸດ ເພື່ອຫວັງເອົາຊັບສິນທີ່ມີຄ່າ. ຕໍ່ບັນຫາດັ່ງກ່າວ ໄດ້ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດ, ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ເຊິ່ງແຕະຕ້ອງເຖິງຊີວິດ, ສຸຂະພາບ ແລະ ຊັບສິນຂອງລັດ, ລວມໝູ່, ຂອງບຸກຄົນ ແລະ ອື່ນໆ.

ຍ້ອນເຫັນໄດ້ບັນຫາ ແລະ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ຈາກການນຳໃຊ້ອາວຸດ ທີ່ບໍ່ຖືກຕ້ອງໃນສັງຄົມ ທີ່ມີລັກສະນະເພີ່ມຂຶ້ນ, ລັດຖະບານຈຶ່ງໄດ້ມອບໃຫ້ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບ ກະຊວງປ້ອງກັນປະເທດ ເປັນເຈົ້າການເດັດຂາດໃນການປາບປາມ, ກວາດລ້າງ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ ສອດຄ່ອງກັບກົດໝາຍ ແນໃສ່ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບ, ປະກອບສ່ວນເຂົ້າໃນການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ.

ໂດຍ: ຈິດ ເພັດພູທອງ

ຂໍ້ມູນ-ພາບ: ໜັງສືພິມກອງທັບ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version