Home ຂ່າວໜ້າໜຶ່ງ ສະພາແຫ່ງຊາດ ຕີລາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບ 2 ວາລະແຫ່ງຊາດ

ສະພາແຫ່ງຊາດ ຕີລາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບ 2 ວາລະແຫ່ງຊາດ

0

ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 9 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດານເສດຖະກິດ. ໂດຍສະເໜີໃຫ້ລັດຖະບານ ສຶບຕໍ່ແກ້ໄຂບາງບັນຫາທີ່ສຳຄັນ ເພື່ອເຮັດໃຫ້ການຈັດຕັັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

ທ່ານ ສົມມາດ ພົນເສນາ ໃຫ້ຮູ້ອີກວ່າ: ຄະນະປະຈຳສະພາແຫ່ງຊາດ ເປັນເອກະພາບຕໍ່ການຕີລາຄາຂໍ້ຄົງຄ້າງ ແລະ ບັນດາສາເຫດ ຕາມບົດລາຍງານຂອງລັດຖະບານ, ຜ່ານການຕິດຕາມກວດກາ ສະພາແຫ່ງຊາດ ເຫັນວ່າບາງຄາດໝາຍມີຄວາມຄືບໜ້າໜ້ອຍ ແລະ ມີຄວາມສ່ຽງທີ່ຈະບໍ່ບັນລຸໄດ້ ຕາມມະຕິສະພາແຫ່ງຊາດ, ການເກັບກຳຂໍ້ມູນຕົວເລກສະຖິຕິ ແລະ ການຄົ້ນຄວ້າວິໄຈ ເພື່ອຮັບໃຊ້ການປະເມີນ ການຈັດຕັ້ງປະຕິບັດ ບັນດາຄາດໝາຍຂອງ ແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບ 2 ວາລະແຫ່ງຊາດ ຍັງມີຂໍ້ຈຳກັດ ແລະ ບໍ່ທັນຈະແຈ້ງເທົ່າທີ່ຄວນ, ມອບໃຫ້ລັດຖະບານ ເອົາໃຈໃສ່ຈັດຕັ້ງປະຕິບັດໃນໄລຍະ 6 ເດືອນທ້າຍປີ ໃຫ້ມີຜົນສຳເລັດຕາມຄາດໝາຍ ເຊັ່ນ: ການຈັດຕັ້ງປະຕິບັດພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕິດພັນກັບ ບັນດາຫລັກການ, ຄາດໝາຍ ແລະ ວຽກຈຸດສຸມ ຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກເສດຖະກິດ-ການເງິນຍັງບໍ່ທັນເຫັນໄດ້ຜົນງານອັນພົ້ນເດັ່ນ, ການປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາ ເສບຕິດຍັງບໍ່ທັນເຂັ້ມງວດ, ເດັດຂາດ, ຍັງມີສະພາບການລັກລອບຄ້າຂາຍຢາເສບຕິດ, ການເສບຕິດ ແລະ ປະກົດການຫຍໍ້ທໍ້ເກີດຂຶ້ນໃນສັງຄົມ ຍ້ອນຕິດພັນກັບບັນຫາຢາເສບຕິດ; ອັດຕາການເຕີບໂຕຂອງເສດຖະກິດມະຫາພາກ ຂະຫຍາຍຕົວ 4.5%, ແຕ່ການພັດທະນາ ເສດຖະກິດ-ສັງຄົມ ໃນໄລຍະປັດຈຸບັນ ຍັງບໍ່ທັນໄປຕາມທິດສີຂຽວ ແລະ ຍືນຍົງ, ເຖິງແມ່ນວ່າເສດຖະກິດມີການເຕີບໂຕ, ແຕ່ຍັງອາໄສຂະແໜງການຂຸດຄົ້ນ ຊັບພະຍາກອນທຳມະຊາດຂາຍວັດຖຸດິບເປັນຫລັກ, ເຮັດໃຫ້ສິ່ງແວດລ້ອມທຳມະຊາດຖືກທຳລາຍຢ່າງໜັກໜ່ວງ, ສ້າງຜົນກະທົບຮ້າຍແຮງດ້ານສັງຄົມ ເຮັດໃຫ້ປະຊາຊົນຍັງມີຫາງສຽງຈົ່ມວ່າຫລາຍ, ເງື່ອນໄຂການທຳມາຫາກິນຂອງປະຊາຊົນ ໄດ້ຮັບຜົນກະທົບບໍ່ໜ້ອຍ; ການປະຕິບັດນະໂຍບາຍ ແລະ ມາດຕະການຊຸກຍູ້ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ຍັງບໍ່ທັນແຂງແຮງ ແລະ ບໍ່ທັນດຶງດູດໄດ້ ໂຄງການລົງທຶນຂະໜາດໃຫຍ່ ທີ່ມີປະສິດທິຜົນສູງ, ໂຄງການສຳປະທານຕ່າງໆ ທີ່ໄດ້ຮັບອະນຸຍາດໄປແລ້ວ ຍັງຊັກຊ້າແກ່ຍາວ, ຕໍ່ອາຍຸໂຄງການຫລາຍເທື່ອ ແລະ ມີຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ໂດຍສະເພາະ ໂຄງການພັດທະນາແຮ່ທາດ; ການຂຸດຄົ້ນແຮ່ທາດໄດ້ຫລາຍ, ມີການສົ່ງອອກ ແຕ່ການເກັບລາຍຮັບເຂົ້າລັດ ຍັງບໍ່ທັນໄດ້ດີ ມີການຮົ່ວໄຫລຫລາຍ, ມູນຄ່າຄັງສຳຮອງຍັງບໍ່ທັນເພີ່ມຂຶ້ນ, ຍັງມີການຍົກເວັ້ນ ຄ່າຊັບພະຍາກອນທຳມະຊາດ, ພາສີສົ່ງອອກ, ອາກອນກໍາໄລ, ການຖອກມອບພັນທະ ເຂົ້າງົບປະມານ ກໍຍັງຊັກຊ້າ ແລະ ບໍ່ທັນໄດ້ຄົບຖ້ວນ.

ການປະຕິບັດນະໂຍບາຍ ຕໍ່ການຜະລິດເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກ ເປັນສິນຄ້າຂອງຂະແໜງກະສິກຳຍັງບໍ່ທັນເຂັ້ມແຂງ ແລະ ຍັງບໍ່ສາມາດຕອບສະໜອງ ຕໍ່ກັບຄວາມຕ້ອງການ ຕົວຈິງ,ໂດຍສະເພາະ ການສົ່ງເສີມດ້ານ ທຶນຮອນ, ແນວພັນ, ຝຸ່ນ, ປຸ໋ຍ ຊຶ່ງຍັງມີການນຳເຂົ້າ ຈໍນວນຫລາຍ; ການສຸມທຶນພັດທະນາ ແລະ ປົກປັກຮັກສາຊົນລະປະທານ ຍັງບໍ່ທັນເຮັດໄດ້ດີ ເທົ່າທີ່ຄວນ; ສະພາບພື້ນຖານໂຄງລ່າງຊຸດໂຊມ ການບູລະນະສ້ອມແປງເສັ້ນທາງ ມີຄວາມຄືບໜ້າຊ້າ, ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ການ ຂົນສົ່ງສິນຄ້າ, ການສັນຈອນຂອງປະຊາຊົນ ແລະ ນັກທ່ອງທ່ຽວ, ພາຫະນະຍັງບັນທຸກນໍ້າໜັກເກີນ ມາດຕະຖານຂອງເສັ້ນທາງ, ການບໍາລຸງຮັກສາ ບໍ່ໄປຕາມລະບຽບການ,ການແບ່ງຄວາມຮັບຜິດຊອບ ໃນການຄຸ້ມຄອງເສັ້ນທາງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນລະອຽດຈະແຈ້ງ; ການປະຕິບັດແຜນງົບປະມານແຫ່ງລັດ ເຫັນວ່າມີຄວາມຄືບໜ້າຊ້າທຽບໃສ່ຖານລາຍຮັບ GDP ໄດ້ 9,89%, ການຈັດເກັບລາຍຮັບຍັງບໍ່ທັນຄົບຖ້ວນ, ການຂຸດຄົ້ນແຫລ່ງລາຍຮັບໃໝ່ ຍັງບໍ່ທັນມີຄວາມຫລາກຫລາຍ, ການຫັນເປັນທັນສະໄໝ ໃນການຈັດເກັບລາຍຮັບ ແລະ ການເກັບອາກອນທີ່ດິນ ຜ່ານລະບົບທະນາຄານ ຍັງມີຄວາມຫຍຸ້ງຍາກ ແລະ ບໍ່ທັນລວມສູນ, ບໍ່ທັນສ້າງຄວາມສະດວກໃຫ້ແກ່ປະຊາຊົນ. ການປະຕິບັດແຜນລາຍຈ່າຍ ຍັງມີຄວາມຄືບໜ້າຊ້າ (ໄດ້ 31%), ການຈັດສັນງົບປະມານໃຫ້ ບ້ວງກອງທຶນທາງໃສ່ບັນຊີໂຄງການ ຍັງບໍ່ທັນສຳເລັດ, ການແກ້ໄຂບັນຫາໜີ້ສິນໂຄງການລົງທຶນຂອງລັດທີ່ສໍາເລັດ 100% ແຕ່ຍັງຄ້າງຊຳລະມາດົນ ຍັງຄືບໜ້າໜ້ອຍ.

ສຳລັບການປະຕິບັດບາງຄາດໝາຍດ້ານເງິນຕາ ຍັງມີຄວາມຫຍຸ້ງຍາກ ເປັນຕົ້ນບັນຫາເງິນເຟີ້, ເງິນກີບອ່ອນຄ່າທຽບ ໃສ່ສະກຸນເງິນຕ່າງປະເທດ ຍັງບໍ່ມີສະຖຽນລະພາບ, ການຄ້າຕ່າງປະເທດເກີນດູນແຕ່ຄັງແຮ່ສຳຮອງເງິນຕາຕ່າງປະເທດ ກຸ້ມການນຳເຂົ້າໄດ້ແຕ່ 5 ເດືອນ, ປະລິມານເງິນ M2 ໂດຍສະເພາະການປ່ອຍສິນເຊື່ອຍັງປະຕິບັດໄດ້ໜ້ອຍ ໃຫ້ແກ່ປະຊາຊົນຜູ້ທີ່ມີຄວາມຈຳເປັນ ໃນການທຳການຜະລິດໂດຍສະເພາະ ການສະໜອງທຶນໃຫ້ແກ່ຜູ້ປະກອບການ ວິສາຫະກິດຂະໜາດກາງ, ຂະໜາດນ້ອຍ ແລະ ຈຸນລະວິສາກິດ (MSMEs) ເຊິ່ງບໍ່ທັນກ້ວາງຂວາງ ແລະ ທົ່ວເຖິງ;ການປະຕິບັດຄາດໝາຍ ໃນຂົງເຂດວັດທະນະ ທຳ-ສັງຄົມ ຍັງບໍ່ທັນໄດ້ຕາມມະຕິສະພາ ແຫ່ງຊາດ, ເຖິງວ່າການປະຕິບັດຫລາຍຄາດໝາຍມີຄວາມຄືບໜ້າ ແລະ ທ່າອ່ຽງທີ່ດີ, ແຕ່ກໍເຫັນວ່າ ຍັງມີຫລາຍດ້ານທີ່ມີຄວາມຫຍຸ້ງຍາກ ເປັນຕົ້ນ ບັນຫາຂາດແຄນຄູ ອານຸບານ ແລະ ຊັ້ນປະຖົມ, ການລາອອກຂອງຄູ ຫລື ຄູອາສາສະໝັກ ຢູ່ເຂດຊົນນະບົດ, ການປະລະການຮຽນຊັ້ນມັດທະຍົມ; ຄຸນນະພາບ ການບໍລິການປິ່ນປົວ, ລະບົບປະກັນສຸຂະພາບ ຍັງບໍ່ທັນຄ່ອງຕົວທາງດ້ານການເງິນ, ລະບົບການບໍລິການ ຝາກທ້ອງ ແລະ ການເກີດລຸກທີ່ມີແພດຊ່ວຍ, ການຂາດແຄນແພດ, ການສັກວັກຊິນກັນພະຍາດບໍ່ສາມາດລົງເຄື່ອນໄຫວໄດ້ຕາມແຜນການ, ເຄື່ອງມື, ອຸປະກອນການແພດ ແລະ ຢາປິ່ນປົວພະຍາດບໍ່ພຽງພໍ, ວຽກງານ ອສບ (ອາສາສະໝັກສາທາລະນະສຸກຂັ້ນບ້ານ) ມີແຕ່ຜູ້ອາຍຸສູງ, ການສ້າງກອງທຶນຄຸ້ມຄອງໄພພິບັດ ແລະ ການໂຮມກັນຂອງອົງການປະກັນສັງຄົມ ແລະ ຫ້ອງການປະກັນສຸຂະພາບຍັງບໍ່ທັນໄດ້ ຈັດຕັ້ງປະຕິບັດ; ການບູລະນະ, ປົກປັກຮັກສາ, ພັດທະນາພື້ນຖານໂຄງລ່າງ, ການປົກປັກຮັກສາສິ່ງແວດລ້ອມເພື່ອການທ່ອງທ່ຽວ ໃນແຕ່ລະທ້ອງຖິ່ນ ຍັງເຮັດບໍ່ທັນໄດ້ດີ, ປະກົດການຫຍໍ້ທໍ້ດ້ານສັງຄົມ ຍັງມີແຜ່ຫລາຍ ເປັນຕົ້ນ ການໃຊ້ຢາສູບໄຟຟ້າ, ຄຣໍລາເຈນທີ່ປະສົມສານ ອັນຕະລາຍຕໍ່ສຸຂະພາບ, ການແຜ່ເຊື້ອພະຍາດ ເອດສ໌ໄອວີ-ເອດສ໌, ບັນຫາການຄຸ້ມຄອງຮ້ານບັນເທີງ ແລະ ອື່ນໆ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version