ວິທະຍຸ ສາກົນແຫ່ງ ສປ ຈີນ, ວັນທີ 8 ມິຖຸນານີ້, ທ່ານ ສີ ຈິ້ນຜິງ, ປະທານ ປະເທດຈີນ ແລະ ທ່ານ ມິນ ອອງລາຍ ຜູ້ນຳມຽນມາ ໄດ້ສົ່ງສານ ຊົມເຊີຍ ຕໍ່ກັນ ເນື່ອງໃນໂອກາດ ທີ່ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນ ທາງການທູດຈີນ-ມຽນມາ ຄົບຮອບ 75 ປີ.ເນື້ອໃນສານ ຊົມເຊີນຂອງ ທ່ານ ສີ ຈິ້ນຜິງ ເນັ້ນໜັກວ່າ: ສປ ຈີນ ໃຫ້ຄວາມສຳຄັນ ໃນລະດັບສູງ ຕໍ່ການຂະຫຍາຍ ສາຍພົວພັນ ຈີນ-ມຽນມາ, ຍິນດີ ຮ່ວມກັບ ມຽນມາ ສຸມທຸກ ຄວາມພະຍາຍາມ, ຖືການສ້າງຕັ້ງ ສາຍພົວພັນ ທາງການທູດ ລະຫວ່າງ ສອງປະເທດ ຄົບຮອບ 75 ປີ, ເລັ່ງລັດ ຊຸກຍູ້ ການຮ່ວມມື ທີ່ຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ, ຮ່ວມກັນ ຈັດຕັ້ງ ປະຕິບັດ ຂໍ້ລິເລີ່ມ ການພັດທະນາ ທົ່ວໂລກ, ຂໍ້ລິເລີ່ມຄວາມໝັ້ນຄົງ ທົ່ວໂລກ ແລະ ຂໍ້ລິເລີ່ມ ອະລິຍະທຳ ທົ່ວໂລກ, ຊຸກຍູ້ໃຫ້ຄູ່ຮ່ວມ ຊາຕາກຳ ຈີນ-ມຽນມາ ລົງສູ່ລວງເລິກ ແລະ ມີຄວາມໜັກແໜ້ນຍິ່ງຂຶ້ນ ຢ່າງບໍ່ຢຸດຢັ້ງ, ສ້າງຜົນປະໂຫຍດ ໃຫ້ແກ່ ປະຊາຊົນ ສອງຊາດ ຫລາຍກວ່າເກົ່າ. ຂະນະທີ່ ເນື້ອໃນສານຂອງ ທ່ານ ມິນ ອອງລາຍ ລະບຸວ່າ: ມຽນມາ ໄດ້ປະສົບໄພແຜ່ນດິນໄຫວ ທີ່ຮ້າຍແຮງ, ລັດຖະບານ ແລະ ປະຊາຊົນຈີນ ໄດ້ໃຫ້ການຊ່ວຍເຫລືອ ດ້ານມະນຸດສະທຳ ຢ່າງທັນການ, ສະແດງ ໃຫ້ເຫັນເຖິງ ມິດຕະພາບ ອັນເລິກເຊິ່ງ ທີ່ປະຊາຊົນ ສອງຊາດ ຮ່ວມທຸກຮ່ວມສຸກ ແລະ ຊ່ວຍຊູຍູ້ໜູນກັນ ຢ່າງເຕັມສ່ວນ. ຂໍຂອບໃຈ ຝ່າຍ ສປ ຈີນ ທີ່ສະໜັບ ສະໜູນ ມຽນມາ ບັນລຸສັນຕິພາບ ສະຖຽນ ລະພາບ ຄວາມປອງດອງຊາດ ແລະ ການພັດທະນາ ເສດຖະກິດ, ຄອງຄອຍເລັ່ງລັດ ຊຸກຍູ້ ການຮ່ວມມື ສອງປະເທດ ໃນຂົງເຂດຕ່າງໆ, ສ້າງສາຍພົວພັນ ຄູ່ຮ່ວມ ທີ່ເຂັ້ມແຂງ ໝັ້ນໜຽວ ແລະ ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ ຫລາຍກວ່າເກົ່າ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ