ໃນວັນທີ 4 ມິຖຸນາ 2025 ທີ່ ທໍານຽບລັດຖະບານ ທີ່ ນະຄອນ ຫຼວງແຄນເບີຣາ ທ່ານ ຈາຕຸລົງ ບົວສີສະຫວັດ ໄດ້ຍື່ນສານຕາຕັ້ງຈາກພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ (ສປປ ລາວ) ຕໍ່ ພະນະທ່ານ ນາງ ແຊມ ມອສຕິນ (Ms. SAM MOSTYN AC) ຜູ້ສຳເລັດຣາຊະການ ແຫ່ງ ເຄືອຈັກກະພົບ ອົດສະຕຣາລີ ເພື່ອປະຕິບັດຫນ້າທີ່ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ເຄືອຈັກກະພົບ ອົດສະຕຣາລີ.
ໃນໂອກາດນີ້, ພະນະທ່ານຜູ້ສຳເລັດຣາຊະການ ໄດ້ສະແດງຄວາມຊົມເຊີຍ ຕໍ່ ທ່ານ ຈາຕຸລົງ ບົວສີສະຫວັດ ທີ່ໄດ້ຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາເຄືອຈັກກະພົບອົດສະຕຣາລີ ແລະ ຍິນດີຕ້ອນຮັບຢ່າງອົບອຸ່ນ ສູ່ ອົດສະຕຣາລີ ພະນະທ່ານຜູ້ສຳເລັດຣາຊະການ ໄດ້ຕີລາຄາສູງຕໍ່ຫມາກຜົນຂອງການພົວພັນຮ່ວມມືສອງຝ່າຍຕະຫລອດໄລຍະຫຼາຍກວ່າ 7 ທົດສະຫວັດ ແຫ່ງການພົວພັນການທູດ ລະຫວ່າງ ສອງປະເທດ ທີ່ ໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ ພະນະທ່ານຜູ້ສຳເລັດຣາຊະການ ໄດ້ສະແດງຄວາມຂອບໃຈ ສປປ ລາວ ທີ່ໃຫ້ການຮ່ວມມື ແລະ ສະໜັບສະ ໜູນ ອົດສະຕຣາລີ ໃນເວທີພາກພື້ນ ແລະ ສາກົນ ແລະ ຢືນຢັນວ່າ ອົດສະຕຣາລີ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ຮ່ວມມືກັບ ສປປ ລາວ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ທ່ານທູດ ຈະປະກອບສ່ວນສົ່ງເສີມການພົວພັນຮ່ວມມື ສອງຝ່າຍ ທີ່ໄດ້ຖືກຍົກລະດັບຂຶ້ນເປັນຄູ່ຮ່ວມມືຮອບດ້ານ ໃນຕົ້ນປີ 2024, ກໍຄືການຮ່ວມມືກັນໃນຂອບພາກພື້ນ ໂດຍສະເພາະແມ່ນອາຊຽນ ແລະ ຂອບການຮ່ວມມືຫຼາຍຝ່າຍໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ທ່ານທູດ ຈາຕຸລົງ ບົວສີສະຫວັດ ໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງຜູ້ສຳເລັດຣາຊະການ ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມຮູ້ສຶກເປັນກຽດ ແລະ ປິຕິຍິນດີທີ່ໄດ້ຖືກມອບໝາຍ ໃຫ້ປະຕິບັດຫນ້າທີ່ ຢູ່ ອົດສະຕຣາລີ ເພື່ອປະກອບສ່ວນສົ່ງເສີມການພົວພັນຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ທີ່ມີມາຫຼາຍກວ່າ 70 ປີ ກໍຄືການເປັນຄູ່ຮ່ວມມືຮອບດ້ານທີ່ໄດ້ຮັບການຍົກລະດັບຂຶ້ນ ໃນເດືອນ ມີນາ 2024 ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ ພ້ອມກັນນີ້ ທ່ານທູດ ຈາຕຸລົງ ບົວສີສະຫວັດ ຍັງໄດ້ຕາງໜ້າໃຫ້ລັດຖະ ບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ກໍຄືປະຊາຊົນອົດສະຕຣາລີ ທີ່ໄດ້ໃຫ້ ການຊ່ວຍເຫຼືອ ແລະ ສະໜັບສະໜູນ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ ລວມທັງການປະຕິບັດຫນ້າທີ່ເປັນປະເທດປະສານງານການພົວພັນ ອາຊຽນ- ອົດສະຕຣາລີ 2021-2024 ແລະ ປະທານອາຊຽນ ໃນປີ 2024 ຂອງ ສປປ ລາວ ກໍຄືການຮ່ວມມືໃນຂອບຫຼາຍຝ່າຍອື່ນໆ.
ສອງປະເທດ ລາວ ແລະ ອົດສະຕຣາລີ ໄດ້ສ້າງຕັ້ງສາຍພົວພັນການທູດ ໃນວັນທີ 15 ມັງກອນ 1952 ເຊິ່ງປີ 2025 ນີ້ກໍຄົບຮອບ 73 ປີ ແລະ ໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານ ໃນວັນທີ 6 ມີນາ 2024.