Saturday, June 7, 2025
Homeຂ່າວຕ່າງປະເທດກຕທ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານ ຮອງລັດຖະມົນຕີ, ຫົວໜ້າກົມ ແລະ ຂັ້ນພະແນກ

ກຕທ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານ ຮອງລັດຖະມົນຕີ, ຫົວໜ້າກົມ ແລະ ຂັ້ນພະແນກ

ໃນຕອນເຊົ້າວັນທີ 4 ມິຖຸນາ ນີ້ ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ ຂັ້ນພະແນກ ຂອງກະຊວງການຕ່າງປະເທດ ຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ເລຂາພັກກະຊວງ ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳ ກະຊວງ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດເຂົ້າຮ່ວມປະມານ 300 ທ່ານ.

ໃນພິທີດັ່ງກ່າວ ທ່ານ ທົງສັກ ກົມມະເມືອງ​ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສະບັບເລກທີ 652\ນຍ, ລົງວັນທີ 29 ພະຈິກ 2024, ແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດ ຊຶ່ງກ່ອນໜ້າທີ່ທ່ານຈະມາຮັບໜ້າທີ່ເປັນຮອງລັດຖະມົນຕີ,​ ໄດ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການສະຫະປະຊາຊາດ ທີ່ ນິວຢອກ ສະຫະລັດ ອາເມຣິກາ. ໃນໂອກາດດຽວກັນນີ້, ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ແສງດາວັນ ວົງໄຊ ເປັນຫົວໜ້າກົມອາຊຽນ ແລະ ປະກາດແຕ່ງຕັ້ງຫົວໜ້າພະແນກ ຈຳນວນ 1 ທ່ານ ແລະ ຮອງຫົວໜ້າພະແນກ ຈໍານວນ 5 ທ່ານ,​ ຍິງ 3 ທ່ານ. ພ້ອມດຽວກັນນັ້ນ, ກໍໄດ້ຈັດພິທີມອບສັນຍາບັດແຕ່ງຕັ້ງກົງສູນໃຫຍ່ ໃຫ້ ທ່ານ ແສງມະນີ ດາລາວົງ ຮອງຫົວໜ້າກົມພິທີການທູດ ເປັນກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳ ຊາງຊາ ສປ ຈີນ ແລະ ທ່ານ ພັນທະວົງ ບຸດທະສະວົງ ​ຮອງຫົວໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກາ ເປັນກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳ ກວາງໂຈ ສປ ຈີນ.

ໃນພິທີດັ່ງກ່າວ,​ ທ່ານ ທອງສະຫວັນ ພົມວິຫານ ໄດ້ໃຫ້ກຽດໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານຂອງຮອງລັດຖະມົນຕີທີ່ໄດ້ຮັບການແຕ່ງຕັ້ງໃໝ່ ໃນໄລຍະຜ່ານມາ, ໂດຍສະເພາະ, ໃນໄລຍະທີ່ ສປປ ລາວ ເຮັດໜ້າທີ່ເປັນສະມາຊິກສະພາເສດຖະກິດ-ສັງຄົມ ສປຊ (ECOSOC) ໃນສົກປີ 2023-2025. ນອກນີ້, ໃນປີ 2025 ສປປ ລາວ ຍັງໄດ້ຮັບການເລືອກຕັ້ງເປັນສະມາຊິກຄະນະກໍາມະການບໍລິຫານງານຂອງອົງການ ອຸຍນິເຊັບ (UNICEF) ສໍາລັບສົກປີ 2025-2027 ຊຶ່ງເປັນການສະແດງໃຫ້ເຫັນເຖິງຜົນສໍາເລັດໃນການເຄື່ອນໄຫວວຽກງານການທູດ ຂອງ ສປປ ລາວ ຈົນໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກບັນດາປະເທດເພື່ອນມິດ ກໍຄືວົງຄະນາຍາດສາກົນ. ພ້ອມດຽວກັນນັ້ນ, ໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ ຫົວໜ້າກົມ ແລະ ຂັ້ນພະແນກ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຊຶ່ງເປັນການເພີ່ມທະວີກຳລັງແຮງຂັ້ນນຳພາ-ຊີ້ນຳຢູ່ພາຍໃນກະຊວງ ແລະ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນໜ້າທີ່ການເມືອງ-ການຕ່າງປະເທດໃນໄລຍະໃໝ່. ພ້ອມດຽວກັນນັ້ນ, ກໍໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບຕຳແໜ່ງໃໝ່ ແລະ ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ຈົ່ງເພີ່ມທະວີ ແລະ ຍົກສູງຄວາມເປັນແບບຢ່າງນຳໜ້າດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນການນຳພາ, ຄວາມເສຍສະຫຼະ ເພື່ອສ່ວນລວມ, ຄວາມສາມັກຄີ ແລະ ຄວາມເປັນເອກະພາບ, ເດັດດ່ຽວສະກັດກັ້ນ,​ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ແລະ ເຊີດຊູຄວາມເປັນແບບຢ່າງນຳໜ້າ ໃນການນຳພາ-ຊີ້ນຳ ເພື່ອປະຕິບັດໜ້າທີ່ການເມືອງ ແລະ ການຕ່າງປະເທດ ໃຫ້ນັບມື້ນັບກວ້າງຂວາງ, ໂດຍສະເພາະແມ່ນການບຸກທະລຸການທູດປ້ອງກັນເຫດ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ການເຄື່ອນໄຫວການທູດເສດຖະກິດ ເພື່ອການເຊື່ອມໂຍງພາກພື້ນ ແລະ ສາກົນ, ໄປພ້ອມໆກັບການສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ທ້າຍສະໄໝ, ມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ IV ທ້າຍສະໄໝ ແລະ ມະຕິກອງປະຊຸມດ້ານວຽກງານການຕ່າງປະເທດ ຄັ້ງທີ XIV ໃຫ້ປະກົດຜົນເປັນຈິງ ແລະ ສຸມໃສ່ ກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ ຄັ້ງ V ຂອງອົງຄະນະພັກກະຊວງການຕ່າງປະເທດ ທີ່ຈະເປີດຂຶ້ນໃນທ້າຍປີ 2025 ນີ້.

(ຂ່າວ: ກຕທ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments