Home ຂ່າວດ່ວນ ເກີດເຫດລົດໃຫຍ່ເສຍຫຼັກປີ້ນ ຖະໜົນຕັດໃໝ່ ເຂດບ້ານຊໍາເກດ ເສຍຊີວິດຄາທີ່ 1 ຄົນ

ເກີດເຫດລົດໃຫຍ່ເສຍຫຼັກປີ້ນ ຖະໜົນຕັດໃໝ່ ເຂດບ້ານຊໍາເກດ ເສຍຊີວິດຄາທີ່ 1 ຄົນ

0

ຕາມຂໍ້ມູນຈາກ 1623 ໃຫ້ຮູ້ວ່າ: ໃນວັນທີ 4 ມິຖຸນາ2025 ເວ ລາ 4:50 ນາທີ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີສາຍດ່ວນສຸກເສີນ 1623 ວ່າມີເຫດ: ລົດໃຫຍ່ເສຍຫຼັກປີ້ນ ຈຸດເກີດເຫດແມ່ນ ທາງຕັດໃໝ່ໜອງພະຍາຫາ ບ້ານຊຳເກດ ເມືອງສີໂຄດຕະບອງ ແຂວງນະຄອນຫຼວງວຽງຈັນ.

ໜ່ວຍກູ້ໄພອອກກວດສອບເຫດພົບຜູ້ເສຍຊີວິດ 1 ຄົນຕິດພາຍໃນລົດ ເປັນເພດຊາຍ ອາຍຸ 25 ປີ ບ້ານນ້ຳກ້ຽງ ເມືອງນາຊາຍທອງ ແຂວງນະຄອນຫຼວງວຽງຈັນ ເບື້ອງຕົ້ນແມ່ນ: ຄໍຫັກ,ແຂນຂ້າງຂວາຫັກ ກະໂຫຼກເປີດ (ເສຍຊີວິດຄາທີ່).

ດັ່ງນັ້ນຫນ່ວຍກູ້ໄພ1623 ຈຶ່ງໄດ້ນຳໃຊ້ອຸປະກອນຕັດຫງັດເພື່ອນຳສົບຜູ້ເສຍຊີວິດອອກຈາກລົດ ແລ້ວນຳສົ່ງສົບກັບບ້ານເພື່ອໃຫ້ຄອບຄົວເຮັດພິທີທາງສາດສະໜາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version