Home ທຸລະກິດ ເປີດນໍາໃຊ້ຜະລິດຕະພັນ 𝐎𝐧𝐞𝐁𝐚𝐧𝐤 𝐊𝐢𝐝 ຢ່າງເປັນທາງການ

ເປີດນໍາໃຊ້ຜະລິດຕະພັນ 𝐎𝐧𝐞𝐁𝐚𝐧𝐤 𝐊𝐢𝐝 ຢ່າງເປັນທາງການ

0

ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ຈັດ ພິທີນຳໃຊ້ ຜະລິດຕະພັນ OneBank Kid Application ຢ່າງເປັນທາງການ ໃນວັນທີ 30 ພຶດສະພາ ຜ່ານມາ ທີ່ ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດກ່າວເປີດຂອງ ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອໍານວຍການ BCEL (ທຄຕລ) , ເປັນກຽດເຂົ້າຮ່ວມໂດຍ ທ່ານ ນາງ ລຳມອນ ສິມມະໄລວົງ ຮອງຫົວໜ້າກົມຄຸ້ມຄອງລະບົບການຊໍາລະ ທະນາຄານ ແຫ່ງ ສປປ ລາວ (ທຫລ), ທ່ານ ຄໍາວິໄລ ກາດອຸດົມ ຮອງຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ (ທຫລ) ພ້ອມດ້ວຍບັນດາຄະນະກົມ, ຄະນະພະແນກ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ນັນທະລາດ ແກ້ວປະເສີດ ກ່າວວ່າ: ໃນຍຸກປັດຈຸບັນເຕັກໂນໂລຊີໄດ້ມີການພັດທະນາຢ່າງບໍ່ຢຸດຢັ້ງ ຊຶ່ງໄດ້ເຂົ້າມາມີອິດທິພົນໃນການດຳລົງຊີວິດຂອງຄົນໃນປັດຈຸບັນ, ທຄຕລ ກໍໄດ້ມີການນໍາໃຊ້ຄວາມກ້າວໜ້າຂອງເຕັກໂນໂລຊີເຂົ້າມາໝູນໃຊ້ວຽກງານປັບປຸງການບໍລິການ ໃຫ້ມີຄວາມສະດວກ, ວ່ອງໄວ, ທັນສະໄໝ ບົນພື້ນຖານຄວາມປອດໄພ ແລະ ໄດ້ມາດຕະຖານສາກົນ.

ການເປີດນໍາໃຊ້ຜະລິດຕະພັນ OneBank Kid Application ໃນຄັ້ງນີ້ແມ່ນເປັນອີກບາດກ້າວໜຶ່ງແຫ່ງການພັດທະນາຂອງ ທຄຕລ ເພື່ອທີ່ຈະຂະຫຍາຍ ເເລະ ປັບປຸງການບໍລິການໃຫ້ສາມາດຕອບໂຈດໃນຊີວິດປະຈໍາວັນ ແລະ ເຂົ້າເຖິງລູກຄ້າໃນທຸກໆຮູບແບບ. ລ່າສຸດຜົນສໍາເລັດໃນການພັດທະນາແອັບທາງທະນາຄານໃນທ້າຍປີທີ່ຜ່ານມາ ແມ່ນ ທຄຕລ ໄດ້ເປີດຜະລິດຕະພັນເພື່ອໃຫ້ບໍລິການແອັບທີ່ມີຊື່ວ່າ OneBank ທີ່ສາມາດນໍາໃຊ້ ແລະ ຈັດການບັນຊີແບບເປັນກຸ່ມ ຫຼື ເອີ້ນວ່າໃຊ້ບັນຊີແບບຮ່ວມກັນ. ມີການອັບເດດໜ້າຕ່າງ ທີ່ສະແດງ Dashboard ລາຍຮັບ-ລາຍຈ່າຍ ຂອງເດືອນ, ສາມາດ ເປີດບັນຊີ Virtual ຫຼື ບັນຊີ shadow ທີ່ລິ້ງກັບບັນຊີຫຼັກ ເເລະ ການໂອນເງິນແບບ Recurring.

ຜະລິດຕະພັນ OneBank Kid ແມ່ນໄດ້ຕໍ່ຍອດຈາກ One Bank ໃນການນຳໃຊ້ບັນຊີແບບຮ່ວມກັນ ຊຶ່ງຜູ້ປົກຄອງຈະສາມາດສ້າງສິດນໍາໃຊ້ ແລະ ມອບໃຫ້ລູກ ຫຼື ຄົນໃນຄອບຄົວຂອງຕົນເອງ ເພື່ອໄປນໍາໃຊ້ ຜ່ານ OneBank Kid ທີ່ມີຮູບແບບການນໍາໃຊ້ງ່າຍດາຍ, ມີໜ້າຕ່າງ ລູກຫຼິ້ນທີ່ມີສີສັນກວ່າ ແລະ ຈັດສັນສະເພາະແຕ່ຟັງຊັນທີ່ນໍາໃຊ້ໃນຊີວິດປະຈໍາວັນເປັນພື້ນຖານ ເພື່ອແນ່ໃສ່ລູກຄ້າທີ່ເປັນ ເດັກນ້ອຍ ຮຸ່ນເຍົາວະຊົນ ຊຶ່ງເປັນອີກກ້າວສຳຄັນໜຶ່ງໃນການພັດທະນາການບໍລິການທາງການເງິນ ແລະ ເຊື່ອໝັ້ນວ່າການປູກຝັງທັກສະທາງການເງິນຕັ້ງແຕ່ຍັງນ້ອຍຄືຮາກຖານທີ່ໝັ້ນຄົງໃນການສ້າງນິໃສທາງການເງິນທີ່ດີໃນອະນາຄົດ ແລະ ນັ້ນແມ່ນຈຸດປະສົງຂອງການສ້າງແອັບ OneBank Kid ຂຶ້ນມາ, ແອັບການເງິນຮູບແບບໃໝ່ທີ່ອອກແບບສະເພາະສຳລັບເດັກນ້ອຍ ໂດຍມີພໍ່, ແມ່ ເປັນຜູ້ຄຸ້ມຄອງ ແລະ ດູແລ, ກຳນົດວົງເງິນການໃຊ້ຈ່າຍຕໍ່ທຸລະກຳ, ຕໍ່ມື້, ຕໍ່ອາທິດ, ຕໍ່ເດືອນ ສົ່ງເສີມການອອມເງິນ, ສົ່ງເສີມພຶດຕິກຳການໃຊ້ຈ່າຍຢ່າງມີວິໃນ, OneBank Kid ຈະເປັນເຄື່ອງມືທີ່ຊ່ວຍໃຫ້ເດັກນ້ອຍຮຽນຮູ້ວາງແຜນການໃຊ້ເງິນ ແລະ ໃນແອັບຈະມີກະປຸກອອມສິນເພື່ອໃຫ້ເດັກໄດ້ຕັ້ງເປົ້າໝາຍຜ່ານ Future ທີ່ຫຼາກຫຼາຍມີສີສັນເຊັ່ນ: ກະປຸກໝູ, ຕົ້ນໄມ້, ຫີບສົມບັດ ແລະ ອື່ນໆ, ການໃຫ້ເງິນຂະໜົມປະຈຳວັນ, ປະຈຳອາທິດ ຫຼື ສາມາດເອົາໃຫ້ເປັນເດືອນ ພໍ່ ແມ່ ຕັ້ງໂອນແບບ Auto, ສາມາດອອກບັດ Unionpay, Mastercard, ສາມາດສະແກນຈ່າຍ QR Code, ໂອນເງິນ, ຖອນເງິນຜ່ານຕູ້ທີ່ໄດ້ທັງບັດ, QR ແລະ ທີ່ສຳຄັນ OneBank Kid ກໍມີໜ້າຕ່າງ OneID ທີ່ສາມາດສະແກນແທນ QR Code ໄດ້.

ໃນຍຸກແຫ່ງການພັດທະນາທີ່ເຕັກໂນໂລຊີມີຄວາມກ້າວໜ້າສູງ ແລະ ເພື່ອການຫັນເປັນດີຈີຕອນຂອງອຸດສະຫະກໍາການຊໍາລະສະສາງຂອງລາວ ທຄຕລ ຈະສືບຕໍ່ພັດທະນາຜະລິດຕະພັນ ແລະ ການບໍລິການຢ່າງບໍ່ຢຸດຢັ້ງ ໂດຍທຸກຜະລິດຕະພັນ ແລະ ການບໍລິການ ທຄຕລ ແມ່ນເນັ້ນຄວາມທັນສະໄໝ, ສະດວກສະບາຍ, ມີຄວາມປອດໄພ ກວດສອບໄດ້ ແລະ ໄດ້ມາດຕະຖານສາກົນ ເພື່ອນໍາສະເໜີບໍລິການທາງການເງິນທີ່ຫຼາກຫຼາຍທັນສະໄໝ ຕອບສະໜອງຄວາມຕ້ອງການລູກຄ້າ ບົນພື້ນຖານຄວາມຮັບຜິດຊອບສູງຕໍ່ສັງຄົມ, ເພື່ອໃຫ້ລູກຄ້າ ແລະ ສັງຄົມໄດ້ຮັບປະໂຫຍດສູງສຸດ. ຕາມຄຳຂວັນ “ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ທັນສະໄໝ ວ່ອງໄວ ໝັ້ນໃຈ”.

(ຂ່າວ: ຕຸໄລເພັດ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version