Home ທຸລະກິດ ໂຄງ​ການ​ຮ່ວມ​ມື “ທ່ຽນ​ທົ່ງ” ຈະ​ຊຸກ​ຍູ້​ການ​ຫັນ​ເປັນ​ດິ​ຈິ​ຕອນ​ຂອງລາວທັນສະໄຫມເພີ່ມຂຶ້ນ

ໂຄງ​ການ​ຮ່ວມ​ມື “ທ່ຽນ​ທົ່ງ” ຈະ​ຊຸກ​ຍູ້​ການ​ຫັນ​ເປັນ​ດິ​ຈິ​ຕອນ​ຂອງລາວທັນສະໄຫມເພີ່ມຂຶ້ນ

0

ສປປ ລາວ ຈະກ້າວຂ້າມຜ່ານການນໍາໃຊ້ໂທລະສັບມືຖືດ້ວຍລະບົບສັນຍານສາຍໄຍແກ້ວ ຫລື ສາຍກາບມາເປັນລະບົບສັນຍານມືຖືຈາກດາວທຽມໂດຍກົງ ເຊິ່ງຄາດວ່າມັນຈະເປັນສິ່ງທ້າທາຍໃໝ່ໆ ແລະ ຫັນເປັນສັງຄົມດິຈິຕອນທັນສະໄໝເພີ່ມຂຶ້ນທ່າມກາງລັດຖະບານໄດ້ວາງວິໄສທັດການຫັນອຸດສາຫະກໍາທັນສະໄໝ, ພັດທະນາເສດຖະກິດດິຈິຕອນ ແລະ ການພັດທະນາສີຂຽວຍືນຍົງໄລຍະຕໍ່ໜ້າ.

ຫລ້າສຸດ ບໍລິສັດອີທີແອລຈໍາກັດ ແລະ ຈາຍນາທີລີຄອມ (China Telecom )ສາຂາການສື່ສານຜ່ານດາວທຽມ ໄດ້ຈັດພິທີເປີດໂຕການບໍລິການສື່ສານຜ່ານດາວທຽມທ່ຽນທົ່ງຢ່າງເປັນທາງການທີ່ນະຄອນຫລວງວຽງຈັນໃນວັນທີ 16 ພຶດສະພາ 2025 ນີ້ ເຊິ່ງຖືວ່າເປັນຄັ້ງທໍາອິດທີ່ໂທລະສັບມືຖືໃນປະເທດລາວຈະສາມາດເຊື່ອມຕໍ່ກັບດາວທຽມໂດຍກົງບໍ່ຕ້ອງໃຊ້ອຸປະກອນເພີ່ມຕື່ມດ້ວຍລະບົບເຕັກ ໂນໂລຊີທັນສະໄໝທີ່ສຸດ.

ການຮ່ວມມືນີ້ເປັນຂີດໝາຍສໍາຄັນໃນການຫັນປ່ຽນເປັນດິຈິຕອນຂອງ ສປປ ລາວ, ເຊິ່ງຈະເຮັດໃຫ້ລາວກາຍ ເປັນໜຶ່ງໃນສະມາຊິກອາຊຽນໄດ້ນໍາເອົາລະບົບແບບນີ້ມາໃຊ້ຢ່າງເປັນທາງການ ແລະ ຢືນຢັນເຖິງຄວາມຕັ້ງໃຈຂອງລັດຖະບານເພື່ອການຫັນປ່ຽນເປັນດິຈິຕອນຂອງ ສປປ ລາວ, ສອດຄ່ອງກັບວິໄສທັດການພັດທະນາເສດຖະກິດດິຈິຕອນໄລຍະ 20 ປີ (2021-2040).

ນອກຈາກນັ້ນ ໃນອະນາຄົດ ພວກເຮົາອາດຈະບໍ່ເຫັນສາຍໄຍແກ້ວ ຫລື ສາຍໂທລະຄົມຕາມເສົາໄຟຟ້າ, ຕາມອາຄານ ແລະ ສະຖານທີ່ສໍາຄັນອື່ນໆອີກຕໍ່ໄປ ເຊິ່ງການໃຊ້ໂທລະສັບມືຖືຜ່ານສັນຍານດາວທຽມໂດຍກົງນັ້ນຈະຊ່ວຍຫລຸດຕົ້ນທຶນໃນການຊື້ສາຍໄຍແກ້ວ, ເສົາຕັ້ງສັນຍານ ແລະ ອຸປະກອນອື່ນໆທີກ່ຽວຂ້ອງ.

ທ່ານ ສົມພອນ ສີຫາລາດ, ຫົວຫນ້າກົມຄື້ນຄວາມຖີ່ ໄດ້ກ່າວລະຫວ່າງພິທີເປີດນໍາໃຊ້ລະບົບອິນເຕີເນັດຜ່ານດາວທຽມວ່າ “ການຮ່ວມມືນີ້ເປັນຂີດໝາຍສໍາຄັນໃນການຫັນປ່ຽນເປັນດິຈິຕອນຂອງ ສປປ ລາວ, ສອດຄ່ອງກັບວິໄສທັດການພັດທະນາເສດຖະກິດດິຈິຕອນໄລຍະ 20 ປີ (2021-2040) ແລະ ມຸ່ງຫມັ້ນທີ່ຈະສ້າງອະນາຄົດທີ່ທຸກຄົນສາມາດເຊື່ອມຕໍ່ກັນໄດ້ໂດຍຫລຸດຜ່ອນຂໍ້ຈຳກັດ.” ການບໍລິການດາວທຽມທ່ຽນທົ່ງຈະຊ່ວຍປັບປຸງການເຊື່ອມຕໍ່ໃນເຂດຫ່າງໄກສອກຫລີກທີ່ຂາດສັນຍານພາກພື້ນດິນ, ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ, ການຮັບມືໄພພິບັດ ແລະ ອື່ນໆ. ການຮ່ວມມືລະຫວ່າງອີທີແອວ (ETL) ແລະ China Telecom ໄດ້ຮັບການຊີ້ນໍາຈາກສອງລັດຖະບານພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ, ເຊິ່ງເປັນພື້ນຖານສໍາລັບຄວາມສໍາເລັດຂອງໂຄງການນີ້.

ໃນໂອກາດດຽວກັນນີ້, ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ມີຄໍາເຫັນວ່າ: ປັດຈຸບັນນີ້, ວຽກງານ ໄປສະນີ ແລະ ໂທລະຄົມມະນາຄົມ ໄດ້ມີການປ່ຽນແປງຢ່າງວ່ອງໄວຍ້ອນການຂະຫຍາຍຕົວຂອງເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ໆເປັນຕົ້ນ: ການຄ້າເອເລັກໂຕຣນິກ, ລະບົບໂລຈິດສະຕິກທັນສະໄໝ, ເຮືອບິນບໍ່ມີຄົນຂັບ (Drone), ເຕັກໂນໂລຊີການສື່ສານ 5G, ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain), ປັນຍາປະດິດ (AI), ຖານຂໍ້ມູນມະຫາສານ (Big Data), ລະບົບ Cloud Computing, ຫຸ່ນຍົນ ແລະ ລົດອັດຕະໂນມັດ (Auto Mobile and Robotics), ການພິມສາມມິຕິ (3D Printing) ແລະ ເຕັກໂນໂລຊີດີຈິຕອນອື່ນໆ. ບັນດາຫົວໜ່ວຍທຸລະກິດໃນ​ຂົງ​ເຂດເຫລົ່ານັ້ນ ສາມາດສ້າງລາຍຮັບໄດ້ ໃນປີ 2025 ຈໍານວນ 5.800 ຕື້ກວ່າກີບ; ຂະຫຍາຍສາຍກາບ-ສາຍໄຍແສງໄດ້ທັງໝົດ 97.000 ກວ່າກິໂລແມັດ, ຂະຫຍາຍສັນຍານໂທລະສັບມືຖືໄດ້ທົ່ວທຸກແຂວງ, ທຸກເມືອງ, ສັນຍານໂທລະສັບມືຖື ລະບົບ 3G ຄວບຄຸມໄດ້ 85%, 4G ຄວບຄຸມໄດ້ 76% ຂອງຈໍານວນບ້ານທັງໝົດ ແລະ ໄດ້ໃຫ້ບໍລິການສັນຍານ 5G ເລີ່ມແຕ່ຕົ້ນປີ2024 ເປັນຕົ້ນມາຄາດວ່າໃນປີ 2026 ຈະຄວບຄຸມໄດ້ 17% ຂອງຕົວເມືອງໃຫຍ່ຢູ່ພາຍໃນແຂວງ; ການນໍາໃຊ້ໂທລະສັບຕັ້ງໂຕະ ແລະ ມືຖືມີທັງໝົດ 7 ລ້ານກວ່າເລກໝາຍ.

ເພື່ອຊຸກຍູ້ສົ່ງເສີມການຄ້າເອເລັກໂຕຣນິກ, ທຸລະກິດ Start-Up, ຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME), ການສຶກສາທາງໄກ, ການແພດທາງໄກ, ການຜະລິດອຸດສາຫະກຳໃນຍຸກດີຈິຕອນ ແລະ ການຖ່າຍທອດເຕັກໂນໂລຊີດິຈິຕອນທີ່ກ້າວໜ້າຂອງໂລກ ເຂົ້າມາປະເທດເຮົາເພື່ອປະກອບສ່ວນຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ-ລັດ ແລະ ແຜນພັດທະນາການຫັນເປັນດີຈິຕອນບົນ 3 ເສົາຄໍ້າຄື: ສ້າງການບໍລິຫານ ແລະ ການບໍລິການຂອງລັດແບບດີຈິຕອນ, ສ້າງເສດຖະກິດດີຈິຕອນ ແລະ ສ້າງສັງຄົມດີຈິຕອນໃຫ້ປາກົດຜົນເປັນຈິງໃນປະເທດເຮົາ. ສະນັ້ນພວກ ເຮົາຈິ່ງມີຄວາມຈໍາເປັນຕ້ອງຮ່ວມມືກັບປະເທດເພື່ອນມິດ ແລະ ຄູ່ຮ່ວມມືສາກົນຢ່າງຕັ້ງໜ້າ ໂດຍສະເພາະ ສປ ຈີນພາຍໃຕ້ຄູ່ຮ່ວມ ຊາຕາກໍາດຽວກັນລະຫວ່າງສອງພັກ-ສອງລັດລາວ-ຈີນ, ເພື່ອຫຼຸດ​ຊ່ອງ​ຫວ່າງ​ດ້ານ​ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ດິ​ຈິ​ຕອນ ເສດ​ຖະ​ກິດ​ດິ​ຈິ​ຕອນ ແລະ ສັງ​ຄົ​ມ​ດິ​ຈິ​ຕອນ ແລະ ກ້າວໄປຫາຄວາມເລີນຮຸ່ງເຮືອງ, ປະຊາຊົນກິນອິ່ມນຸ່ງອຸ່ນ, ມີຄວາມສະຫງົບສຸກ ແລະ ກ້າວໜ້າໄປພ້ອມໆກັນ.

ອີງຕາມເວບໄຊດາຕ້າຣີຟອດຕັລ( Data Reportal) ໄດ້ລາຍງານວ່າ: ສປປ ລາວກຳລັງກ້າວເຂົ້າສູ່ຍຸກດິຈິຕອນຢ່າງວ່ອງໄວ ແລະ ໃນປີ 2025 ນີ້, ລາວ ມີຈຳນວນຜູ້ໃຊ້ອິນເຕີເນັດ ແລະ ສື່ສັງຄົມອອນລາຍ (Social media) ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໂດຍມີຈຳນວນຜູ້ໃຊ້ອິນເຕີເນັດເພີ່ມຂຶ້ນ 1.4% ເທົ່າກັບເກືອບ 5 ລ້ານຄົນ ໃນນັ້ນມີຜູ້ໃຊ້ສື່ສັງຄົມອອນ (Social media) ເພີ່ມຂຶ້ນ 13% ເທົ່າກັບກວ່າ 4 ລ້ານຄົນ.

ເຖິງວ່າຈະມີຜູ້ໃຊ້ອິນເຕີເນັດເກືອບ 5 ລ້ານຄົນທົ່ວປະເທດລາວ ແຕ່ກໍຍັງກວມເອົາອັດຕາສ່ວນພຽງ 63.6% ເທົ່ານັ້ນຈາກປະຊາກອນທັງໝົດ. ໃນຂະນະທີ່ມີຜູ້ໃຊ້ ສື່ສັງຄົມອອນລາຍ(Social media) ກວມເອົາ 54.3% ນອກຈາກນີ້, ຈຳນວນຜູ້ໃຊ້ໂທລະສັບມືຖືຍັງເພີ່ມຂຶ້ນ 0.9% ຄິດເປັນ 6.78 ລ້ານຄົນ ເຮັດໃຫ້ມີຜູ້ໃຊ້ໂທລະສັບມືຖືກວມເອົາ 86.7% ຂອງປະຊາກອນ.

ຂໍ້ມູນດັ່ງກ່າວຍັງສະແດງໃຫ້ເຫັນວ່າ: ເຖິງວ່າອັດຕາເຂົ້າເຖິງອິນເຕີເນັດຈະສູງຂຶ້ນ ແຕ່ຍັງມີຊ່ອງຫວ່າງໃນການເຂົ້າເຖິງເຕັກໂນໂລຊີ ໂດຍສະເພາະເຂດຊົນນະບົດໃນ ສປປ ລາວ ທີ່ຍັງມີປະຊາກອນອາໄສຢູ່ກວມເອົາ 60.8% ຂອງປະຊາກອນທັງໝົດ.

ການຂະຫຍາຍຕົວຂອງອິນເຕີເນັດ ແລະ ສື່ສັງຄົມອອນລາຍ (Social media) ໃນ ສປປ ລາວ ສະແດງໃຫ້ເຫັນເຖິງການພັດທະນາ ແລະ ການເຂົ້າເຖິງເຕັກໂນໂລຊີທີ່ເພີ່ມຂຶ້ນໃນທຸກໆປີ ແຕ່ຍັງມີຄວາມທ້າທາຍໃນການຂະຫຍາຍໄປສູ່ເຂດຫ່າງໄກສອກຫລີກ ເພື່ອໃຫ້ທຸກຄົນໄດ້ຮັບຜົນປະໂຫຍດຈາກການເຊື່ອມໂຍງເຊື່ອມຕໍ່ທີ່ດີຂຶ້ນ. ການເປີດໂຕໃຫ້ບໍລິການດາວທຽມທ່ຽນທົ່ງຄັ້ງນີ້ ບໍ່ພຽງແຕ່ເປັນການປະກາດຄວາມກ້າວໜ້າທາງເທັກໂນໂລຊີເທົ່ານັ້ນ, ແຕ່ຍັງເປັນຄຳໝັ້ນສັນຍາທີ່ຈະຫລຸດຜ່ອນຊ່ອງວ່າງດ້ານການເຊື່ອມຕໍ່, ສ້າງສັງຄົມດິຈິຕອນທົ່ວເຖິງ ແລະ ຍືນຍົງ. ດ້ວຍບໍລິການນີ້, ສປປ ລາວ ກຳລັງກ້າວເຂົ້າສູ່ອະນາຄົດທີ່ທຸກຄົນສາມາດເຊື່ອມຕໍ່ກັນໄດ້ຢ່າງບໍ່ມີຂອບເຂດ, ສ້າງທ່າແຮງໃໝ່ໃຫ້ແກ່ປະຊາຊົນ ແລະ ປະເທດຊາດ.

ການນໍາເອົາລະບົບທີ່ວ່ານັ້ນເຂົ້າມານໍາໃຊ້ໃນ ສປປ ລາວ ເຊິ່ງສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດຖະບານໃນການຫັນ ເປັນອຸດສາຫະກໍາ ທັນສະໄໝ, ການຫັນເປັນສັງຄົມດິຈິຕອນ ແລະ ການພັດທະນາສີຂຽວຍືນຍົງຢ່າງແທ້ຈິງ. ໄລຍະຜ່ານມາ ດັ່ງທີ່ພວກເຮົາໄດ້ຟັງ ແລະ ຮັບຮູ້ເຂົ້າໃຈເລື້ອຍໆວ່າ: ປັດສະຍາຊີວິດຂອງມະນຸດເຮົາທີ່ເພີ່ງພາໄສ 4 ປັດໃຈພື້ນຖານນັ້ນ (ເຄື່ອງນຸ່ງຫົ່ມ,ອາຫານ, ຢາປິ່ນປົວພະຍາດ ແລະ ທີ່ຢູ່ອາໄສ) ໃນເມື່ອກ່ອນອາດ ບໍ່ພຽງພໍກັບຄວາມຕອ້ງການຍຸກໂລກາພິວັດອີກຕໍ່ໄປ ເມື່ອສັງຄົມມະນຸດຍັງມີ ຄວາມຈໍາເປັນຕ້ອງການເພີ່ມປັດໄຈທີ 5 ທີ່ເປັນຫົວຈັກຂັບເຄື່ອນການພັດທະນາ ເສດຖະກິດ-ສັງຄົມ ແລະ ເຊື່ອມໂຍງເຊື່ອມຈອດກັບພາກພື້ນ-ສາກົນຢ່າງຮອບດ້ານ ຈາກເຕັກໂນໂລຊີຂັ້ນສູງເໝືອນ ກັບຄໍາເວົ້າຂອງຊາວບູຮານທີ່ວ່າ “ ຍຸກຫູແກ້ວຕາທິບ ” ຈະເກີດຂຶ້ນໃນສະຕະວັດທີ 21 ນີ້ຢ່າງຫລີກລ່ຽງບໍ່ໄດ້ຢ່າງແນ່ນອນ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version