ພິທີປະດັບຫລຽນໄຊແຮງງານຊັ້ນ I, ຊັ້ນ II, ຊັ້ນ III, ຫລຽນກາແຮງງານ ແລະ ໃບຍ້ອງຍໍຂັ້ນລັດຖະບານລາວ, ຂັ້ນກະຊວງ ແລະ ໃບຍ້ອງຍໍຂັ້ນສະຫະພັນກິລາເພາະກາຍແຫ່ງຊາດລາວ ໃຫ້ຄະນະບໍລິຫານງານສະຫະພັນກິລາເພາະກາຍແຫ່ງຊາດລາວ (ສພກລ), ລວມທັງຄູເຝິກ, ນັກກິລາ ແລະ ບັນດາຜູ້ສະໜັບສະໜູນ ທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວ ໃນສົກປີ 2024 ໄດ້ຈັດຂຶ້ນໃນວັນທີ 31 ພຶດສະພາ 2025 ຜ່ານມາ, ໃຫ້ກຽດປະດັບຫລຽນໄຊໂດຍ ທ່ານ ພຸດ ສິມມາລາວົງ ລັດຖະ ມົນຕີກະຊວງສຶກສາທິການ ແລະ ກິລາ, ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ມີ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທັງເປັນປະທານ ສພກລ, ພ້ອມດ້ວຍຄະນະຄູຝຶກ, ນັກກິລາ, ຕາງໜ້າຜູ້ສະໜັບສະໜູນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຄໍາພະໄພວັນ ວົງໄຊ ຮອງປະທານ-ເລຂາທິການ ສພກລ ໃຫ້ຮູ້ວ່າ: ໃນປີ 2024 ຜ່ານມາ, ສພກລ ໄດ້ສົ່ງຄະນະນໍາ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມແຂ່ງຂັນ ໃນເວທີສາກົນ ຫລາຍລາຍການ ເປັນຕົ້ນ ເຂົ້າຮ່ວມແຂ່ງຂັນເພາະກາຍ ຊີງແຊັມອາຊຽນ ຄັ້ງທີ 18 ທີ່ ສປປ ລາວ, ສາມາດຍາດໄດ້ 5 ຫລຽນຄໍາ, 4 ຫລຽນເງິນ ແລະ 15 ຫລຽນທອງ; ເຂົ້າຮ່ວມແຂ່ງຂັນ ຊີງແຊ້ມອາຊີ ຄັ້ງທີ 56 ທີ່ປະເທດ ອິນໂດເນເຊຍ ຍາດມາໄດ້ 1 ຫລຽນເງິນ ແລະ ເຂົ້າຮ່ວມແຂ່ງຂັນຊີງແຊ້ມໂລກ ຄັ້ງທີ 15 ທີ່ປະເທດເມົາດີບ ຍາດໄດ້ 2 ຫລຽນຄໍາ 2 ຫລຽນເງິນ ແລະ 1 ຫລຽນທອງ ເຊິ່ງຜົນງານ ດັ່ງກ່າວ, ຄະນະບໍລິຫານງານສະຫະພັນ ແລະ ນັກກິລາເພາະກາຍ ທີມຊາດລາວ ໄດ້ຮັບການຍ້ອງຍໍຈາກລັດຖະບານ ແລະ ໄດ້ຮັບເງິນອຸດໜູນ ຈາກຜົນງານຫລຽນລາງວັນ ລວມເປັນເງິນ 388 ລ້ານກວ່າກີບ.
ຈາກຜົນງານດັ່ງກ່າວ, ລັດຖະບານ ໄດ້ປະດັບຫລຽນໄຊແຮງງານ ຊັ້ນ I ໃຫ້ຄະນະບໍລິຫານງານສະຫະພັນກິລາເພາະກາຍແຫ່ງຊາດລາວ ຈຳນວນ 6 ທ່ານ, ຊັ້ນ II ໃຫ້ 4 ທ່ານ ແລະ ຫລຽນໄຊແຮງງານ ຊັ້ນ III ໃຫ້ 7 ທ່ານ. ນອກນັ້ນ, ຍັງໄດ້ມອບ ຫລຽນກາແຮງງານ ໃຫ້ 12 ທ່ານ ແລະ ຍັງໄດ້ມອບໃບຍ້ອງຍໍຂັ້ນລັດຖະບານ ແລະ ໃບຍ້ອງຍໍຂັ້ນກະຊວງ ໃຫ້ຄະນະບໍລິຫານງານສະຫະພັນ, ຄະນະຄູຝຶກ, ນັກກິລາ ແລະ ບັນດາຜູ້ໃຫ້ການສະໜູນ ກິລາດັ່ງກ່າວ ຕື່ມອີກ.