ວິທະຍຸສາກົນແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ໄດ້ກ່າວຄຳປາໄສ ຜ່ານທາງ ວິດີໂອຕໍ່ ກອງປະຊຸມສາກົນ ຂອງຜູ້ຕາງໜ້າຊັ້ນສູງ ກ່ຽວກັບ ບັນຫາ ຄວາມໝັ້ນຄົງ ຄັ້ງທີ 13 ວ່າ: ທຸກປະເທດ ຕ້ອງຮັບປະກັນ ຄວາມໝັ້ນຄົງ ຂອງຕົນເອງ, ແຕ່ບໍ່ຄວນເສຍສະລະ ຄວາມໝັ້ນຄົງ ແລະ ຜົນປະໂຫຍດ ຂອງປະເທດອື່ນ. ຣັດເຊຍ ມີຄວາມເຫັນໃຫ້ສ້າງຕັ້ງ ໂຄງສ້າງສະເໝີພາບ ແລະ ຄວາມໝັ້ນຄົງ ທີ່ຕັດແຍກກັນບໍ່ໄດ້. ສຳລັບ ວຽກງານ ສ້າງຕັ້ງ ໂຄງສ້າງຄວາມໝັ້ນຄົງ ດັ່ງກ່າວ ຕ້ອງອີງໃສ່ ບົດຮຽນ ຈາກປະຫວັດສາດ. ປີນີ້ ແມ່ນປີທີ່ສິ້ນສຸດ ສົງຄາມໂລກ ຄັ້ງທີ 2 ຄົບຮອບ 80 ປີ, ບົດຮຽນ ຂອງປະເທດຕ່າງໆ ທີ່ສະສົມໄວ້ ໃນການຕໍ່ສູ້ກັບ ລັດທິນາຊີ ແລະ ລັດທິທະຫານ ພ້ອມດ້ວຍ ຄ່າຕອບແທນ ອັນມະຫາສານ ໃນການບັນລຸ ສັນຕິພາບ, ເສລີພາບ ແລະ ການເປັນເຈົ້າຕົນເອງ ໃນການເລືອກເສັ້ນທາງ ພັດທະນາ ໃນອະນາຄົດນັ້ນ ໄດ້ສ້າງພື້ນຖານ ໃຫ້ແກ່ ການສ້າງລະບຽບ ສາກົນ ຫລັງສົງຄາມ ແລະ ຮັບປະກັນ ໃຫ້ການສ້າງຕັ້ງ ອົງການ ສະຫະ ປະຊາຊາດ (ສປຊ) ຢ່າງເຂັ້ມແຂງ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ