ໃນວັນທີ 28 ພຶດສະພາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນຂັ້ນສູງ ອົງການໄອຍະການສູງສຸດ ແຫ່ງ ສະຫະພັນ ຣັດເຊຍ ນໍາໂດຍ ທ່ານ ອິກໍຣ ວິກຕໍຣໍຈ ກຣາສນົບ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສະຫະພັນ ຣັດເຊຍ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢ່າງເປັນທາງການ ຢູ່ ສປປ ລາວ ໃນລະຫ່ວາງວັນທີ 27-29 ພຶດສະພາ 2025.
ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານຫົວໜ້າອົງການໄອຍະການສູງສຸດ ແຫ່ງສະຫະພັນ ຣັດເຊຍ ແລະ ຄະນະ ທີ່ໄດ້ເດີນທາງມາຢ້ຽມ ຢາມ ສປປ ລາວ ຄັ້ງນີ້ ເຊິ່ງເປັນຂີດໝາຍທີ່ດີ ແລະ ສໍາຄັນຕໍ່ກັບການເພີ່ມພູນຄູນສ້າງ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ດີ ແລະ ການຮ່ວມມືອັນມີມູນເຊື້ອທີ່ດີງາມມາແຕ່ດົນນານ ລະຫວ່າງ ສອງພັກ-ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຣັດເຊຍ, ຣັດເຊຍ-ລາວ ໃຫ້ມີຄວາມແໜ້ນແຟ້ນຈະເລີນງອກງາມຍິ່ງໆຂຶ້ນ.

ທ່ານ ອິກໍຣ ວິກຕໍຣໍຈ ກຣາສນົບ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ສອນໄຊ ສີພັນດອນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້, ພ້ອມທັງແຈ້ງສະພາບການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ໃຫ້ທ່ານນາຍົກລັດຖະມົນຕີຮັບຊາບ, ພ້ອມທັງຍົກໃຫ້ເຫັນການພົວພັນຮ່ວມມື ລະຫວ່າງອົງການໄອຍະການສູງສຸດ ຂອງສອງປະເທດ ຣັດເຊຍ-ລາວ ໃນໄລຍະຜ່ານມາ ແມ່ນໄດ້ຮັບການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ ໂດຍສະເພາະການພັດປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງ ຂອງສອງອົງການໄອຍະການສູງສຸດ ຣັດເຊຍ-ລາວ.
ຂ່າວ: ວົງເດືອນ