Saturday, June 7, 2025
Homeຂ່າວຕ່າງປະເທດລົດໄຟໂດຍສານສາກົນລະຫວ່າງ ສປ ຈີນ-ສສ ຫວຽດນາມ ໄດ້ຟື້ນຟູການບໍລິການຄືນໃໝ່

ລົດໄຟໂດຍສານສາກົນລະຫວ່າງ ສປ ຈີນ-ສສ ຫວຽດນາມ ໄດ້ຟື້ນຟູການບໍລິການຄືນໃໝ່

ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 25 ພຶດສະພານີ້, ຄຽງຄູ່ກັບຂະບວນລົດໄຟໂດຍສານ T8701 ອອກເດີນທາງຈາກສະຖານີນະຄອນນານນີງ ເຂດປົກຄອງຕົນເອງ ເຜົ່າຈ້ວງ ກວາງຊີຂອງ ສປ ຈີນ ໄປສູ່ ນະຄອນຫລວງຮ່າໂນຍຂອງ ສສ ຫວຽດນາມ, ລົດໄຟໂດຍສານສາກົນ​ ລະ​ຫວ່າງ ສປ ຈີນ-ສສ ຫວຽດນາມ ໄດ້ຟື້ນຟູ ການບໍລິການຄືນໃໝ່. ຂະບວນລົດໄຟໂດຍສານດັ່ງກ່າວ ແມ່ນອອກເດີນທາງ ຈາກສະຖານີນານນີງ ຂອງ ສປ ຈີນ ເວລາ 18 ໂມງ 05 ນາ​ທີ ຕາມເວລາປັກກິ່ງ ໃນແຕ່ລະມື້ ແລະຮອດສະຖານີ​ ຢ່າ​ເລິ່ມ​ ຢູ່ນະຄອນຫລວງຮ່າໂນຍ ຂອງ ສສ ຫວຽດນາມ ໃນເວລາ 6 ໂມງ 30 ນາ​ທີ ໃນມື້​ຕໍ່​ໄປ, ອອກເດີນທາງຈາກສະຖານີ ​ຢ່າ​ເລິ່ມ ​ຢູ່ນະຄອນຫລວງຮ່າໂນຍ ຂອງ ສສ ຫວຽດນາມ ໃນເວລາ 22 ໂມງ ຕາມເວລາປັກກິ່ງ ໃນແຕ່ລະມື້ ແລະ ໄປຮອດສະຖານີ ນາມນີງຂອງ ສປ ຈີນ ໃນເວລາ 10 ໂມງ 06 ນາ​ທີ ຂອງມື້​ຕໍ່​ໄປ.ປີນີ້ ແມ່ນປີ​ທີ່ ສປ ຈີນ-ຫວຽດນາມ ສ້າງ​ຕັ້ງສາຍພົວພັນ ທາງການທູດ ​ຮ່ວມ​ກັນ ຄົບຮອບ 75 ປີ ແລະ ​ເປັນປີແລກປ່ຽນ ວັດທະນະທຳ​ ລະ​ຫວ່າງ ສປ ຈີນ-ສສ ຫວຽດນາມ, ສອງຝ່າຍ ຈະເສີມຂະຫຍາຍ ບົດບາດ ຂອງກົນໄກ​ການຮ່ວມມື ດ້ານທາງລົດໄຟຈີນ-ຫວຽດນາມ ແລະ ຊຸກຍູ້​ ການ​ເຊື່ອມ​ຈອດ​ກັນ ​ຂອງທາງລົດໄຟ​ ຂະ​ໜາດ ມາດຕະຖານ ຂ້າມຊາດ ​ລະ​ຫວ່າງ ສປ ຈີນ-ສສ ຫວຽດນາມ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments