Home ຂ່າວໜ້າໜຶ່ງ ຮອງປະທານປະເທດ ເຂົ້າຮ່ວມໄວ້ອາໄລລະດັບຊາດ ເຖິງດວງວິນຍານ ຂອງ ສະຫາຍ ເຈິນ ດຶກ ເລືອງ

ຮອງປະທານປະເທດ ເຂົ້າຮ່ວມໄວ້ອາໄລລະດັບຊາດ ເຖິງດວງວິນຍານ ຂອງ ສະຫາຍ ເຈິນ ດຶກ ເລືອງ

0
17

ໃນຕອນເຊົ້າຂອງວັນທີ 25 ພຶດສະພາ 2025, ທີ່ຮ່າໂນຍ ສສ ຫວຽດນາມ, ສະຫາຍ ນາງ ປານີ ຢາທໍ່ຕູ້ ພ້ອມດ້ວຍຄະນະ ໄດ້ຕາງໜ້າຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ສູນກາງແນວລາວສ້າງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສືບຕໍ່ເຂົ້າຮ່ວມພິທີໄວ້ອາໄລລະດັບຊາດ ສະຫາຍ ເຈິນ ດຶກ ເລືອງ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ.

ພາຍຫລັງສໍາເລັດການເຂົ້າຮ່ວມພິທີໄວ້ອາໄລແລ້ວ, ສະຫາຍ ນາງ ປານີ ຢາທໍ່ຕູ້ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ເລືອງ ເກືອງ ກຳມະການກົມການເມືອງສູນກາງພັກ, ປະທານປະເທດ ແຫ່ງ ສສ ຫວຽດ ນາມ. ສະຫາຍ ປານີ ຢາທໍ່ຕູ້ ໄດ້ນໍາເອົາຄວາມຍື້ຢາມຖາມຂ່າວ, ຄວາມອາໄລຮັກ ແລະ ຄວາມໂສກເສົ້າເສຍດາຍຢ່າງສຸດຊຶ້ງ ຂອງຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ສູນກາງແນວລາວສ້າງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ສ່ວນຕົວຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຕໍ່ການຈາກໄປຂອງ ສະຫາຍ ເຈິນ ດຶກ ເລືອງ ທີ່ໄດ້ເຖິງແກ່ມໍລະນະກໍາ ແລະ ຂໍແບ່ງເບົາຄວາມທຸກໂສກດັ່ງກ່າວ ມາຍັງຄະນະບໍລິຫານງານສູນກາງພັກກອມນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ແນວໂຮມປະເທດຊາດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ກໍຄື ຄອບຄົວ, ຍາດຕິພີ່ນ້ອງ ຂອງ ສະຫາຍ ເຈິນ ດຶກ ເລືອງ.

ໃນໂອກາດນີ້, ສະຫາຍ ເລືອງ ເກືອງ ກໍໄດ້ຕາງໜ້າພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ແນວໂຮມປະເທດຫວຽດນາມ ກໍຄື ປະຊາຊົນຫວຽດນາມ ແລະ ຄອບຄົວຂອງ ສະຫາຍ ເຈິນ ດຶກ ເລືອງ ມາຍັງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ສູນກາງແນວລາວສ້າງຊາດ ກໍຄື ປະຊາຊົນລາວອ້າຍນ້ອງ ທີ່ໄດ້ແຕ່ງຕັ້ງຄະນະຜູ້ແທນຂັ້ນສູງ ນຳໂດຍ ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ນຳພາຄະນະຜູ້ແທນຂັ້ນສູງຂອງລາວ ເດີນທາງມາວາງພວງມາລາ ແລະ ເຂົ້າຮ່ວມພິທີໄວ້ອາໄລລະດັບຊາດ, ພ້ອມທັງໄດ້ແບ່ງເບົາຄວາມທຸກໂສກເສົ້າຄັ້ງນີ້ ເຊິ່ງເປັນການສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here