ໃນຕອນເຊົ້າວັນທີ 25 ພຶດສະພາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງ ນະຄອນຫລວງກົວລາລໍາເປີ, ມາເລເຊຍ ເພື່ອຢ້ຽມຢາມມາເລເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 25-27 ພຶດສະພາ 2025.
ພິທີຕ້ອນຮັບທີ່ສະໜາມບິນ ໄດ້ຈັດຂຶ້ນຢ່າງສົມກຽດ, ເຊິ່ງທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ຖືກຕ້ອນຮັບໂດຍ ທ່ານ Ewon Benedick ລັດຖະມົນຕີກະຊວງພັດທະນາວິສາຫະກິດ ແລະ ການຮ່ວມມືຂອງມາເລເຊຍ, ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະ ລວມທັງພະນັກງານຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ມາເລເຊຍ ຈໍານວນໜຶ່ງ.

ການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ແມ່ນຕອບສະໜອງຕາມການເຊື້ອເຊີນ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ໃຫ້ໄດ້ຮັບການພັດທະນາຍິ່ງຂຶ້ນ. ພ້ອມນີ້, ໃນໄລຍະເຂົ້າຮ່ວມກອງປະຊຸມ ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງຈະໄດ້ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງຈາກບັນດາປະເທດເພື່ອນມິດ ຈໍານວນໜຶ່ງ.
ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ