ໃນຕອນເຊົ້າຂອງວັນທີ 23 ພຶດສະພາ 2025 ນີ້, ແຂວງເທື່ອທຽນເຫວ້ ສສ ຫວຽດນາມ ໄດ້ຈັດພິທີ ເຄື່ອນຍ້າຍອັດຖິທະຫານອາສາສະໜັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊິວິດໃນປາງສົງຄາມຢູ່ລາວ ຈຳນວນ 10 ຮ່າງອັດຖິ ທີ່ໄດ້ຂຸດຄົ້ນໃນຂອບເຂດບໍລິເວນບັນດາເມືອງຂອງແຂວງສາລະວັນ ແລະ ແຂວງເຊກອງ ເຂົ້າສູ່ສຸສານນັກຮົບນິລະນາມ ນະຄອນເຫວ້ ໂດຍມີ ສະຫາຍ ພົນຈັດຕະວາ ກາວ ເຊິນ ຖັງ ຮອງຫົວໜ້າກົມນະໂຍບາຍ ແລະ ສັງຄົມ ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ສະຫາຍ ຟາມ ດຶກ ຕ໋ຽນ ຮອງເລຂາພັກ, ຜູ້ປະຈໍາການພັກນະຄອນເຫວ້, ມີສະຫາຍ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຫົວໜ້າຄະນະປະຕິບັດງານພິເສດແຂວງສາລະວັນ, ສະຫາຍ ພັນເອກ ໂສພາ ໂພໄຊຍະວົງ ເລຂາຄະນະພັກ, ຮັກສາການ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສາລະວັນ ພ້ອມດ້ວຍຄະນະ ປະຕິບັດງານພິເສດແຂວງເຊກອງ ສປປ ລາວ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ນາຍ ແລະ ພົນທະຫານ, ນາຍຕຳຫຼວດ, ພະແນກການ, ພະນັກງານ, ນັກຮຽນ-ນັກສຶກສາຈາກແຂວງເທື່ອທຽນເຫວ້ ສສ ຫວຽດນາມເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີ ໄດ້ພ້ອມກັນວາງພວງມະລາ ແລະ ໄຕ້ທູບທຽນ ຕໍ່ໜ້າອັດຖິ ທະຫານອາສາສະໜັກ ແລະ ຊ່ຽວຊານຫຽດນາມ ທີ່ໄດ້ອຸທິດເລືອດເນື້ອຂອງຕົນ ເພື່ອພາລະກິດປະຕິວັດ ເຮັດສຳເລັດພັນທະສາກົນອັນມີກຽດ ທີ່ພັກ-ລັດ ຫວຽດນາມ ມອບໝາຍໃຫ້ຢ່າງໜ້າສັນລະເສີນ. ໃນໂອກາດດັ່ງກ່າວນີ້, ສະຫາຍ ຫງວຽນ ຈິ໋ ຕ໋າຍ ຄະນະປະຈໍາພັກນະຄອນ, ຮອງປະທານປົກຄອງແຂວງ, ຫົວໜ້າຄະນະປະຕິບັດງານພິເສດແຂວງເທື່ອທຽນເຫວ້ ສສ ຫວຽດນາມ ແລະ ສະຫາຍ ສີເຮັງ ຫອມສົມບັດ ໄດ້ຜັດປ່ຽນກັນກ່າວຄຳສະດຸດີ ເຊິ່ງໄດ້ຍົກໃຫ້ເຫັນຄຸນງາມຄວາມດີ, ໄລຍະຜ່ານມາ ລາວ-ຫວຽດນາມ ໄດ້ມີມູນເຊື້ອສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນພາລະກິດຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນ ເພື່ອຄວາມເປັນເອກະລາດແຫ່ງຊາດ ຂອງແຕ່ລະປະເທດ ແລະ ຄວາມອິດສະຫຼະພາບຂອງປະຊາຊົນສອງຊາດ ລາວ-ຫວຽດນາມ ເຊິ່ງໄດ້ຮ່ວມສຸກ, ຮ່ວມທຸກ, ຮ່ວມຂຸດຄອງດຽວກັນ ເພື່ອຕີສັດຕູໂຕດຽວກັນ, ເປັນການຢັ້ງຢື້ນວ່າ ອັດຖິທະຫານອາສາສະໜັກ ແລະ ຊ່ຽວຊານຫວຽດນາມ ຈຳນວນ 10 ອັດຖິນີ້ແມ່ນໝາກຜົນແຫ່ງການຮ່ວມມື ຂອງລັດຖະບານແຫ່ງ ສປປ ລາວ ກັບ ລັດຖະບານ ແຫ່ງ ສສ ຫວຽດນາມ ກໍຄືອຳນາດການປົກຄອງທ້ອງຖິ່ນຊາວແຂວງສາລະວັນ ແລະ ແຂວງເຊກອງ ທີ່ໄດ້ເອົາໃຈໃສ່ຕໍ່ຄະນະປະຕິບັດງານພິເສດທັງສອງຝ່າຍ ພ້ອມທັງໄດ້ຮັບການຮ່ວມມືຈາກອຳນາດການປົກຄອງພື້ນຖານປະຊາຊົນ ໃນແຕ່ລະທ້ອງຖິ່ນເຂົ້າໃນການຂຸດຄົ້ນຮ່າງອັດຖິດັ່ງກ່າວ.

ພ້ອມນີ້, ໄດ້ເຄື່ອນຍ້າຍເອົາອັດຖິທະຫານອາສາສະໜັກ ແລະ ຊ່ຽວຊານຫວຽດນາມເຂົ້າສູ່ສຸສານັກຮົບນິລະນາມ ນະຄອນເຫວ້ ສສ ຫວຽດນາມຢ່າງສົມກຽດ.
ໂດຍ: ສຸຂາວພອນ ສອນນາລີ