Saturday, May 24, 2025
Homeແຈ້ງການສໍາຄັນພະຍາກອນອາກາດ ວັນທີ 24 ພຶດສະພາ 2025

ພະຍາກອນອາກາດ ວັນທີ 24 ພຶດສະພາ 2025

ຄວາມກົດດັນຕໍ່າຂອງອາກາດຮ້ອນ, ໄດ້ປົກຄຸມຢູ່ທົົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶຶ່ງຈະເຮັດໃຫ້ອາກາດຍັງຈະຮ້ອນຢູ່ທົົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ເກືອບທົົ່ວໄປໃນແຕ່ລະພາກ ແລະ ຈະຕົກໜັກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 24/05/2025 ຫາ ເວລາ 07 ໂມງ ຂອງວັນທີ 25/05/2025

ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດເຢັນໃນຕອນເຊົ້າ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູເກື່ອບທົົ່ວໄປ ແລະ ຈະຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 17-28 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົົ່ວໄປ ແລະ ຈະຕົກໜັກ ຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນເທົົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 20-31 ອົງສາ.

ນະຄອນຫລວງວຽງຈັນ: ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງເກືອບທົົ່ວໄປ ແລະ ຈະຕົກໜັກ ຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກ ຫຸ້ມຂອງຝົນເທົົ່າກັບ 50%. ອຸນຫະພູມໃນລະຫວ່າງ 24-33 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົົ່ວໄປ ແລະ ຈະຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດ ແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 23-34 ອົງສາ.

ແຂວງໄຊສົມບູນ: ອາກາດເຢັນຕອນເຊົ້າ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງເກືອບທົົ່ວໄປ ແລະ ຈະຕົກໜັກ ຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກ ຫຸ້ມຂອງຝົນເທົົ່າກັບ 60%. ອຸນຫະພູມໃນລະຫວ່າງ 18-29 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົົ່ວໄປ ແລະ ຈະຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດ ແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 24-35 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງເກືອບທົົ່ວໄປ ແລະ ຈະຕົກໜັກ ຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນເທົົ່າກັບ 50%. ອຸນຫະພູມໃນລະຫວ່າງ 16-26 ອົງສາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments