ກະຊວງກະສິກໍາ ແລະ ປ່າໄມ້, ສະຫະພາບເອີຣົບ, ສະຖານທູດຝຣັ່ງ ປະຈຳລາວ ແລະ ອົງການອະນຸລັກສັດປ່າ (WCS) ຮ່ວມກັນຈັດພິທີສະຫຼອງຜົນສຳເລັດ ໂຄງການອະນຸລັກລະບົບນິເວດ ໂດຍຜ່ານການຄຸ້ມຄອງພູມີທັດແບບປະສົມປະສານໃນ ສປປ ລາວ (ECILL) ແລະ ປິດໂຄງການດັ່ງກ່າວ ຊຶ່ງໄດ້ຈັດຂຶ້ນ ໃນວັນທີ 19 ພຶດສະພາ ຜ່ານມາ ຢູ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ມາກ ກະລາເກີ (Mark Gallagher) ເອກອັກຄະລັດຖະທູດ ເອີຣົບ ປະຈຳ ສປປ ລາວ, ທ່ານ ອາແລັງ ເປຣີເອ (Alain Perrier) ອຸປະທູດຝຣັ່ງ ປະຈຳ ສປປ ລາວ ແລະ ທຸກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ກ່າວວ່າ: “ຂ້າພະເຈົ້າຂໍຂອບໃຈ EU, ອົງການຝຣັ່ງເພື່ອການພັດທະນາ (AFD) ແລະ WCS ທີ່ໄດ້ຮ່ວມມືກັນມາຍາວນານ ແລະ ພະຍາຍາມປະກອບສ່ວນເຂົ້າໃນຜົນສຳເລັດອັນສຳຄັນດັ່ງກ່າວ ເພື່ອຮັກສາປ່າໄມ້ ແລະ ຊີວະນານາພັນທີ່ເປັນເອກະລັກຂອງ ສປປ ລາວ. ຜົນສຳເລັດຂອງ ECILL ເປັນການຢັ້ງຢືນເຖິງຄວາມມຸ່ງໝັ້ນຮ່ວມກັນຂອງພວກເຮົາຕໍ່ກັບເປົ້າໝາຍການອະນຸລັກ ແລະ ຊີວະນານາພັນ. ພວກເຮົາຫວັງວ່າ ຈະສືບຕໍ່ການມີສ່ວນພົວພັນ ແລະ ການຮ່ວມມືຂອງພວກເຮົາ ຫຼັງຈາກໂຄງການ ECILL”.
ທ່ານ ມາກ ກະລາເກີ ກ່າວວ່າ: “ໃນໄລຍະ 5 ປີຜ່ານມາ, ໂຄງການ ECILL ໄດ້ທົດລອງວິທີການຮ່ວມມືຢ່າງຮອບດ້ານ ເພື່ອສ້າງຄວາມເຂັ້ມແຂງໃນການປົກປັກຮັກສາປ່າໄມ້ ແລະ ລະບົບນິເວດທໍາມະຊາດ , ອະນຸລັກຊີວະນານາພັນທີ່ເປັນເອກະລັກ ແລະ ອຸດົມສົມບູນຂອງ ສປປ ລາວ, ພ້ອມທັງສ້າງໂອກາດທາງເສດຖະກິດ ແລະ ຊີວິດການເປັນຢູ່ທີ່ຍືນຍົງໃຫ້ແກ່ຊຸມຊົນທ້ອງຖິ່ນ. ຂໍສະແດງຄວາມຂອບໃຈຢ່າງເລິກເຊິ່ງ ມາຍັງບັນດາຄູ່ຮ່ວມງານຂອງພວກເຮົາ, ລວມທັງພະແນກກະສິກໍາ ແລະ ປ່າໄມ້, ອົງການປົກຄອງແຂວງ, ອົງການພັດທະນາຝຣັ່ງ, ແລະ ອົງການອະນຸລັກສັດປ່າ. ການອຸທິດຕົນ ແລະ ການສະໜັບສະໜູນຂອງທ່ານ ແມ່ນສໍາຄັນຕໍ່ກັບການບັນລຸເປົ້າໝາຍລວມຂອງພວກເຮົາ.”
ພິທີສະຫຼອງຜົນງານ ແລະ ປິດໂຄງການ ECILL ໄດ້ມີຂຶ້ນກ່ອນກອງປະຊຸມທີ່ມີສ່ວນຮ່ວມຂອງຫົວໜ້າກອງຄຸ້ມຄອງປ່າສະຫງວນແຫ່ງຊາດ 26 ແຫ່ງ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລັດ (NGOs), ຄູ່ຮ່ວມງານ ເພື່ອສ້າງການຮ່ວມມືລະຫວ່າງ ອົງການຄຸ້ມຄອງປ່າສະຫງວນ ແລະ ກິດຈະການແຮ່ທາດ ເພື່ອຫາທາງອອກສູ່ການພັດທະນາແບບຍືນຍົງ. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອແນໃສ່ລະດົມຄວາມຄິດເຫັນກ່ຽວກັບວິທີສະໜັບສະໜູນການຈັດຕັ້ງປະຕິບັດຄຳສັ່ງນາຍົກລັດຖະມົນຕີ ສະບັບເລກທີ 06 ແລະ 11, ນິຕິກໍາກ່ຽວກັບປ່າສະຫງວນ ໃຫ້ມີປະສິດທິຜົນ ໂດຍຜ່ານການຕິດຕາມກວດກາການສຳປະທານບໍ່ແຮ່, ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມທີ່ເຂັ້ມແຂງ ແລະ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້ ແລະ ທີ່ດິນປ່າໄມ້ໃຫ້ເຂັ້ມແຂງກວ່າເກົ່າ.
ນັບຕັ້ງແຕ່ເລີ່ມໂຄງການ ໃນເດືອນມີນາ 2020 ຈົນຮອດປັດຈຸບັນ, ໂຄງການ ECILL ໄດ້ເຮັດໜ້າທີ່ຊ່ວຍຫຼຸດຜ່ອນອັດຕາຄວາມຫຼາກຫຼາຍທາງດ້ານຊີວະນານາພັນ ແລະ ການສູນເສຍທີ່ຢູ່ອາໄສ ໂດຍຮັບຮອງເອົາວິທີການຄຸ້ມຄອງພູມີທັດແບບປະສົຝປະສານ.
ໂຄງການດັ່ງກ່າວ, ແມ່ນສຸມໃສ່ 3 ພູມີທັດບຸລິມະສິດທີ່ມີຄວາມຫຼາກຫຼາຍທາງດ້ານຊີວະນານາພັນ, ການບໍລິການລະບົບນິເວດ ແລະ ຄຸນຄ່າທາງທຳມະຊາດຄື: (1) ອຸທິຍານແຫ່ງຊາດນ້ຳແອດ-ພູເລີຍ, (2) ເຂດຄຸ້ມຄອງລະບົບນິເວດ ແລະ ສັດປ່າແບບປະສົມປະສານ ຢູ່ແຂວງບໍລິຄຳໄຊ ແລະ (3) ທີ່ດິນບໍລິເວນນໍ້າຣາມຊາ ເຊຈໍາພອນ ແຂວງສະຫວັນນະເຂດ. ໂຄງການ ECILL, ມີມູນຄ່າທັງໝົດ 6,8 ລ້ານເອີໂຣ, ໄດ້ຮັບທຶນສົມທົບຈາກ EU ແລະ AFD ແລະ ຈັດຕັ້ງປະຕິບັດໂດຍ ອົງການອະນຸລັກສັດປ່າ ປະຈໍາ ສປປ ລາວ ໃນຄວາມພະຍາຍາມຮ່ວມກັນກັບລັດຖະບານລາວ ແລະ ຊຸມຊົນທ້ອງຖິ່ນ. ຜົນງານ 5 ປີ ຜ່ານມາ, ໂຄງການ ECILL ໄດ້ປັບປຸງການຄຸ້ມຄອງປ່າສະຫງວນແບບປະສົມປະສານ ແລະ ປັບປຸງປະສິດທິພາບການຄຸ້ມຄອງຢ່າງກ້ວາງຂວາງ ບັນລຸໄດ້ດ້ວຍແຫຼ່ງທີ່ຢູ່ອາໄສທີ່ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນສູງຫຼາຍກວ່າ 740,000 ເຮັກຕາ ລວມທັງປ່າໄມ້, ທີ່ດິນບໍລິເວນນໍ້າ. ສ້າງຄວາມເຂັ້ມແຂງທາງດ້ານນະໂຍບາຍ ທີ່ກ່ຽວຂ້ອງກັບການອະນຸລັກຊີວະນາໆພັນ, ປ່າໄມ້, ແລະ ການປົກປ້ອງດິນຊຸ່ມ ເພື່ອສະໜັບສະໜູນການຈັດຕັ້ງລະບົບປ່າສະຫງວນແຫ່ງຊາດໃນ ສປປ ລາວ; ສ້າງຕັ້ງ ຫຼື ຂະຫຍາຍວິສາຫະກິດອະນຸລັກ ທີ່ມີຄວາມສະຫຼາດດ້ານສະພາບອາກາດ, ຕິດພັນກັບຜົນການອະນຸລັກ ທີ່ສົ່ງຜົນປະໂຫຍດທາງດ້ານເສດຖະກິດໃຫ້ຊຸມຊົນ, ລວມທັງການທ່ອງທ່ຽວຊຸມຊົນ ແລະ ກະສິກຳແບບຍືນຍົງ ທີ່ເປັນມິດກັບສິ່ງແວດລ້ອມ.
(ຂ່າວ-ພາບ: ອົງການອະນຸລັກສັດປ່າ)