ຕາມແຫລ່ງຂ່າວຈາກ CGT, ກອງປະຊຸມໃຫຍ່ປະເທດພາຄີ ຂອງ“ສົນທິ ສັນຍາ ວ່າດ້ວຍ ວິທີເກືອດຫ້າມ ແລະ ປ້ອງກັນ ບໍ່ໃຫ້ສົ່ງອອກ ແລະ ນຳເຂົ້າ ຊັບສິນ ດ້ານວັດທະນະທຳ ຢ່າງຜິດກົດໝາຍ ພ້ອມທັງ ໂອນສິດ ທິຄອບຄອງ ຢ່າງຜິດກົດໝາຍ” ທີ່ອົງການ ສະຫະ ປະຊາຊາດ ເພື່ອການສຶກສາ ວິທະຍາສາດ ແລະ ວັດທະນະທຳ ຫລື ອົງການອຸຍແນັສໂກ ໄດ້ຮັບຮອງໃນປີ 1970 ຄັ້ງທີ 8 ໄດ້ໄຂຂຶ້ນ ຢູ່ນະຄອນຫລວງປາຣີ ຂອງຝຣັ່ງ ໃນວັນທີ 19 ພຶດສະພານີ້, ສປ ຈີນ ໄດ້ຮັບການເລືອກຕັ້ງ ເປັນປະເທດ ປະທານ ກອງປະຊຸມໃຫຍ່ ປະເທດ ພາຄີ ຄັ້ງນີ້ ເຊິ່ງເປັນຄັ້ງທຳອິດ ທີ່ ສປ ຈີນ ເປັນປະເທດ ປະທານ ກອງປະຊຸມໃຫຍ່ ດັ່ງກ່າວ. ສປ ຈີນ ໄດ້ຮັບການອະນຸມັດ ເຂົ້າຮ່ວມສົນທິສັນຍາ ດັ່ງກ່າວໃນປີ 1989. ຫລັງຈາກນັ້ນ, ສປ ຈີນ ໄດ້ເຄົາລົບ ແລະ ປະຕິບັດຕາມຈິດໃຈ ຂອງສົນທິສັນຍາ ຢ່າງຕັ້ງໜ້າມາໂດຍຕະຫລອດ ເຊິ່ງໄດ້ໃຊ້ມາດຕະການຕ່າງໆ ຢູ່ພາຍໃນປະເທດ ເພື່ອປ້ອງກັນ ແລະ ປາບປາມ ການສົ່ງອອກ ແລະ ນຳເຂົ້າຊັບສິນດ້ານວັດທະນະທຳ ຢ່າງຜິດກົດໝາຍ ພ້ອມທັງ ການໂອນສິດທິຄອບຄອງ ຢ່າງຜິດກົດໝາຍ, ນອກຈາກນັ້ນ,ສປ ຈີນຍັງໄດ້ປັບປຸງ ລະບົບກົດໝາຍ ແລະ ລະບຽບການ ກ່ຽວກັບ ການອະນຸລັກ ວັດຖຸບູຮານ ພາຍໃນປະເທດ ໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອເຮັດໃຫ້ກົດໝາຍ ແລະ ລະບຽບການເຫລົ່ານີ້ ມີຄວາມສອດຄ່ອງກັບຫລັກການ ແລະ ຄວາມຮຽກຮ້ອງຕ້ອງການ ຂອງສົນທິສັນຍາດັ່ງກ່າວ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ