Wednesday, May 21, 2025
Homeຂ່າວຕ່າງປະເທດອາຊຽນ ຂຶ້ນແຜນການສ້າງຕັ້ງກອງທຶນເງິນຕາສະເພາະ

ອາຊຽນ ຂຶ້ນແຜນການສ້າງຕັ້ງກອງທຶນເງິນຕາສະເພາະ

ວິທະຍຸກະຈາຍສຽງຫວຽດນາມ, ຕາມການສຳພາດນັກຂ່າວຂອງ “TV BRICS”, ທ່ານ ດາຕັກ ຊີຣິ ອັນວາ ອິບຣາຮິມ (Datuk Seri Anwar Ibrahim) ນາຍົກລັດຖະມົນຕີ ມາເລເຊຍ ໃຫ້ຮູ້ວ່າ: ບັນດາປະເທດສະມາຊິກອາຊຽນ ພວມປະຕິບັດ ບັນດາ ບາດກ້າວ ຟື້ນຕົວ ແນວຄວາມຄິດ ສ້າງຕັ້ງກອງທຶນ ເງິນຕາ ສະເພາະ, ໃນສະພາບການຄວນຍູ້ແຮງ ການຫັນປ່ຽນ, ພິເສດ ໃນຂົງເຂດການເງິນ ແລະ ອາຊຽນ ອາດຈະພິຈາລະນາ ປະຕິບັດ ບາງມາດຕະການເພື່ອຫລຸດຜ່ອນ ຄວາມສ່ຽງ ແລະ ປົກປ້ອງຜົນປະໂຫຍດ ຂອງບັນດາປະເທດ ສະມາຊິກ ແລະ ມາເລເຊຍ ຈະຈັດຕັ້ງ ກອງປະຊຸມ ຂັ້ນສູງ ອາຊຽນ ໃນວັນທີ 26–27 ພຶດສະພາ ຈະມາເຖິງ ສ່ວນຫລາຍ ແມ່ນສຸມໃສ່ ເຂົ້າບັນດາ ບັນຫາ ເສດຖະກິດ. ກອງປະຊຸມ ແມ່ນໂອກາດ ເພື່ອດຶງດູດ ບັນດາຄູ່ຮ່ວມມື ດ້ານການຄ້າຫລັກຂອງ ອາຊຽນ ແລະ ປັບປຸງໃຫ້ຄຳໝັ້ນສັນຍາ ຂອງກຸ່ມກ່ຽວກັບ ການຮ່ວມມື ໂດຍອີງໃສ່ກົດໝາຍ.ຂະນະທີ່ ອາຊຽນ ພວມຊອກຫາວິທີ ການເປີດກວ້າງ ຖານະສະມາຊິກ ໃນສອງສັນຍາ ການຄ້າໃຫຍ່ ຂອງພາກພື້ນ ນັ້ນແມ່ນ ສັນຍາຄູ່ຮ່ວມມື ເສດຖະກິດ ຮອບດ້ານ ພາກພື້ນ(RCEP) ແລະ ສັນຍາ ຄູ່ຮ່ວມມື ຮອບດ້ານ ແລະ ກ້າວໜ້າ ຂ້າມປາຊິຟິກ (CPTPP) ຄືດັ່ງສ່ວນໜຶ່ງ ຂອງຄວາມມານະ ພະຍາຍາມ ເຊື່ອມໂຍງ ເສດຖະກິດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments