Tuesday, May 20, 2025
Homeຂ່າວໜ້າໜຶ່ງຄະນະບໍລິຫານງານສູນກາງພັກ ພິຈາລະນາບັນຫາສໍາຄັນຂອງພັກ-ຂອງຊາດ

ຄະນະບໍລິຫານງານສູນກາງພັກ ພິຈາລະນາບັນຫາສໍາຄັນຂອງພັກ-ຂອງຊາດ

ກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 19-23 ພຶດສະພາ 2025 ໂດຍການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ.

ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດ ທີ່ພັກເຮົາ ຫາກໍຈັດຕັ້ງສະເຫລີມສະຫລອງວັນສ້າງຕັ້ງພັກ ຄົບ ຮອບ 70 ປີ ຢ່າງເປັນຂະບວນຟົດຟື້ນ. ພ້ອມກັນນັ້ນ, ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນ ພວມສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດໃນໄລຍະທ້າຍສະໄໝ, ບັນດາອົງຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ ພວມຂຸ້ນຂ້ຽວສຸມໃສ່ກະ ກຽມດໍາເນີນກອງປະຊຸມໃຫຍ່ອົງຄະນະພັກຕົນ ໃຫ້ສໍາເລັດຕາມແຜນທີ່ວາງອອກ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ໃນທາມກາງສະພາບການຂອງສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງໄວວາ, ສັບສົນ ແລະ ຄາດຄະເນໄດ້ຍາກ ໂດຍສະເພາະຢູ່ພາຍໃນປະເທດເຮົາ ເຖິງວ່າສະພາບຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ ຄ່ອຍຜ່ອນຄາຍລົງ ແລະ ມີທ່ວງທ່າຂະຫຍາຍຕົວດີຂຶ້ນ ແຕ່ກໍຍັງສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍປະການ ທີ່ຕ້ອງໄດ້ເອົາໃຈໃສ່ ເຊິ່ງກອງປະຊຸມໃນຄັ້ງນີ້ ຈະໄດ້ພ້ອມກັນພິຈາລະນາ, ຄົ້ນຄວ້າ, ປຶກສາຫາລື ແລະ ຕົກລົງວຽກງານສຳຄັນ ໃນຫລາຍດ້ານ ເປັນຕົ້ນ ຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ຄົ້ນຄວ້າມີຄໍາເຫັນຊີ້ນໍາຕໍ່ຮ່າງເອກະສານ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເຊິ່ງປະກອບມີ 5 ເອກະສານ ຄື: ຮ່າງໂຄງການການເມືອງຂອງພັກ, ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ກົດລະບຽບຂອງພັກ ສະບັບປັບປຸງ ແລະ ຮ່າງບົດສຳຫລວດການນຳພາລວມ ຂອງຄະນະບໍລິຫານງານພັກ ສະໄໝທີ XI. ພ້ອມນີ້, ຍັງໄດ້ຕີລາຄາກ່ຽວກັບຜົນດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກ ອ້ອມຂ້າງແຂວງ-ນະຄອນ ຫລວງ ແລະ ຮາກຖານພັກອ້ອມຂ້າງກະຊວງ-ອົງການ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳ ການດຳເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ, ນະຄອນຫລວງວຽງຈັນ, ກະຊວງ ແລະ ອົງການ.

ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນ ໂດຍເນັ້ນໃຫ້ບັນດາສະຫາຍກໍາມະການສູນກາງພັກ ຈົ່ງຍົກສູງຄວາມຮັບຜິດຊອບການ ເມືອງຂອງຕົນ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າເອກະສານຕ່າງໆ ໃຫ້ລະອຽດຖີ່ຖ້ວນ, ມີການສັງເກດຕີລາຄາ, ໄຈ້ແຍກບັນຫາໃຫ້ເລິກເຊິ່ງ, ຮອບຄອບ, ພາວະວິໄສ ແລະ ຢືນຢູ່ບົນຈິດໃຈປະຕິວັດບຸກ, ສ້າງການຫັນປ່ຽນທີ່ແຂງແຮງ, ກ້າຄິດ, ກ້າສະເໜີ, ໃຫ້ທິດຊີ້ນໍາຕໍ່ບັນຫາສຳຄັນຕ່າງໆ, ເຮັດໃຫ້ກອງປະຊຸມສູນກາງຄັ້ງນີ້, ບັນລຸໄດ້ຕາມລະດັບຄາດໝາຍທີ່ວາງອອກ ຕອບສະໜອງໄດ້ຕາມຄວາມຄອງຄອຍຂອງສັງຄົມ, ສ້າງຄວາມສັດທາ, ເຊື່ອໝັ້ນ ແລະ ການສະໜັບສະໜູນຢ່າງແຂງແຮງຂອງປະຊາຊົນ ຕໍ່ບົດບາດການນຳພາຂອງພັກເຮົາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments