Tuesday, May 20, 2025
Homeຂ່າວການເມືອງກອງພົນທີ 2 ຈັດຕັ້ງຫັດແອບຍິງລູກປືນແທ້ ໃຫ້ນັກຮຽນນາຍສີບ ຊຸດທີ VlI

ກອງພົນທີ 2 ຈັດຕັ້ງຫັດແອບຍິງລູກປືນແທ້ ໃຫ້ນັກຮຽນນາຍສີບ ຊຸດທີ VlI

ໃນວັນທີ 16 ພຶດສະພາ 2025 ນີ້, ກອງພົນທີ 2 ໄດ້ຈັດຕັ້ງຫັດແອບ ຍິງລູກປືນແທ້ ໃຫ້ນັກຮຽນນາຍ ຊຸດທີ VlI ຢູ່ທີ່ສະໜາມຍິງປືນຂອງ ກອງພົນ ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນໂທ ອຸ່ນເຕົ່າ ໄຊຍະຄຸນ ຫົວໜ້າຫ້ອງເສນາທິການກອງພົນທີ 2, ມີຄະນະຫ້ອງ, ພະແນກການ, ຄະນະພັກ-ຄະນະບັນຊາ, ຄູ-ອາຈານ, ຄະນະຮັບຜິດຊອບ ແລະ ນັກຮຽນ ນາຍສີບ ຊຸດທີ VlI ເຂົ້າຮ່ວມ.

ການຈັດຕັ້ງຫັດແອບຍີງລູກປືນແທ້ ໃນຄັ້ງນີ້ເພື່ອເປັນການທົດສອບ ຄວາມຮູ້ ຄວາມສາມາດຂອງນັກຮຽນນາຍສິບ ຊຸດທີ VlI ຜ່ານການຫັດ ແອບ ທາງດ້ານທິດສະດີຫລັກການ ກໍ່ຄືການປະຕິບັດຕົວຈິງຢູ່ໃນສະໜາມ ແອບ ແລະ ທັງເປັນການຕີລາຄາຜົນໄດ້ຮັບຂອງການຮໍ່າຮຽນໄລຍະ ຜ່ານມາ, ເພື່ອເຮັດໃຫ້ນັກຮຽນມີຄວາມຊໍານິຊໍານານ ກໍາໄດ້ລໍາດັບການ ເຮັດວຽກ ແລະ ວິທີບັນຊາຂັ້ນຂອງຕົນໃນເວລາເຮັດໜ້າທີ່ສູ້ຮົບຕົວຈິງ, ເປັນການເອກະພາບທາງດ້ານເນື້ອໃນບົດຮຽນທີ່ໄດ້ຮຽນມາ, ພ້ອມທັງ ທວນຄືນດ້ານສີລະປະຍຸດ-ຍຸດທະວິທີຂອງທະຫານຮາບ-ກໍາລັງໄຟແບກ ຮາບ ຢ່າງຖືກຕ້ອງ ແລະ ເປັນການປະສານສົມທົບ ລະຫວ່າງ ພາກທິດສະດີ ຫລັກການ ກັບການເຄື່ອນໄຫວປະຕິບັດໜ້າທີ່ສູ້ຮົບຕົວຈິງຢູ່ສະໜາມ ໃຫ້ມີໄຫວພິບຄ່ອງແຄ່ວ ຮູ້ນໍາໃຊ້ອາວຸດສົມທົບບັນດາຮູບການຕໍ່ສູ້ຢ່າງ ຊໍານິຊໍານານ, ແກ້ໄຂສະພາບການທີ່ເກີດຂຶ້ນໃຫ້ໄດ້ທັນເວລາ ສາມາດເຮັດ ສຳເລັດໜ້າທີ່ໃນພາລະກິດປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນ ຂອງຊາດໄວ້ໃຫ້ໝັ້ນຄົງ.

ໂອກາດນີ້, ສະຫາຍ ພັນໂທ ອຸ່ນເຕົ່າ ໄຊຍະຄຸນ ໄດ້ມີຄຳເຫັນໂອ້ລົມຕໍ່ ນັກຮຽນນາຍສິບ ຢູ່ພາກສະໜາມ ເຊິ່ງກ່ອນອື່ນ ສະຫາຍ ໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍ ຄະນະຮັບຜິດຊອບ ຄູ-ອາຈານ ແລະ ນັກຮຽນນາຍສິບແຕ່ລະສະຫາຍ ທີ່ໄດ້ພ້ອມກັນຜ່ານຜ່າຂໍ້ຍຸ້ງຫຍາກ ທຸກປະການ ແລະ ປະຕິບັດຂໍ້ກໍານົດ, ຫລັກການ, ຈັ່ງຫວະ, ບາດກ້າວ ໄດ້ຢ່າງເຂັ້ມງວດ ແລະ ສາມາດຮັບປະກັນໄດ້ຄວາມປອດໄພ 100%. ສະຫາຍ ຍັງໄດ້ກ່າວຕືມອີກວ່າ ກໍ່ເພື່ອເປັນຝຶກຝົນຫລໍ່ຫລອມໃຫ້ບັນດາ ສະຫາຍນັກຮຽນນາຍສິບ ໃຫ້ມີຄວາມຊໍານິຊໍານານທາງສິນລະປະຍຸດ, ຍຸດທະວິທີ ແລະ ການນໍາໃຊ້ອາວຸດຍຸດໂທປະກອນ ພ້ອມນັ້ນກໍ່ເພື່ອ ເປັນການປັບປຸງກໍ່ສ້າງກໍາລັງ ກໍ່ຄືສ້າງກອງທັບໃຫ້ກາຍເປັນກອງທັບ ທີ່ມີລະບຽບແບບແຜນທັນສະໄໝ ແລະ ສ້າງກອງທັບໃຫ້ມີຄວາມພ້ອມ ໃນການປະຕິບັດໜ້າທີ່ການເມືອງອັນໃໝ່ໄດ້ທຸກສະພາບການ.

ໂດຍ: ສຸວັນໂນ ທະລັງສີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments