Tuesday, May 20, 2025
Homeຂ່າວໜ້າໜຶ່ງລາວ-ກຳປູເຈຍ ຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ

ລາວ-ກຳປູເຈຍ ຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ

ກອງປະຊຸມຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ ຄັ້ງທີ III ປີ 2025 ຈັດຂຶ້ນໃນວັນທີ 19 ພຶດສະພາ 2025 ຢູ່ ແຂວງຈໍາປາສັກ ສປປ ລາວ, ຝ່າຍລາວ ນຳໂດຍ ທ່ານ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ, ຝ່າຍກຳປູເຈຍ ນຳໂດຍ ພົນເອກ ເອິດ ສາຣາດ ຮອງຜູ້ບັນຊາການທະຫານສູງສຸດ, ຫົວໜ້າເສນາທິການຮ່ວມກອງທັບ ແຫ່ງ ຣາຊະອານາຈັກກຳປູເຈຍ, ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ກຳປູເຈຍ-ລາວ, ມີບັນດາຄະນະກຳມະການທັງສອງຝ່າຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ທັງສອງຝ່າຍໄດ້ປຶກສາຫາລື ແລກປ່ຽນຄວາມຄິດເຫັນ, ທົບທວນຄືນ ແລະ ຕີລາຄາຜົນ ຂອງການຈັດຕັ້ງປະຕິບັດຕາມບົດບັນທຶກກອງປະຊຸມ ຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ຄັ້ງທີ II ທີ່ຈັດຂຶ້ນຢູ່ນະຄອນສຽມຣຽບ ແຂວງສຽມຣຽບ ຣາຊະອານາຈັກກຳປູເຈຍ ໃນວັນທີ 30 ເມສາ 2024 ຜ່ານມາ ໂດຍລວມແລ້ວ ການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ມີຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນ, ມີຄວາມປອດໄພດີສົມຄວນ, ມີການພັດທະນາແບບຍືນຍົງ ແລະ ເຫັນວ່າ ບັນຫາອາຊະຍາກຳຕ່າງໆ ຕາມບໍລິເວນຊາຍແດນ ຂອງສອງປະເທດ ແມ່ນຄ່ອຍໆສິ້ນສຸດລົງຫລາຍສົມຄວນ ເມື່ອທຽບໃສ່ຊຸມປີຜ່ານມາ, ເຊິ່ງໃນ 1 ປີຜ່ານມາ ປະຊາຊົນສອງປະເທດ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ໄດ້ໄປ-ມາຫາສູ່ກັນ, ຄ້າຂາຍຮ່ວມກັນຢ່າງເປັນປົກກະຕິ, ການເຂົ້າ-ອອກເມືອງ ສ່ວນຫລາຍແມ່ນຖືກຕ້ອງຕາມລະບຽບການ ແລະ ກົດໝາຍທີ່ໄດ້ກຳນົດໄວ້, ການເຄື່ອນໄຫວວຽກງານສໍາຫລວດ ແລະ ປັກຫລັກໝາຍຊາຍແດນ ລາວ-ກຳປູເຈຍ ໂດຍເລີ່ມຈັດຕັ້ງປະຕິບັດຮ່ວມກັນ ນັບແຕ່ເດືອນພຶດສະພາ 2023 ເຖິງປັດຈຸບັນ ເຫັນວ່າ ມີຄວາມຄືບໜ້າ ເຊິ່ງສາມາດສໍາຫລວດ, ຂຸດ ແລະ ຖອນຫລັກໝາຍ, ເທກັນເປື້ອນຕີນເສົາ, ເທຕີນເສົາຕໍມໍ, ເທເສົາຕໍມໍ ແລະ ເທແທ່ນຫລັກໝາຍໄດ້ 173 ຫລັກໝາຍ ແລະ ຮັບຮອງຮ່ວມກັນ 171 ຫລັກໝາຍ, ຕີລາຄາຜົນການສໍາຫລວດໄດ້ 33% ຂອງແຜນການ, ໃນດ້ານຮ່ວມມືລະດັບທ້ອງຖິ່ນ ກອງບັນຊາການທະຫານແຂວງຈຳປາສັກ, ອັດຕະປື ແລະ ກອງພົນທີ 5 ຂອງ ສປປ ລາວ ໄດ້ປະສານສົມທົບກັບບັນດາກອງບັນຊາການທະຫານແຂວງ, ແມ່ທັບພາກ, ກອງພົນນ້ອຍທີ 9 ຂອງ ຣາຊະອານາຈັກກຳປູເຈຍ ເພື່ອເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຮ່ວມມືກັນສະກັດກັ້ນການເຂົ້າ-ອອກເມືອງຜິດກົດໝາຍ, ສະກັດກັ້ນທຸກການກໍ່ການຮ້າຍ, ອາຊະຍາກຳຂ້າມຊາດ, ການຄ້າມະນຸດ, ການຂົນສົ່ງຄ້າຂາຍສິ່ງເສບຕິດ, ການລ່າສັດປ່າ, ການຂຸດຄົ້ນຊັບພະຍາກອນທຳມະຊາດ, ການຕັດໄມ້ທຳລາຍປ່າ, ການຄ້າວັດຖຸບູຮານ, ການຄ້າອາວຸດສົງຄາມ ແລະ ການກະທຳຜິດກົດໝາຍຕ່າງໆ ຢ່າງເປັນປົກກະຕິ.

ຫລັງຈາກນັ້ນ, ປະທານຮ່ວມທັງສອງຝ່າຍ ໄດ້ພ້ອມກັນລົງນາມໃນບົດບັນທຶກກອງປະຊຸມ ຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ຄັ້ງທີ III ປີ 2025 ເພື່ອຮັບຮອງເອົາຜົນ ຂອງກອປະຊຸມຄັ້ງນີ້ ໄປຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ເກີດດອກອອກຜົນ ເພື່ອແນໃສ່ເຮັດໃຫ້ຊາຍແດນ ຂອງສອງປະເທດ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການພັດທະນາ ແລະ ການຮ່ວມມືທີ່ມີຜົນປະໂຫຍດທີ່ດີຮ່ວມກັນ.

ຂ່າວ: ຈອນນີ້

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments