Saturday, May 17, 2025
Homeຂ່າວໜ້າໜຶ່ງທ່ານ ສະເຫຼີມໄຊ ກົມມະສິດ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ຣາຊະອານາຈັກໄທ

ທ່ານ ສະເຫຼີມໄຊ ກົມມະສິດ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ຣາຊະອານາຈັກໄທ

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ພີລະພັນ ສາລິລັດຖະວີພາກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງພະລັງງານ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນວັນທີ 15 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ, ເນື່ອງໃນໂອກາດເດີນທາງມາຢ້າມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ວິລະພັນ ສາລິລັດຖະວີພາກ ພ້ອມດ້ວຍຄະນະ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ລາວ-ໄທ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນ ເວົ້າລວມ, ເວົ້າສະເພາະ ແມ່ນການພົວພັນຮ່ວມມື ໃນຂະແໜງພະລັງງານຂອງສອງປະເທດ ໄດ້ຮັບການເສີມຂະຫຍາຍ, ຮັດແໜ້ນການພົວພັນຮ່ວມມືຂຶ້ນຢ່າງບໍ່ຢຸດຢັ້ງ.

ໂອກາດນີ້, ທ່ານ ພີລະພັນ ສາລິລັດຖະວີພາກ ຕາງໜ້າໃຫ້ກັບຄະນະ ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ຖືໂອກາດດັ່ງກ່າວ ລາຍງານຈຸດປະສົງໂດຍຫຍໍ້ຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ທ່ານ ຮອງນາຍົກລັດຖະມົນຕີຮັບຊາບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments