Home ຂ່າວຕ່າງປະເທດ ແຜນຍຸດທະສາດລວມ “ການພັດທະນາ 5 ພາລະກິດ ຢ່າງເປັນເອກະພາບກັນ”

ແຜນຍຸດທະສາດລວມ “ການພັດທະນາ 5 ພາລະກິດ ຢ່າງເປັນເອກະພາບກັນ”

0

ວິທະຍຸສາກົນ ແຫ່ງ ສປ ຈີນ, ໃນຂະບວນການຊຸກຍູ້ການສ້າງສາຄວາມທັນສະໄໝຂອງ ສປ ຈີນ, ໄດ້ມີການວາງແຜນ ຍຸດທະສາດທີ່ມີຄວາມໝາຍສໍາຄັນຍິ່ງ ນັ້ນກໍຄື: ແຜນຍຸດທະສາດລວມ “ການພັດທະນາ 5 ພາລະກິດ ຢ່າງເປັນເອກະພາບກັນ” ເຊິ່ງເປັນການອອກແບບຈາກຂັ້ນເທິງສູງສຸດເພື່ອການພັດທະນາຂອງຊາດ ທີ່ວາງອອກໂດຍພັກກອມມູນິດຈີນທີ່ເປັນພັກກໍາອໍານາດ.ຈາກນັ້ນ ທ່ານ ສີ ຈິ້ນຜິງ ປະທານ ປະເທດຈີນ ໄດ້ສະເໜີ ໃຫ້ວາງແຜນ ເປັນເອກະພາບກັນ ຊຸກຍູ້ແຜນຍຸດທະສາດລວມ “ການພັດທະນາ 5 ພາລະກິດ ຢ່າງເປັນເອກະພາບກັນ”ໃນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 19 ຂອງພັກກອມມູນິດຈີນ ໃນປີ 2017, ເວົ້າສະເພາະ ກໍແມ່ນວາງແຜນ ເປັນເອກະພາບກັນຊຸກຍູ້ 5 ດ້ານຄື: ການສ້າງສາເສດຖະກິດ, ການສ້າງສາການເມືອງ, ການສ້າງສາວັດທະນະທໍາ, ການສ້າງສາສັງຄົມ ແລະ ການສ້າງຄວາມສີວິໄລ ດ້ານນິເວດ. ນີ້ເປັນແຜນຍຸດທະສາດ ທີ່ວາງອອກໂດຍ ພັກກອມມູນິດຈີນ ທີ່ເປັນພັກກໍາອໍານາດ ໃນຂະບວນການບໍລິຫານປະເທດ, ເຊິ່ງແກນກາງສໍາຄັນ ຂອງແຜນຍຸດທະສາດນີ້ ແມ່ນທັບມ້າງຮູບແບບການເຕີບໂຕ ຂອງເສດຖະກິດ ພຽງຢ່າງດຽວ, ຫາກແມ່ນວາງແຜນ ແລະ ຊຸກຍູ້ຍຸດທະສາດລວມ ໂດຍຖືເອົາການສ້າງສາຄວາມທັນສະໄໝເຂົ້າເປັນອັນໜຶ່ງ ອັນດຽວກັນ.

ໃນນັ້ນ, ການສ້າງສາເສດຖະກິດ ເປັນໜ້າທີ່ໃຈກາງ, ໂດຍມີຖານະບົດບາດອັນພື້ນຖານໃນການສ້າງສາຄວາມທັນສະໄໝ,ມີບົດບາດສະໜອງພື້ນຖານດ້ານວັດຖຸໃຫ້ແຂົງເຂດອື່ນໆ.ການສ້າງສາການເມືອງ ມີບົດບາດຮັບປະກັນ ດ້ານລະບຽບການ. ສປ ຈີນ ໄດ້ຜ່ານຈາກການປັບປຸງ ລະບົບການປົກຄອງຕາມກົດໝາຍ ໃຫ້ສົມບູນຂຶ້ນ ແລະ ພຶດຕິກໍາຕົວຈິງ ແຫ່ງການປະຕິບັດ ປະຊາທິປະໄຕ ໃນທົ່ວຂັ້ນຕອນ, ໂດຍສາມາດ ຮັບປະກັນ ໃຫ້ນະໂຍບາຍ ດ້ານເສດຖະກິດ ໄດ້ຮັບການຈັດຕັ້ງ ປະຕິບັດ ໃຫ້ເປັນຈິງ, ການສືບສານດ້ານວັດທະນະທໍາ ມີລະບຽບແບບແຜນ, ການຄຸ້ມຄອງສັງຄົມ ເປັນລະບຽບຮຽບຮ້ອຍ. ການສ້າງສາວັດທະນະທໍາ ມີບົດບາດນໍາພາດ້ານຈິດໃຈ. ສປ ຈີນ ຖືເອົາວັດທະນະທໍາ ດັ້ງເດີມອັນດີງາມ ແລະ ຄ່ານິຍົມແກນກາງ ສັງຄົມນິຍົມ (ຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ສີວິໄລ, ກົມກຽວ, ເສລີ, ສະເໝີພາບ, ຍຸຕິທໍາ, ປົກຄອງຕາມກົດໝາຍ, ຮັກຊາດ, ຮັບຜິດຊອບຕໍ່ໜ້າທີ່, ຊື່ສັດ, ເປັນມິດ) ເພື່ອເຕົ້າໂຮມ ຄວາມເຫັນ ທີ່ເປັນເອກະພາບກັນ ທາງສັມຄົມ ແລະ ສະໜອງແຮງຂັບເຄື່ອນ ດ້ານວັດທະນະທໍາ ໃຫ້ແກ່ການຫັນປ່ຽນ ຮູບແບບການພັດທະນາເສດຖະກິດ. ການ​ສ້າງ​ສາ​ສັງ​ຄົມ ​ເໝືອນ​ດັ່ງ​ເຄື່ອງມື​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ ທາງ​ດ້ານ​ຊີ​ວິດ​ການ​ເປັນ​ຢູ່​ ຂອງ​ປະ​ຊາ​ຊົນ. ຕົວ​ຢ່າງວ່າ: ລະ​ບົບ​ປະ​ກັນ​ສັງ​ຄົມ ທີ່​ລວມ​ເຖິງ ການ​ປະ​ກັນ​ໄພ ​ລ້ຽງ​ດູ​ຜູ້​ເຖົ້າ ​ທີ່ກວມ 1,1 ຕື້​ຄົນ ແລະ ການ​ປະ​ກັນ​​ສຸ​ຂະ​ພາບ ​ທີ່ເຂົ້າ​ເຖິງ 1,3 ຕື້​ຄົນ ເປັນ​ຕົ້ນ ໄດ້​ສ້າງ​ ສະ​ພາບ​ແວດ​ລ້ອມ​​ ທາງສັງ​ຄົມ ​ທີ່​​ມີ​ສ​ະ​ຖຽນ ​ລະ​ພາບ​ ໃຫ້​ແກ່​ ການ​ພັດ​ທະ​ນາ ​ເສດ​ຖະ​ກິດ​ ຢ່າງ​ຕໍ່​ເນື່ອງ. ຂະນະທີ່ ສປ ຈີນ ​ໄດ້​ສ້າງ​ລະ​ບົບ​ການ​ລ້ຽງດູ​ຜູ້​ເຖົ້າ​ ແລະ ການ​ປິ່ນ​ປົວ​ພະ​ຍາດ​ທີ່ຄົບ​ຖ້ວນ​ສົມ​ບູນ ໂດຍ​ໄດ້​ເສີມ​ຂະ​ຫຍາຍ ​ບົດ​ບາດ ​ທີ່​ເປັນ​ເຄື່ອງມື ເພື່ອ​ຮັກ​ສາ​ ຄວາມ​ໝັ້ນ​ຄົງ​ ຂອງສັງ​ຄົມ. ການ​ສ້າງ​ຄວາມ​ສີ​ວິ​ໄລ​ ດ້ານ​ນິ​ເວດ​ ແມ່ນ​ພື້​ນ​ຖານ​ ແຫ່ງການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ.

ເພື່ອ​ຮັບ​ປະ​ກັນ​ ຄວາມ​​ໝັ້ນ​ຄົງ​ ດ້ານ​ນິ​ເວດ ແລະ ສະ​ກັດ​ກັ້ນ ​ບໍ່​ໃຫ້​ການ​ພັດ​ທະ​ນາ ຈົນໄປ​ທຳ​ລາຍ ​ສິ່ງ​ແວດ​ລ້ອມ, ສປ ຈີນ ​ໄດ້​ກຳ​ນົດເນື້ອ​ທີ່​ດິນ 32,9%​ຂອງ​ທົ່ວ​ປະ​ເທດ ເປັນ “ເສັ້ນ​ແດງ​ ເພື່ອ​ອະ​ນຸ​ລັກ ​​ສິ່ງ​ແວດ​ລ້ອມ ​ທຳ​ມະ​ຊາດ”. ນອກ​ຈາກ​ນີ້, ລັດ​ຖະ​ບານ ​ຍັງ​ໄດ້​ກຳ​ນົດ “ເສັ້ນ​​ແດງ ​​ເພື່ອ​ຮັກ​ສາ ​ດິນ​ປູກ​ຝັງ ​ພື້ນ​ຖານຖາ​ວອນ” ແລະ “ເສັ້ນ​ຈຳ​ກັດ ບໍ່​ໃຫ້ພັດ​ທະ​ນາ​ ຕົວ​ເມືອງ​​ ເກີດ​ຂອບ​ເຂດ​”. ສາມ​ເສັ້ນ​ດັ່ງ​ກ່າວ​ ໄດ້​ເຮັດ​ໃຫ້​ການ​ພັດ​ທະ​ນາ ​ເສດ​ຖະ​ກິດ ກັບການ​ອະ​ນຸ​ລັກ ​ສິ່ງ​ແວດ​ລ້ອມ ມີ​ຄວາມ​ດຸ່ນ​ດ່ຽງ​ກັນ ເພື່ອ​ບັນ​ລຸ​ ເປົ້າ​ໝາຍ​ທີ່​ “ທັງ​ເອົາ​​ພູ​ເງິນພູ​ຄຳ ແລະ ກໍ​ເອົາ​ພູ​ຂຽວ​ນ້ຳ​ໃສ”. ໃນ​ສິບກວ່າ​ປີ​ມາ​ນີ້, ໂດຍ​ຜ່ານ​ການ​ວາງ​ແຜນ​ ແບບ​ປະ​ສົມປະສານ​ກັນ ແລະ​ການ​ຄຸ້ມ​ຄອງ​ ບໍ​ລິ​ຫານ ຕາມແຜນ ຍຸດທະສາດລວມ “ການພັດທະນາ 5 ພາລະກິດ ຢ່າງເປັນເອກະພາບກັນ”, ສປ ຈີນ​ ໄດ້​ຮັກ​ສາ​ການ​ເຕີບ​ໂຕ ​ດ້ານ​ເສດ​ຖະ​ກິດ​ປະ​ມານ 6% ຕໍ່​ປີ, ການ​ສິ້ນເປືອງ ​ພະ​ລັງ​ງານ ຕາມ​ຫົວ​ໜ່ວຍ GDP ໄດ້ຫລຸດ​ລົງ 26%, ຕົວ​ເລກ​ດັດ​ຊະ​ນີ ​ດ້ານ​ຄວາມ​ຜາ​ສຸກ​ ຂອງ​ປະ​ຊາ​ຊົນ​ ໄດ້​ຍົກ​ສູງຂຶ້ນ 18% ເຊິ່ງ​ໄດ້​ສະ​ແດງ ​ໃຫ້​ເຫັນ​ເຖິງ ປະ​ສິດ​ທິ​ຜົນຫລາຍ​ດ້ານ ​ຂອງ​ການ​ພັດ​ທະ​ນາ​ ຢ່າງ​ມີ​ຄຸນ​ນະ​ພາບ​ສູງ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version