ວິທະຍຸສາກົນ ແຫ່ງ ສປ ຈີນ, ໃນຂະບວນການຊຸກຍູ້ການສ້າງສາຄວາມທັນສະໄໝຂອງ ສປ ຈີນ, ໄດ້ມີການວາງແຜນ ຍຸດທະສາດທີ່ມີຄວາມໝາຍສໍາຄັນຍິ່ງ ນັ້ນກໍຄື: ແຜນຍຸດທະສາດລວມ “ການພັດທະນາ 5 ພາລະກິດ ຢ່າງເປັນເອກະພາບກັນ” ເຊິ່ງເປັນການອອກແບບຈາກຂັ້ນເທິງສູງສຸດເພື່ອການພັດທະນາຂອງຊາດ ທີ່ວາງອອກໂດຍພັກກອມມູນິດຈີນທີ່ເປັນພັກກໍາອໍານາດ.ຈາກນັ້ນ ທ່ານ ສີ ຈິ້ນຜິງ ປະທານ ປະເທດຈີນ ໄດ້ສະເໜີ ໃຫ້ວາງແຜນ ເປັນເອກະພາບກັນ ຊຸກຍູ້ແຜນຍຸດທະສາດລວມ “ການພັດທະນາ 5 ພາລະກິດ ຢ່າງເປັນເອກະພາບກັນ”ໃນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 19 ຂອງພັກກອມມູນິດຈີນ ໃນປີ 2017, ເວົ້າສະເພາະ ກໍແມ່ນວາງແຜນ ເປັນເອກະພາບກັນຊຸກຍູ້ 5 ດ້ານຄື: ການສ້າງສາເສດຖະກິດ, ການສ້າງສາການເມືອງ, ການສ້າງສາວັດທະນະທໍາ, ການສ້າງສາສັງຄົມ ແລະ ການສ້າງຄວາມສີວິໄລ ດ້ານນິເວດ. ນີ້ເປັນແຜນຍຸດທະສາດ ທີ່ວາງອອກໂດຍ ພັກກອມມູນິດຈີນ ທີ່ເປັນພັກກໍາອໍານາດ ໃນຂະບວນການບໍລິຫານປະເທດ, ເຊິ່ງແກນກາງສໍາຄັນ ຂອງແຜນຍຸດທະສາດນີ້ ແມ່ນທັບມ້າງຮູບແບບການເຕີບໂຕ ຂອງເສດຖະກິດ ພຽງຢ່າງດຽວ, ຫາກແມ່ນວາງແຜນ ແລະ ຊຸກຍູ້ຍຸດທະສາດລວມ ໂດຍຖືເອົາການສ້າງສາຄວາມທັນສະໄໝເຂົ້າເປັນອັນໜຶ່ງ ອັນດຽວກັນ.

ໃນນັ້ນ, ການສ້າງສາເສດຖະກິດ ເປັນໜ້າທີ່ໃຈກາງ, ໂດຍມີຖານະບົດບາດອັນພື້ນຖານໃນການສ້າງສາຄວາມທັນສະໄໝ,ມີບົດບາດສະໜອງພື້ນຖານດ້ານວັດຖຸໃຫ້ແຂົງເຂດອື່ນໆ.ການສ້າງສາການເມືອງ ມີບົດບາດຮັບປະກັນ ດ້ານລະບຽບການ. ສປ ຈີນ ໄດ້ຜ່ານຈາກການປັບປຸງ ລະບົບການປົກຄອງຕາມກົດໝາຍ ໃຫ້ສົມບູນຂຶ້ນ ແລະ ພຶດຕິກໍາຕົວຈິງ ແຫ່ງການປະຕິບັດ ປະຊາທິປະໄຕ ໃນທົ່ວຂັ້ນຕອນ, ໂດຍສາມາດ ຮັບປະກັນ ໃຫ້ນະໂຍບາຍ ດ້ານເສດຖະກິດ ໄດ້ຮັບການຈັດຕັ້ງ ປະຕິບັດ ໃຫ້ເປັນຈິງ, ການສືບສານດ້ານວັດທະນະທໍາ ມີລະບຽບແບບແຜນ, ການຄຸ້ມຄອງສັງຄົມ ເປັນລະບຽບຮຽບຮ້ອຍ. ການສ້າງສາວັດທະນະທໍາ ມີບົດບາດນໍາພາດ້ານຈິດໃຈ. ສປ ຈີນ ຖືເອົາວັດທະນະທໍາ ດັ້ງເດີມອັນດີງາມ ແລະ ຄ່ານິຍົມແກນກາງ ສັງຄົມນິຍົມ (ຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ສີວິໄລ, ກົມກຽວ, ເສລີ, ສະເໝີພາບ, ຍຸຕິທໍາ, ປົກຄອງຕາມກົດໝາຍ, ຮັກຊາດ, ຮັບຜິດຊອບຕໍ່ໜ້າທີ່, ຊື່ສັດ, ເປັນມິດ) ເພື່ອເຕົ້າໂຮມ ຄວາມເຫັນ ທີ່ເປັນເອກະພາບກັນ ທາງສັມຄົມ ແລະ ສະໜອງແຮງຂັບເຄື່ອນ ດ້ານວັດທະນະທໍາ ໃຫ້ແກ່ການຫັນປ່ຽນ ຮູບແບບການພັດທະນາເສດຖະກິດ. ການສ້າງສາສັງຄົມ ເໝືອນດັ່ງເຄື່ອງມືຮັກສາຄວາມໝັ້ນຄົງ ທາງດ້ານຊີວິດການເປັນຢູ່ ຂອງປະຊາຊົນ. ຕົວຢ່າງວ່າ: ລະບົບປະກັນສັງຄົມ ທີ່ລວມເຖິງ ການປະກັນໄພ ລ້ຽງດູຜູ້ເຖົ້າ ທີ່ກວມ 1,1 ຕື້ຄົນ ແລະ ການປະກັນສຸຂະພາບ ທີ່ເຂົ້າເຖິງ 1,3 ຕື້ຄົນ ເປັນຕົ້ນ ໄດ້ສ້າງ ສະພາບແວດລ້ອມ ທາງສັງຄົມ ທີ່ມີສະຖຽນ ລະພາບ ໃຫ້ແກ່ ການພັດທະນາ ເສດຖະກິດ ຢ່າງຕໍ່ເນື່ອງ. ຂະນະທີ່ ສປ ຈີນ ໄດ້ສ້າງລະບົບການລ້ຽງດູຜູ້ເຖົ້າ ແລະ ການປິ່ນປົວພະຍາດທີ່ຄົບຖ້ວນສົມບູນ ໂດຍໄດ້ເສີມຂະຫຍາຍ ບົດບາດ ທີ່ເປັນເຄື່ອງມື ເພື່ອຮັກສາ ຄວາມໝັ້ນຄົງ ຂອງສັງຄົມ. ການສ້າງຄວາມສີວິໄລ ດ້ານນິເວດ ແມ່ນພື້ນຖານ ແຫ່ງການພັດທະນາ ແບບຍືນຍົງ.
ເພື່ອຮັບປະກັນ ຄວາມໝັ້ນຄົງ ດ້ານນິເວດ ແລະ ສະກັດກັ້ນ ບໍ່ໃຫ້ການພັດທະນາ ຈົນໄປທຳລາຍ ສິ່ງແວດລ້ອມ, ສປ ຈີນ ໄດ້ກຳນົດເນື້ອທີ່ດິນ 32,9%ຂອງທົ່ວປະເທດ ເປັນ “ເສັ້ນແດງ ເພື່ອອະນຸລັກ ສິ່ງແວດລ້ອມ ທຳມະຊາດ”. ນອກຈາກນີ້, ລັດຖະບານ ຍັງໄດ້ກຳນົດ “ເສັ້ນແດງ ເພື່ອຮັກສາ ດິນປູກຝັງ ພື້ນຖານຖາວອນ” ແລະ “ເສັ້ນຈຳກັດ ບໍ່ໃຫ້ພັດທະນາ ຕົວເມືອງ ເກີດຂອບເຂດ”. ສາມເສັ້ນດັ່ງກ່າວ ໄດ້ເຮັດໃຫ້ການພັດທະນາ ເສດຖະກິດ ກັບການອະນຸລັກ ສິ່ງແວດລ້ອມ ມີຄວາມດຸ່ນດ່ຽງກັນ ເພື່ອບັນລຸ ເປົ້າໝາຍທີ່ “ທັງເອົາພູເງິນພູຄຳ ແລະ ກໍເອົາພູຂຽວນ້ຳໃສ”. ໃນສິບກວ່າປີມານີ້, ໂດຍຜ່ານການວາງແຜນ ແບບປະສົມປະສານກັນ ແລະການຄຸ້ມຄອງ ບໍລິຫານ ຕາມແຜນ ຍຸດທະສາດລວມ “ການພັດທະນາ 5 ພາລະກິດ ຢ່າງເປັນເອກະພາບກັນ”, ສປ ຈີນ ໄດ້ຮັກສາການເຕີບໂຕ ດ້ານເສດຖະກິດປະມານ 6% ຕໍ່ປີ, ການສິ້ນເປືອງ ພະລັງງານ ຕາມຫົວໜ່ວຍ GDP ໄດ້ຫລຸດລົງ 26%, ຕົວເລກດັດຊະນີ ດ້ານຄວາມຜາສຸກ ຂອງປະຊາຊົນ ໄດ້ຍົກສູງຂຶ້ນ 18% ເຊິ່ງໄດ້ສະແດງ ໃຫ້ເຫັນເຖິງ ປະສິດທິຜົນຫລາຍດ້ານ ຂອງການພັດທະນາ ຢ່າງມີຄຸນນະພາບສູງ./.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ