Wednesday, May 14, 2025
Homeແຈ້ງການສໍາຄັນລະວັງກິນຖືກເຫດເບື່ອ ເສຍຊີວິດແລ້ວ 06 ກໍລະນີ ຢູ່ແຂວງໄຊຍະບູລີ

ລະວັງກິນຖືກເຫດເບື່ອ ເສຍຊີວິດແລ້ວ 06 ກໍລະນີ ຢູ່ແຂວງໄຊຍະບູລີ

ວັນທີ 13 ພຶດສະພາ 2025, ຫ້ອງການສາລະນະສຸກເມືອງໄຊຍະບູລີ ແຂວງໄຊຍະບູລີອອກແຈ້ງການເຖິງພໍ່ແມ່ປະຊາຊົນພາຍໃນເມືອງໄຊຍະບູລີ ໂດຍໃຫ້ນາຍບ້ານເອົາໃຈໃສ່ປຸກລະດົມພໍ່ແມ່ປະຊາຊົນບັນດາເຜົ່າກ່ຽວກັບຄວາມອັນຕະລາຍຂອງການ ບໍລິໂພກເຫັດທີ່ສາມາດເກີດຜົນກະທົບຕໍ່ສຸຂະພາບ.

ເນື່ອງຈາກວ່າໃນປີ 2025 ໄດ້ມີຂໍ້ມູນລາຍງານການເບື່ອເຫັດ ແລະ ເສຍຊີວິດຢູ່ບັນດາເມືອງຕ່າງໆໃນທົ່ວແຂວງ ຈໍານວນທັງຫມົດ 08 ກໍລະນີ, ເສຍຊີວິດ 06 ກໍລະນີ ຢູ່ບ້ານປາກລອງ ເມືອງໄຊສະຖານ 04 ກໍລະນີ ແລະ ບ້ານນາປຸ່ງ ເມືອງຫົງສາ 02 ກໍລະນີ ເຊີ່ງບຸກຄົນດັ່ງກ່າວໄດ້ພາກັນບໍລິໂພກອາຫານປະເພດເຫັດທີ່ເກີດຢູ່ຕາມທໍາມະຊາດ ພາຍຫຼັງ ປຸງແຕ່ງກິນແລ້ວແຕ່ລະຄົນມີອາການສະແດງອອກເຊັ່ນ: ວີນຫົວ, ປວດຮາກ, ຮາກ, ເຈັບທ້ອງ ແລະ ຖ່າຍເປັນນໍ້າ. ສະນັ້ນ, ເພື່ອເປັນການເຜີຍແຜ່ຂໍ້ມູນຂ່າວສານດັ່ງກ່າວໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ຜົນອັນຕະລາຍຂອງການ ບໍລິໂພກອາຫານຊະນິດເປັນພິດຕໍ່ສຸຂະພາບ (ໂດຍສະເພາະອາຫານປະເພດເຫັດ)

ຫົວໜ້າຫ້ອງການສາທາລະນະສຸກເມືອງ ຂໍຖືເປັນກຽດແຈ້ງມາຍັງທ່ານ ດັ່ງນີ້:

1. ໃຫ້ນາຍບ້ານເອົາໃຈໃສ່ຊີ້ນໍາພາກສ່ວນກ່ຽວຂ້ອງ ໂດຍສະເພາະ ອສບ ຕິດຕາມເຝົ້າລະວັງ, ເກັບກໍາຂໍ້ມູນ, ລາຍງານ ຂໍ້ມູນການເບື່ອເຫັດໃຫ້ສຸກສາລາ ຫຼື ຫ້ອງການສາທາລະນະສຸກເມືອງ ເປັນປົກກະຕິ ແລະ ທັນສະພາບການ;

2. ໂຄສະນາສຸຂະສຶກສາ ແລະ ປຸກລະດົມປະຊາຊົນໃຫ້ຮັບຮູ້, ເຂົ້າໃຈຢ່າງທົ່ວເຖິງກ່ຽວກັບຄວາມອັນຕະລາຍຂອງ ການບໍລິໂພກເຫັດ, ອາຫານປະເພດອື່ນໆທີ່ເປັນພິດຕໍ່ສຸຂະພາບ;

3. ປຸກລະດົມພໍ່ແມ່ປະຊາຊົນ ເພື່ອໃຫ້ເຂົາເຈົ້າເອົາໃຈໃສ່ຢ່າງເຂັ້ມງວດ ກ່ຽວກັບການປຸງແຕ່ງອາຫານຕ້ອງຮັບປະກັນ ໃຫ້ສຸກດີໂດຍສະເພາະປະເພດເຫັດ;

4. ມອບໃຫ້ນາຍບ້ານນໍາເອົາແຈ້ງການສະບັບນີ້ ອອກຂ່າວທາງໂທລະໂຄ່ງແຈ້ງໃຫ້ພໍ່ແມ່ປະຊາຊົນມີສະຕິ, ລະມັດລະວັງໃນການບໍລິໂພກເຫັດທຸກປະເພດ ເພື່ອບໍ່ໃຫ້ມີການເບື່ອເຫັດເກີດຂຶ້ນ

5. ມອບໃຫ້ອໍານາດການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງເປັນເຈົ້າການໃນການຈັດຕັ້ງປະຕິບັດແຈ້ງການສະບັບ ນີ້ດ້ວຍຄວາມຮັບຜິດຊອບສູງ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments