Thursday, May 15, 2025
Homeຂ່າວຕ່າງປະເທດOpenAI ເຈລະຈາກັບ Microsoft ເພື່ອປັບປ່ຽນຂໍ້ຕົກລົງການຮ່ວມມື

OpenAI ເຈລະຈາກັບ Microsoft ເພື່ອປັບປ່ຽນຂໍ້ຕົກລົງການຮ່ວມມື

ຂ່າວຕ່າງປະເທດລາຍງານ ໃນວັນທີ 12 ພຶດສະພາ ຜ່ານມາວ່າ: OpenAI ພວມເຈລະຈາກັບ Microsoft ເພື່ອປັບປ່ຽນເງື່ອນໄຂຂອງຂໍ້ຕົກລົງການຮ່ວມມືມູນຄ່າຫຼາຍຕື້ໂດລາ. ເພື່ອກະກຽມສໍາລັບການຈົດທະບຽນໃນຕະຫຼາດຫຼັກຊັບ ພ້ອມທັງຮັກສາສິດຂອງ Microsoft ໃນການເຂົ້າເຖິງເຕັກໂນໂລຊີ AI ຂັ້ນສູງຕໍ່ໄປ.

ບົດລາຍງານລະບຸວ່າ: ຈຸດສໍາຄັນໃນການເຈລະຈາຄັ້ງນີ້ແມ່ນການກຳນົດອັດຕາສ່ວນການຖືຫຸ້ນຂອງ Microsoft ໃນທຸລະກິດການຄ້າ ຂອງ OpenAI ຫຼັງຈາກທີ່ໄດ້ລົງທຶນໄປແລ້ວຫຼາຍກວ່າ 13 ຕື້ໂດລາ. ອີງຕາມແຫຼ່ງຂ່າວ ລະບຸວ່າ: Microsoft ໄດ້ສະເໜີທີ່ຈະສະຫຼະຮຸ້ນບາງສ່ວນຂອງຕົນເພື່ອແລກປ່ຽນກັບການເຂົ້າເຖິງເຕັກໂນໂລຊີທີ່ຈະພັດທະນາ ຂຶ້ນຫຼັງຈາກຂໍ້ຕົກລົງເດີມສິ້ນສຸດລົງໃນປີ 2030.

ໃນຂະນະດຽວກັນ, ການເຈລະຈາຍັງກວມເອົາການປ່ຽນແປງເງື່ອນໄຂຂອງສັນຍາທີ່ເຮັດຕັ້ງແຕ່ປີ 2019 ຊຶ່ງເປັນໄລຍະທີ່ Microsoft ລົງທຶນ 1 ຕື້ໂດລາໃນ OpenAI.

ໃນຕົ້ນອາທິດນີ້, The Information ຊຶ່ງເປັນເວັບໄຊຂ່າວເຕັກໂນໂລຊີ ລາຍງານວ່າ: OpenAI ໄດ້ແຈ້ງຕໍ່ນັກລົງທຶນເຖິງແຜນການທີ່ຈະຫຼຸດອັດຕາສ່ວນການແບ່ງປັນລາຍຮັບກັບ Microsoft ໃນຂະນະທີ່ບໍລິສັດກຳລັງເດີນໜ້າປັບໂຄງສ້າງອົງກອນ.

ທັງນີ້, ໃນເດືອນມັງກອນ ຜ່ານມາ. Microsoft ໄດ້ປ່ຽນບາງເງື່ອນໄຂຂອງຂໍ້ຕົກລົງກັບ OpenAI. ຫຼັງຈາກທີ່ບໍລິສັດໄດ້ປະກາດຮ່ວມທຶນກັບ Oracle ແລະ ກຸ່ມ SoftBank ຂອງຍີ່ປຸ່ນເພື່ອສ້າງສູນຂໍ້ມູນ AI ແຫ່ງໃໝ່ ໃນ ສະຫະລັດ ອາເມຣິກາ ມູນຄ່າເຖິງ 500 ຕື້ໂດລາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments