Wednesday, May 14, 2025
Homeຂ່າວຕ່າງປະເທດອົສຕຣາລີ ຮຽກຮ້ອງໃຫ້ປະຊາຊົນໄປສັກວັກຊິນໄຂ້ຫວັດໃຫຍ່

ອົສຕຣາລີ ຮຽກຮ້ອງໃຫ້ປະຊາຊົນໄປສັກວັກຊິນໄຂ້ຫວັດໃຫຍ່

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທາງການອົສຕຣາລີ ຮຽກຮ້ອງໃຫ້ປະຊາຊົນເລັ່ງສັກວັກຊິນປ້ອງກັນໄຂ້ຫວັດໃຫຍ່ ພາຍຫຼັງທີ່ຈຳນວນຄົນເຈັບເພີ່ມສູງຂຶ້ນທົ່ວປະເທດ.

ຂໍ້ມູນລ້າສຸດຂອງກົມອະນາໄມ ແລະ ການເຍິ່ງແຍງດູແລຜູ້ອາຍຸສູງ ຂອງລັດຖະບານກອົສຕຣາລີ ເປີດເຜີຍວ່າ: ມີຄົນເຈັບພະຍາດໄຂ້ຫວັດໃຫຍ່ທີ່ຢຶນຢັນແລ້ວ 72,360 ຄົນ ໃນອົສຕຣາລີນັບຕັ້ງແຕ່ຕົ້ນປີ 2025 ຊຶ່ງມີ 2,184 ຄົນນັບຕັ້ງແຕ່ຕົ້ນເດືອນພຶດສະພາ. ໂດຍໃນຈໍານວນປະຊາກອນດັ່ງກ່າວ ມີຊາວອົສຕຣາລີ ອາຍຸ 0-4 ແລະ 5-9 ປີ ເປັນກຸ່ມທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ, ໂດຍຄິດເປັນ 22.7% ຂອງຈຳນວນຄົນເຈັບທັງໝົດ.

ຂ່າວລະບຸວ່າ: ໃນໄລຍະທ້າຍເດືອນພຶດສະພາ ປີ 2024 ອົສຕຣາລີ ມີລາຍງານຄົນເຈັບພະຍາດໄຂ້ຫວັດໃຫຍ່ຈຳນວນ 73,639 ຄົນ, ໂດຍອົສຕຣາລີມີລາຍງານຄົນເຈັບໄຂ້ຫວັດໃຫຍ່ສູງແບບບໍ່ເຄີຍມີມາກ່ອນ ຢູ່ທີ່ 365,580 ຄົນ ແລະ ເສຍຊີວິດຫຼາຍກວ່າ 1,000 ຄົນ.

ຈຳນວນຄົນເຈັບທີ່ເພີ່ມຂຶ້ນໃນໄລຍະໃກ້ເຂົ້າລະດູໜາວຂອງອົສຕຣາລີ ເຮັດໃຫ້ອົງການທາງການແພດຕ້ອງອອກມາປະກາດເຕືອນໃຫ້ປະຊາຊົນຮີບໄປສັກວັກຊິນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments