Home ຂ່າວຕ່າງປະເທດ ກາ​ເຟ​ຈອກ​ໜຶ່ງ​ຈະ​ຊຸກ​ຍູ້ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ຂອງ​ຈີນ​ ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ໄດ້​ຄື​ແນວ​ໃດ?

ກາ​ເຟ​ຈອກ​ໜຶ່ງ​ຈະ​ຊຸກ​ຍູ້ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ຂອງ​ຈີນ​ ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ໄດ້​ຄື​ແນວ​ໃດ?

0
5

ຢູ່​ແຄມ​ທົ່ງ​ນາ​ບ້ານ​ເຢນ​ເຫີ​​ ເຂດຖະ​ໜົນ​ຢຽວ​ຈີ​ເມືອງ​ຫວງ​ເປີ່ຍ ນະ​ຄອນ​ອູ​ຮັ້ນ​ ແຂວງ​ຫູ​ເປີຍຂອງ​ຈີນ, ຮ້ານ​ກາ​ເຟ​ແຫ່ງ​ໜຶ່ງ​ທີ່​ມີ​ຊື່​ວ່າ “ຊ່ຽງ​ບັກ ” ກາຍ​ເປັນ​ສະ​ຖານ​ທີ່​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ນັກ​ທ່ອງ​ທ່ຽວ. ການ​ໄດ້​ຮັບ​ຄວາມ​ນິ​ຍົມຊົມ​ຊອບ​ຂອງ​ຮ້ານ​ກາ​ເຟ​ແຫ່ງ​ນີ້, ບໍ່​ພຽງ​ແຕ່​ເປັນ​ຜົນ​ສຳ​ເລັດ​ດ້ານ​ທຸ​ລະ​ກິດ​ເທົ່າ​ນັ້ນ, ​ຫາກ​ຍັງ​ໄດ້​ເພີ່ມ​ພະ​ລັງ​ຊີ​ວິດ​ອັນ​ໃໝ່​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ອີກ​ດ້ວຍ.

​ຄວາມ​ລັບ​ແຫ່ງ​​ຄວາມ​ສຳ​ເລັດ​​ຂອງ​ຮ້ານ​ກາ​ເຟ “ຊ່ຽງບັກ”, ກ່ອນ​ອື່ນ​ແມ່ນ​ໄດ້​ຄົ້ນ​ພົບ​ຈຸດ​ເຊື່ອມ​ຈອດ​ຄວາມ​ຕ້ອງ​ການ​ຂອງ​ຕົວ​ເມືອງ ແລະ ຊົນ​ນະ​ບົດ​ຢ່າງ​ແມ່ນ​ຢຳ. ໃນ​ປັດ​ຈຸ​ບັນ​​ເນື່ອງ​ຈາກວິ​ຖີ​ຊີ​ວິດ​ໃນ​ຕົວ​ເມືອງ​ນັບ​ມື້ຈະ​ເລີນ​ກ້າວ​ໜ້າ​ໄວ​ຂຶ້ນ ແລະ​ມີ​ການ​ແຂ່ງ​ຂັນ​​ກັນນັບ​ມື້​ດຸ​ເດືອດກວ່າ​ເກົ່າ, ປະ​ຊາ​ຊົນ​ມີ​ຄວາມ​ປາດ​ຖະ​ໜາ​ຕໍ່​ຊີ​ວິດ​ທີ່​ປາ​ສະ​ຈາກ​ການ​ຊຸມ​ແຊວ ແລະ ​ຢາກໃກ້​ຊິດ​ກັບ​ທຳ​ມະ​ຊາດ​ຢູ່​ຊົນ​ນະ​ບົດ. ຮ້ານ​ກາ​ເຟ “ຊ່ຽງບັກ” ໄດ້​ເຊື່ອມ​ໂຍງກາ​ເຟ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ໃນຕົວ​ເມືອງ ກັບ​ທິວ​ທັດ​ທົ່ງ​ນາ​ທີ່​ງຽບ​ສະ​ຫງົບ​ ແລະ ສວຍ​ງາມຂອງ​ຊົນ​ນະ​ບົດ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ໄດ້​ສ້າງ​ສະ​ພາບ​ການ​ບໍ​ລິ​ໂພກ​ແບບ​ພິ​ເສດ. ການ​ເຊື່ອມ​ໂຍງ​ແບບ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຄື​ແນວ​ນີ້, ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈາກ​ຕົວ​ເມືອງ​ຢ່າງຫຼວງຫຼາຍໄປ​ບໍ​ລິ​ໂພກ​ຢູ່​ຊົນ​ນະ​ບົດ ເຊິ່ງ​ໄດ້​​ຊຸກ​ຍູ້​ສົ່ງ​ເສີມຄວາມ​ມີ​ຊີ​ວິດ​ຊີ​ວາ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢູ່​ຊົນ​ນະ​ບົດ.

ເມື່ອ​ສັງ​ເກ​ດ​ຈາກ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ແລ້ວ​ເຫັນ​ວ່າ, ຮ້ານ​ກາ​ເຟ “ຊ່ຽງ​ບັກ” ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ການ​ເປັນ​ແບບ​ຢ່າງ​ໃນ​ການ​ພັດ​ທະ​ນາ​ແບບ​ເຊື່ອມ​ໂຍງ​ອຸດ​ສາ​ຫະ​ກຳ​ ໂດຍ​ຖື​ເອົາ​ທຸ​ລະ​ກິດ​ຮ້ານ​ກາ​ເຟ​ເປັນ​ຈຸດ​ລົງ​ມື ຫຼື ຈັດ​ຕັ້ງ​ປະ​ຕິ​ບັດ, ຂະ​ຫຍາຍກວ້າງ​ອອກ​ເປັນ​ອຸດ​ສາ​ຫະ​ກຳ​ຕ່າງໆ, ເປັນ​ຕົ້ນ ຢູ່​ບໍ​ລິ​ເວນ​ອ້ອມ​ຂ້າງ​ຮ້ານ​ກາ​ເຟ​ໄດ້​ສ້າງ​ເດີ່ນ​ຕັ້ງ​ແຄ້ມ ແລະ ເຮືອນ​ພັກ​ໂຮມ​ສະ​ເຕຫຼາຍ​ແຫ່ງ​ຢູ່​ບໍ​ລິ​ເວນ​ອ້ອມ​ຂ້າງ​ກໍ​ໄດ້​ເລັ່ງ​ລັດ​ສ້າງ​ຂຶ້ນ, ໃນ​ອະ​ນາ​ຄົດ​ຈະ​ໃຫ້​ການ​ບໍ​ລິ​ການ​ໂຮມ​ສະ​ເຕ​ທີ່​ສົມ​ບູນກວ່າ​ເກົ່າ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ; ທົດ​ລອງ​ຈັດ​ສົ່ງ​ກາ​ເຟ​ດ້ວຍ​ໂດ​ຣນ, ຄົ້ນ​ຄວ້າ​ຮູບ​ແບບ​ໃໝ່​ແຫ່ງ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ໃນ​ຊົນ​ນະ​ບົດ ແລະ ເປີດກວ້າງ​ຂອບ​ເຂດ​ບໍ​ລິ​ການ. ຮູບ​ແບບ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ແບບ​ເຊື່ອມ​ໂຍງ​ກັນ​ຄືແນວ​ນີ້, ໄດ້​ຍົກ​ສູງ​ມູນ​ຄ່າ​ເພີ່ມ ແລະ ​ກຳ​ລັງ​​ການແຂ່ງ​ຂັນ​ແບບ​ສັງ​ລວມຂອງ​ອຸດ​ສາ​ຫະ​ກຳ​ໃນ​ຊົນ​ນະ​ບົດ ​ເຊິ່ງ​ໄດ້​ເພີ່ມ​ແຮງ​ຂັບ​ເຄື່ອນ​ທີ່​ບໍ່​ເຫືອດ​ແຫ້ງ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢູ່​ຊົນ​ນະ​ບົດ.

ການ​ພັດ​ທະ​ນາ​ຂອງ​ຮ້ານ​ກາ​ເຟ “ຊ່ຽງ​ບັກ” ໄດ້​ສ້າງ​ໂອ​ກາດ​ໃຫ້​ແກ່​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ດ້ວຍ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ. ​ເຖິງວ່າທ່ານ​ຫວາງ​ຊວີ່​ຈິງ ຜູ້​ກໍ່​ຕັ້ງ​ຮ້ານ​ກາ​ເຟມີ​ອາ​ຍຸກາຍ​​ຮັບບຳ​ນານ​ແລ້ວ, ແຕ່​ຍັງ​ມີ​ຄວາມ​ກະ​ຕື​ລື​ລົ້ນ​ ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ສາ​ພັດ​ທະ​ນາ​ບ້ານ​ເກີດ, ຮ່ວມ​ກັບ​ເພື່ອນ​ມິດ​ຈຳ​ນວນ​ໜຶ່ງ​ທີ່​ມີ​ຄວາມ​ປາດ​ຖະ​ໜາ​ຮ່ວມ​ກັນ​ກັບ​ຄືນ​ບ້ານ​ເກີດ ​ເພື່ອ​ດຳ​ເນີນ​ທຸ​ລະ​ກິດ​ໃໝ່. ເຂົາ​ເຈົ້າ​ໄດ້​ນຳ​ເອົາ​ແນວ​ຄິດ​ໃນການ​ດຳ​ເນີນ​ທຸ​ລະ​ກິດ​, ບົດ​ຮຽນ​ການ​ຄຸ້ມ​ຄອງ ແລະ ຫົວ​ຄິດ​ປະ​ດິດ​ສ້າງທີ່​ທັນ​ສະ​ໄໝ, ​ກາຍ​​ມາເປັນ “ແຮງ​ຂັບ​ເຄື່ອນ​ທາງ​ສະ​ຕິ​ປັນ​ຍາ” ໃນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ. ຂະ​ນະ​ດຽວ​ກັນ, ການ​​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ປັນ​ຢ່າງ​ດີ​ຂອງ​ຮ້ານ​ກາ​ເຟ “ຊ່ຽງ​ບັກ” ໄດ້​ດຶງ​ດູດ​ຊາວ​ໜຸ່ມ​ຈຳ​ນວນຫຼວງຫຼາຍ​ໄປ​ບໍ​ລິ​ໂພກ ແລະ ເຮັດ​ວຽກ​, ຈົນ​ມີ​ບາງ​ວິ​ສາ​ຫະ​ກິດ​ມີ​ຈຸດ​ປະ​ສົງ​ຢາກ​ເຂົ້າ​ມາ​ຕັ້ງ​ຢູ່​ບ້ານ​ເຢນ​ເຫີ. ນີ້​ບໍ່​ພຽງ​ແຕ່​ໄດ້​ນຳ​​ເອົາ​ໂອກາດ​ໃໝ່​ມາ​ໃຫ້​ແກ່​ຊົນ​ນະ​ບົດ​ເທົ່າ​ນັ້ນ, ​ຫາກ​ຍັງ​ໄດ້​ສ້າງ​ບັນ​ຍາ​ກາດແຫ່ງ​ການ​ສ້າງ​ທຸ​ລະ​ກິດ​ ແລະ ​ການປະ​ດິດ​ສ້າງ​ໃໝ່​ທີ່​ດີ, ດຶງ​ດູດ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດຫຼາຍກວ່າ​ເກົ່າ​ກັບ​ຄືນ​​ສູ່ຊົນ​ນະ​ບົດ ແລະ ມີ​ສ່ວນ​ຮ່ວມ​ເຂົ້າ​ໃນ​ການ​ສ້າງ​ສາ​ພັດ​ທະ​ນາ​ຊົນ​ນະ​ບົດ.

​ການ​ຂະ​ຫຍາຍ​ຕົວຂອງ​ຮ້ານ​ກາ​ເຟ “ຊ່ຽງ​ບັກ” ຢູ່​ນະ​ຄອນ​ອູ​ຮັ້ນ​ບໍ່​ເປັນ​ພຽງ​ກໍ​ລະ​ນີ​​ໜຶ່ງ​ດຽວ. ໃນ​ກະ​ແສ​ຟອງ​ແຫ່ງ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ຈີນ, “ຮ້ານ​ກາ​ເຟ​ໃນ​ຊົນ​ນະ​ບົດ” ໃນ​ຖາ​ນະ​ເປັນ​ຮູບ​ແບບ​ອຸດ​ສາ​ຫະ​ກຳ​ທີ່​ເກີດ​ໃໝ່, ຄ່ອຍໆ​ເຂົ້າ​ສູ່​ສາຍ​ຕາ​ຂອງ​ປະ​ຊາ​ຊົນ. “ບົດ​ລາຍ​ງານ​ສັງ​ເກີດ​ຕະຫຼາດ​ກາ​ເຟ​ຈີນ 2024” ສະ​ແດງ​ໃຫ້​ເຫັນ​ວ່າ, ປະ​ລິມ​ານ​ໃບ​ສັ່ງ​ກາ​ເຟ​ຢູ່​ຕົວ​ເມືອງ​ທີ່​ເສດ​ຖະ​ກິດ​ພັດ​ທະ​ນາ​ອ່າວ​ຊ້າ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ 250% ເມື່ອ​ທຽບ​ໃສ່​ປີ 2023 ແລະ ຈຳ​ນວນ​ຮ້ານ​ກາ​ເຟ​ຂັ້ນ​ເມືອງ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

​ການ​ຂະ​ຫຍາຍ​ຕົວຂອງ “ຮ້ານ​ກາ​ເຟ​ໃນ​ຊົນ​ນະ​ບົດ” ​ແມ່ນ​ຍ້ອນໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ຊຸກ​ຍູ້​ຂອງຫຼາຍ​ປັດ​ໄຈ. ການ​ສະ​ໜັບ​ສະ​ໜູນ​ດ້ານ​ນະ​ໂຍ​ບາຍ​ແມ່ນ​ປະ​ຖົມ​ປັດ​ໄຈ​ທີ່​ສຳ​ຄັນ, ການ​ຈັດ​ຕັ້ງ​ປະ​ຕິ​ບັດ​​ແຜນ​ຍຸດ​ທະ​ສາດໃນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ຂອງ​ຈີນ ໄດ້​​ສ້າງໂອ​ກາດ​ໃນ​ການ​ພັດ​ທະ​ນາຫຼາຍກວ່າ​ເກົ່າ​ໃຫ້​ແກ່​ເຂ​ດ​ຊົນ​ນະ​ບົດ, ມາດ​ຕະ​ການ​ຕ່າງໆ​ຂອງ​ລັດ​ຖະ​ບານ​ໃນ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ນະ​ໂຍ​ບາຍ ດຶງ​ດູດ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ກັບ​ຄືນ​ໄປ​ດຳ​ເນີນ​ທຸ​ລ​ະ​ກິດ​ຢູ່​ບ້ານ​ເກີດ ແລະ ອື່ນໆ, ໄດ້​ສ້າງ​ສະ​ພາບ​ແວດ​ລ້ອມ​ດ້ານ​ນະ​ໂຍ​ບາຍ​ທີ່​ດີ​ໃຫ້​ແກ່​ທຸ​ລະ​ກິດ “ຮ້ານ​ກາ​ເຟ​ຊົນ​ນະ​ບົດ”; ຄວາມ​ຕ້ອງ​ການ​ດ້ານ​ການ​ຕະຫຼາດ​ເປັນ​ແຮງ​ຂັບ​ເຄື່ອນ​ພາຍ​ໃນ, ຄຽງ​ຄູ່​ກັບ​ການ​ຫັນ​ປ່ຽນທັດ​ສະ​ນະ​ການ​ບໍ​ລິ​ໂພກ ແລະ ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຂອງ​ຊາວ​ຈີນ, ກຸ່ມ​ຄົນ​ທີ່​ສະ​ແຫວງ​ຫາ​ຮູບ​ແບບ​ການ​ດຳ​ລົງ​ຊີ​ວິດ​ທີ່​ມີຄຸນ​ນະ​ພາບ​ສູງ ແລະ ມີ​ເອ​ກະ​ລັກ​ພິ​ເສດ.

ການ​ຂະ​ຫຍາຍ​ຕົວ​ຂອງ “ຮ້ານ​ກາ​ເຟ​ຊົນ​ນະ​ບົດ” ເປັນ​ຕົວ​ແບບ​ທີ່​ມີ​ຊີ​ວິດ​ຊີ​ວາ​ຂອງ​ຍຸດ​ທະ​ສາດ​ໃນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ຂອງ​ຈີນ. ມັນ​ບໍ່​ພຽງ​ແຕ່​ໄດ້​ເພີ່ມ​ພະ​ລັງ​ຊີ​ວິດ​ໃໝ່​ໃຫ້​ແກ່​ເສດ​ຖະ​ກິດ​ຢູ່​ຊົນ​ນະ​ບົດ​ເທົ່າ​ນັ້ນ, ​ຫາກ​ຍັງ​ໄດ້​ກາຍ​ເປັນ​ກຳ​ລັງ​​ແຮງສຳ​ຄັນ​ທີ່​ຊຸກ​ຍູ້​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຕົວ​ເມືອງ ແລະ ຊົນ​ນະ​ບົດ. ໃນ​ອະ​ນາ​ຄົດ, ຄຽງ​ຄູ່​ກັບ​ການ​ປະ​ດິດ​ສ້າງ​ດ້ານ​ເຕັກ​ໂນ​ໂລ​ຊີ ການ​ພັດ​ທະ​ນາ​ຂອງ​ຕະຫຼາດ ແລະ ການ​ສະ​ໜັບ​ສະ​ໜູນ​ດ້ານ​ນະ​ໂຍ​ບາຍ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າງ​ຕໍ່​ເນື່ອງ, “ຮ້ານ​ກາ​ເຟ​ຊົນ​ນະ​ບົດ” ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດຫຼາຍກວ່າ​ເກົ່າ​ໃນ​ການ​ຍົກ​ລະ​ດັບ​ເສດ​ຖະ​ກິດ​ຢູ່​ຊົນ​ນະ​ບົດ, ປັບ​ປຸງ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ຊົນ​ນະ​ບົດ​ໃຫ້​ສົມ​ບູນ, ສືບ​ທອດ​ວັດ​ທະ​ນະ​ທຳ​​ໃນ​ຊົນ​ນະ​ບົດ ແລະ​ອື່ນໆ​ເພື່ອປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດໃຫ້​ນັບ​ມື້​ຈະ​ເລີນ​ຮຸ່ງ​ເຮືອງ​ຢ່າງ​ບໍ່​ຢຸດ​ຢັ້ງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here