Friday, May 9, 2025
Homeຂ່າວພາຍໃນກຽມເປີດນຳໃຊ້ບັດປະຈຳຕົວດີຈິຕອນ ໃນໄວໆນີ້

ກຽມເປີດນຳໃຊ້ບັດປະຈຳຕົວດີຈິຕອນ ໃນໄວໆນີ້

ໃນຍຸກດີຈິຕອນ ແລະ ເຕັກໂນໂລຊີທັນສະໄໝ ທີ່ມີການພັດທະນາແບບກ້າວກະໂດດ, ການດຳລົງຊີວິດຂອງປະຊາກອນທົ່ວທຸກມຸມໂລກ ມີການຫັນປ່ຽນໃໝ່. ເພື່ອຕອບສະໜອງກັບແນວທາງລັດຖະບານດີຈິຕອນ, ເສດຖະກິດດີຈິຕອນ ແລະ ສັງຄົມດີຈິຕອນ, ເພື່ອຮອງຮັບນະໂຍບາຍດັ່ງກ່າວ ກະຊວງປ້ອງກັນຄວາມສະຫງົບ ສຸມໃສ່ຫັນວຽກງານໃຫ້ກາຍເປັນທັນສະໄໝເທື່ອລະກ້າວ ຕາມແນວທາງຍຸດທະສາດຂອງພັກ.

ໃນເດືອນກໍລະກົດ 2024 ຜ່ານມາຢູ່ຫໍປະຊຸມແຫ່ງຊາດ, ລັດຖະບານ ສອງປະເທດ ລາວ-ຫວຽດນາມ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ໂຕເລີມ ປະທານປະເທດ ແຫ່ງ ສສ ຫວຽດນາມ (ປັດຈຸບັນເປັນ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ) ໄດ້ກົດປຸ່ມເປີດການຈັດຕັ້ງຜັນຂະຫຍາຍ “ກໍ່ສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວ” ຢ່າງເປັນທາງການ ໂດຍມີການນໍາສອງປະເທດ, ສອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ນີ້ເປັນກິດຈະກໍາທີ່ສຳຄັນເປັນພິເສດ, ມີຄວາມໝາຍສຳຄັນຫລາຍຕໍ່ສາຍພົວພັນ ລາວ-ຫວຽດນາມ ແລະ ອີກບໍ່ພໍເທົ່າໃດເດືອນ ສປປ ລາວ ກໍຄື ກະຊວງປ້ອງກັນຄວາມສະຫງົບ ຈະດຳເນີນອອກບັດປະຈໍາຕົວ ທີ່ມີຄວາມທັນສະໄໝ ໃນຍຸກດີຈິຕອນ ເພື່ອມາຮັບໃຊ້ປະຊາຊົນລາວໃນທົ່ວປະເທດ, ກະຊວງປ້ອງກັນຄວາມສະຫງົບສຸມໃສ່ສ້າງພື້ນຖານໂຄງລ່າງ ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ, ບໍາລຸງຍົກລະດັບຄວາມຮູ້ຄວາມສາມາດທາງດ້ານໄອທີ ໃຫ້ແກ່ພະນັກງານນັກຮົບ, ປັບປຸງ ແລະ ສ້າງບັນດານິຕິກຳຕ່າງໆ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ສຸມໃສ່ເກັບກຳ ທ້ອນໂຮມຂໍ້ມູນພົນລະເມືອງ ຫັນເປັນຂໍ້ມູນດີຈິຕອນເຂົ້າສູ່ລະບົບ.

ມາເຖິງປັດຈຸບັນ, ແມ່ນກຽມພ້ອມທີ່ຈະດຳເນີນອອກບັດປະຈຳຕົວທີ່ມີຄວາມທັນສະໄໝ ຮັບໃຊ້ປະຊາຊົນໃນທົ່ວປະເທດ ຢ່າງເປັນທາງການ.

ຂໍ້ມູນ-ພາບ: ໜັງສືພິມຄວາມສະຫງົບ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments