ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 7 ພຶດສະພາ, ຢູ່ ແຂວງຫາຍຟ່ອງ, ທ່ານ ເລືອງເກື່ອງ ປະທານ ປະເທດ ຫວຽດນາມ ໄດ້ເຂົ້າຮ່ວມ ພິທີສະເຫລີມ ສະຫລອງ 70 ປີ ແຫ່ງວັນສ້າງຕັ້ງກອງທັບເຮືອ ປະຊາຊົນ ຫວຽດນາມ (ວັນທີ 7 ພຶດສະພາ 1955-7 ພຶດສະພາ 2025) ແລະ ມອບຫລຽນໄຊ ໂຮ່ຈີມິນ ໃຫ້ແກ່ ເຫລົ່າທັບເຮືອ.ໃນໂອກາດນີ້ ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ສະເໜີ ໃຫ້ເຫລົ່າທັບເຮືອ ກຳແໜ້ນ ສະພາບການ, ເປັນເສນາທິການ ໃຫ້ກັບພັກ, ລັດ, ອົງຄະນະພັກ ກອງທັບສູນກາງ, ກະຊວງ ປ້ອງກັນປະເທດ ບັນດາແຜນນະໂຍບາຍ, ວິທີທາງຮັບມື, ມາດຕະການທີ່ຖືກຕ້ອງ, ທັນການ, ປົກປັກຮັກສາ ເອກະລາດ ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນ ອັນຄົບຖ້ວນ, ທະເລ, ໝູ່ເກາະ “ແຕ່ໄວ”, “ແຕ່ໄກ”, ຮັກສາສະພາບແວດລ້ອມ ສັນຕິພາບ, ສະຖຽນ ລະພາບ ຢູ່ທະເລ ເພື່ອສ້າງສາ, ພັດທະນາ ປະເທດຊາດ. ທ່ານ ເລືອງເກື່ອງ ເຊື່ອໝັ້ນວ່າ ພະນັກງານ, ນັກຮົບເຫລົ່າທັບເຮືອ ຈະສືບຕໍ່ຮັກສາ ແລະ ເສີມຂະຫຍາຍ ມູນເຊື້ອ “ຕໍ່ສູ້ຢ່າງພິລະອາດຫານ; ມີຄວາມສະຫລາດ ຫລັກແຫລມ, ປະດິດຄິດສ້າງ; ເປັນເຈົ້າເຂດທະເລ, ພ້ອມກັບທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ນຳພາ ປະເທດຊາດ ມີຄວາມໝັ້ນໃຈ ກ້າວເຂົ້າສູ່ ສັງກາດໃໝ່, ສັງກາດພັດທະນາ ຢ່າງຮັ່ງມີເຂັ້ມແຂງ ແລະ ວັດທະນາ ຖາວອນ ຂອງຊາດ ຫວຽດນາມ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ