Wednesday, May 7, 2025
Homeຂ່າວໜ້າໜຶ່ງພັນລະຍາຄອບຄົວການນຳຢ້ຽມຢາມພະນັກງານ-ນັກຮົບທີ່ບາດເຈັບ ແລະ ເຈັບປ່ວຍຢູ່ໂຮງໝໍສູນກາງ 103 ກອງທັບ

ພັນລະຍາຄອບຄົວການນຳຢ້ຽມຢາມພະນັກງານ-ນັກຮົບທີ່ບາດເຈັບ ແລະ ເຈັບປ່ວຍຢູ່ໂຮງໝໍສູນກາງ 103 ກອງທັບ

ວັນທີ 6 ພຶດສະພານີ້, ພັນລະຍາຄອບຄົວການນໍາ ນໍາໂດຍທ່ານນາງ ນາລີ ສີສຸລິດ ໄດ້ເຂົ້າຢ້ຽມຢາມ ພະນັກງານນັກຮົບທີ່ບາດເຈັບ ແລະ ເຈັບປ່ວຍ ທີ່ກໍາລັງຮັບການປິ່ນປົວເບິ່ງແຍງສຸຂະພາບຢູ່ໂຮງໝໍສູນກາງ 103 ກອງທັບ.

ທ່ານນາງ ນາລີ ສີສຸລິດ ຕາງໜ້າຄະນະຄອບຄົວການນໍາ ໄດ້ສະແດງຄວມເປັນຫ່ວງເປັນໃຍຕໍ່ບັນດາພະນັກງານ-ນັກຮົບໃນຖັນແຖວກອງທັບປະຊາຊົນລາວ ທີ່ມີຄວາມຕັ້ງໜ້າປະຕິບັດໜ້າທີ່ວຽກງານຂອງຕົນຢ່າງມີຄວາມຂະຫຍັນຂັນແຂງເພື່ອປະເທດຊາດ ແລະ ຝາກຄວາມຢື້ຢາມຖາມຂ່າວເຖິງພະນັກງານ-ນັກຮົບທຸກສະຫາຍທີ່ພວມປະຕິດບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຈົ່ງມີສະຕິສູງຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍຢ່າງສົມກຽດ ແລະ ອວຍພອນໃຫ້ທຸກສະຫາຍທີ່ເປັນກຳລັງແຮງຂອງຊາດ ຈົ່ງມີສຸຂະພາບແຂງແຮງ ເຮັດສໍາເລັດໜ້າທີ່ ທີ່ໄດ້ມອບໝາຍ.

ທີ່ມາ: Lao people’s Army News

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments