ວັນທີ 4 ພຶດສະພາ 2025 ຜ່ານມາ ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານ ສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ເດີນທາງເພື່ອເຄື່ອນໄຫວເຮັດວຽກຢູ່ ສສ ຫວຽດນາມ ໂດຍ ໄດ້ຮັບການຕ້ອນຮັບຈາກ ພະອາຈານ ເຖິດ ເຍິດ ທ່ຽນ ຮອງປະທານອົງການພຸດທະສາສະໜາ ສສ ຫວຽດນາມ ແລະ ທ່ານ ລອນພັນ ເພົ້າດາວັນ ກົງສູນໃຫ່ຍລາວ ປະຈໍານະຄອນໂຮຈີມິງ ພ້ອມດ້ວຍຄະນະ.

ໂອກາດເຄື່ອນ ໄຫວເຮັດວຽກ ຄັ້ງນີ້ ເພື່ອເຂົ້າຮ່ວມງານສະເຫຼີມສະຫຼອງ ວັນວິສາຄະບູຊາ ຂອງອົງການ ສະຫະປະຊາຊາດ (ສປຊ) ຄັ້ງ ທີ 20 ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 06-08 ພຶດສະພາ 2025 ທີ່ນະຄອນໂຮຈິມິງ ສສ ຫວຽດນາມ ໂດຍການ ເປັນປະທານຂອງພະອາຈານ ທິກ ທຽນ ທົ້ງ (Thich Thien Nhon) ປະທານສູນກາງອົງການພຸດທະສາສະໜາ ສສ ຫວຽດນາມ ພາຍໃຕ້ຄຳຂວັນ “ຄວາມສາມັກຄີ ແລະ ການຮ່ວມກັນຂອງທຸກຄົນ ເພື່ອກຽດສັກສີຂອງມະນຸດ ຄວາມເຂົ້າໃຈທາງພຸດທະສາສະໜາ ເພື່ອສັນຕິພາບໂລກ ແລະ ການພັດທະນາແບບຍືນຍົງ”.
ພາບ,ຂ່າວ: ສນຊ