Home ຂ່າວຕ່າງປະເທດ ເດັກນ້ອຍໃນເຂດກາຊາ ຂາດສານອາຫານຢ່າງຮ້າຍແຮງ ຫລາຍກວ່າ 70.000ຄົນ

ເດັກນ້ອຍໃນເຂດກາຊາ ຂາດສານອາຫານຢ່າງຮ້າຍແຮງ ຫລາຍກວ່າ 70.000ຄົນ

0

ວິທະຍຸກະຈາຍສຽງຫວຽດນາມ, ການສະກັດກັ້ນການນຳເຂົ້າ ນົມຜົງໃຫ້ເດັກນ້ອຍ, ອາຫານໂພຊະນາການ ແລະ ການຊ່ວຍເຫລືອມະນຸດສະທຳ ທຸກຮູບແບບເຂົ້າໃນເຂດກາຊາ ໄດ້ເຮັດໃຫ້ເດັກນ້ອຍ ຫລາຍກວ່າ 70.000 ຄົນ ຕ້ອງເຂົ້າໂຮງໝໍ ຢ່າງຮີບດ່ວນ ຍ້ອນຂາດສານຫາອານ ຢ່າງຮ້າຍແຮງ ໂດຍສະເພາະ ເດັກນ້ອຍ ຫລາຍກວ່າ 3.500 ຄົນ ອາຍຸຕ່ຳກວ່າ 5 ປີ ມີຄວາມສ່ຽງ ທີ່ຈະເສຍຊີວິດ ຍ້ອນຄວາມອຶດຫິວ. ປັດຈຸບັນ ອົງການ ກູ້ໄພກູ້ຊີບ ແລະ ວຽກເຮັດງານມະນຸດສະທຳ ຂອງສະຫະປະຊາຊາດ ໃຫ້ສຳລັບ ຊາວລີ້ໄພ ປາແລັດສະຕິນ (UNRWA) ໄດ້ກ່າວເຕືອນ ສະພາບການ ມະນຸດສະທຳ ໃນທົ່ວເຂດກາຊາ ຮຽກຮ້ອງ ຄວາມມານະ ພະຍາຍາມສາກົນ ເລັ່ງແກ້ໄຂ ບັນຫາດັ່ງກ່າວ ຢ່າງຮີບດ່ວນ. ຍ້ອນບັນດາ ດ່ານຊາຍແດນ ສືບຕໍ່ຖືກປິດປະຕູ ແລະ ຄຳສັ່ງປິດລ້ອມຂອງ ອິດສະຣາແອນ ທີ່ແກ່ຍາວ ເປັນເວລາ ຫລາຍກວ່າ 60 ວັນຜ່ານມາ ເຮັດໃຫ້ເຄື່ອງຊ່ວຍເຫລືອ ບໍ່ສາມາດ ເຂົ້າເຖິງ ໃນເຂດກາຊາ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version