Monday, May 5, 2025
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງກະສິກໍາ-ປ່າໄມ້ ແລະ ການປະມົງ ຣາຊະອານາຈັກກຳປູເຈຍ

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງກະສິກໍາ-ປ່າໄມ້ ແລະ ການປະມົງ ຣາຊະອານາຈັກກຳປູເຈຍ

ໃນຕອນບ່າຍວັນທີ 2 ພຶດສະພາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ທ່ານ ດິດ ທີນ່າ ລັດຖະມົນຕີ ກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ຣາຊະອານາຈັກ ກຳປູເຈຍ ພ້ອມຄະນະ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວວຽກງານຢູ່ ສປປ ລາວ ລະຫວ່າງວັນທີ 30 ເມສາ ຫາ 3 ພຶດສະພາ ນີ້.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານ ດິດ ທີນ່າ ແລະ ຄະນະຜູ້ແທນ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ໂດຍສະເພາະ ເພື່ອສົ່ງເສີມການຮ່ວມມືຂອງຂະແໜງການ ແລະ ເພື່ອຄົ້ນຫາທ່າແຮງໃນການລົງທຶນການຜະລິດປັດໄຈການຜະລິດກະສິກຳ, ລວມທັງເປັນການສົ່ງເສີມການລົງທຶນ ແລະ ການຄ້າກະສິກໍາລະຫວ່າງສອງປະເທດ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ, ຕີລາຄາສູງ ຕໍ່ການພົວພັນຮ່ວມມື ຂອງສອງປະເທດ ໃນໄລຍະຜ່ານມາ ເຊິ່ງການນຳຂັ້ນຕ່າງໆ ໄດ້ມີການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ.

ໃນໂອກາດດຽວກັນ, ທ່ານ ດິດ ທີນ່າ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ສອນໄຊ ສີພັນດອນ ແລະ ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ, ພ້ອມທັງລາຍງານກ່ຽວກັບການພົບປະຂອງການນໍາທັງສອງກະຊວງ ໂດຍສະເພາະ ການຊຸກຍູ້ການຈັດຕັ້ງປະຕິບັດ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງສອງກະຊວງ ກວມເອົາບັນດາໜ້າວຽກທີ່ເປັນບຸລິມະສິດ ຂອງຂະແໜງການ ເປັນຕົ້ນ ແມ່ນການແລກປ່ຽນບົດຮຽນ ແລະ ປະສົບການດ້ານສະຫະກອນກະສິກໍາ, ການຜະລິດເຂົ້າເປັນສິນຄ້າ, ການຊຸກຍູ້ສົ່ງເສີມພາກເອກະຊົນເພື່ອລົງ ທຶນດ້ານກະສິກໍາ, ການອໍານວຍຄວາມສະດວກດ້ານການຄ້າກະສິກໍາ, ການປະມົງນໍ້າຈືດ ແລະ ສັດນໍ້າ, ການອະນຸ ລັກປ່າໄມ້ ແລະ ສັດນໍ້າ ໂດຍສະເພາະປາໂລມານໍ້າຈືດ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments