Friday, May 2, 2025
Homeຂ່າວໜ້າໜຶ່ງຍ່າງເພື່ອສຸຂະພາບສະຫຼອງວັນ​ກໍາມະກອນ​ສາກົນ ຄົບຮອບ 139 ປີ

ຍ່າງເພື່ອສຸຂະພາບສະຫຼອງວັນ​ກໍາມະກອນ​ສາກົນ ຄົບຮອບ 139 ປີ

ພິທີຍ່າງເພື່ອສຸຂະພາບສະເຫຼີມສະຫຼອງວັນ​ກໍາມະກອນ​ສາກົນ ຄົບຮອບ 139 ປີ ວັນທີ 1 ພຶດສະພາ 2025 ໄດ້ຈັດຂຶ້ນໃນວັນທີ 1 ພຶດສະພານີ້ ທີ່ປະຕູໄຊ ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຜູ້ນຳ​ພັກ-ລັດ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ກຳ ມະບານ​ລາວ (ສກລ), ຜູ້ຕາງໜ້າອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆປະຈຳ​ລາວ, ພະນັກງານ-ລັດຖະກອນ, ສະ ມາຊິກກໍາມະບານ, ກໍາມະກອນ ​ແລະ ປະຊາຊົນຊາວນະຄອນຫຼວງວຽງຈັນ​​ເຂົ້າ​ຮ່ວມ​.

ທ່ານ ເລັດ ໄຊຍະພອນ ປະທານ​ສູນ​ກາງ​ສະຫະພັນ​ກຳມະບານ​ລາວ ກ່າວວ່າ: ວັນ​ທີ 1 ພຶດສະພາ​ໄດ້​ກາຍ​ເປັນ​ວັນ​ບຸນ​ໃຫຍ່​ທີ່​ມີ​ຄວາມ​ໝາຍ​ສຳຄັນຢ່າງ​ຍິ່ງ​ຂອງ​ຊົນ​ຊັ້ນກຳມະກອນ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ​ໃນ​ທົ່ວ​ໂລກ, ​ເປັນ​ວັນ​ບຸນ​ມະຫາ​ສາມັກຄີທີ່​ຊົນ​ຊັ້ນ​ກຳມະກອນ​ໄດ້​ສະ​ແດງ​ພະລັງ​ແຮງ​ເຂັ້ມ​ແຂງຂອງ​ຕົນ ​ແລະ ມີ​ການສະ​ເຫຼີ​ມສະ​ຫຼອງ​ຢ່າງ​ຄຶກຄື້ນ​ໃນ​ແຕ່ລະ​ປີຢູ່ຫຼາຍປະ​ເທດທົ່ວ​ໂລກ. ສະນັ້ນ, ສກລ​ ຈຶ່ງ​ໄດ້​ຈັດ​ກິດຈະກຳຍ່າງເພື່ອສຸຂະພາບ ທັງເປັນການໂຮມຊຸມນຸມລະນຶກເຖິງວັນທີ່​ມີ​ຄວາມ​ໝາຍສຳຄັນດັ່ງກ່າວ. ກິດຈະກຳ​ຍ່າງ​ເພື່ອ​ສຸຂະພາບໃນຄັ້ງນີ້ໄດ້ມີ​ສະມາຊິກ​ກໍາມະບານ, ກໍາມະກອນ ​ແລະ ປະຊາຊົນຊາວ​ນະຄອນຫຼວງ​ວຽງ​ຈັນ ​ເຂົ້າ​ຮ່ວມ​ປະມານ 10 ພັນ​ກວ່າ​ຄົນ.

ເນື່ອງໃນໂອກາດສະ​ເຫຼີ​ມສະຫຼອງ​ວັນ​ກໍາມະກອນ​ສາກົນ ວັນທີ 1 ພຶດສະພາ ຄົບຮອບ 139 ປີທີ່​ມີ​ຄວາມ​ໝາຍສໍາຄັນ​ນີ້, ສກລ ຮຽກຮ້ອງມາຍັງການຈັດຕັ້ງພັກ-ລັດ, ການຈັດ​ຕັ້ງກໍາມະບານແຕ່ລະຂັ້ນ, ຫົວໜ່ວຍ​ແຮງ​ງານ ​ແລະ ສັງຄົມຈົ່ງ​ເພີ່ມທະວີ​ຄວາມ​ຮັບຜິດຊອບ​ຂອງ​ຕົນ ຕໍ່​​ການ​ສຶກສາ​ອົບຮົມ, ຊ່ວຍ​ເຫຼືອ, ກໍ່ສ້າງ ​ແລະ ພັດທະນາ​ຊົນ​ຊັ້ນ​ກໍາມະກອນ​ລາວ​, ຜູ້ອອກ​ແຮງ​ງານ​ລາວໃຫ້​​ເຕີບ​ໃຫຍ່​ເຂັ້ມ​ແຂງທາງ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບສົມ​ຄູ່​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​​ ໃນ​ການ​​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​​ໃນໄລຍະ​ໃໝ່ ແລະ ຈົ່ງ​ພ້ອມ​ກັນ​ເຫັນຄຸນຄ່າຂອງ​ແຮງ​ງານກໍາມະກອນ, ຜູ້​ອອກ​ແຮງ​ງານ​ລາວ ​ແລະ ປົກ​ປ້ອງ​ສິດຜົນປະ​ໂຫຍ​ດ ອັນ​ຊອບ​ທໍາຂອງ​ເຂົາ​ເຈົ້າ ດ້ວຍ​ການ​ໃຫ້​ກຽດ​ສັກ​ສີ, ຄວາມ​ສະ​ເໜີ​ພາບ, ລາຍ​ຮັບ​ທີ່​ເປັນ​ທຳ​ ແລະ ການ​ອອກ​ແຮງ​ງານ​ທີ່​ປອດ​ໄພ​​; ຮຽກຮ້ອງ​ມາ​ຍັງ​ກໍາມະກອນ​ ​ແລະ ຜູ້​ອອກ​ແຮງ​ງານລາວຈົ່ງ​ສາມັກຄີ​, ປຸ້ມລຸມກັນ​ເຂົ້າຢູ່​ອ້ອມ​ຂ້າງ ​ພັກ-ລັດຖະບານ, ​ສືບ​ຕໍ່ຝຶກ​ຝົນ​ຫຼໍ່ຫຼອມຕົນ​ເອງ​​ໃຫ້​ກາຍ​ເປັນ​ກຳ​ລັງແຮງ​ງານ​ທີ່​ມີ​ລະບຽບ​ວິ​ໄນ ​ໃນ​ການ​ອອກ​ແຮງ​ງານ, ເສີມ​ຂະຫຍາຍ​ຄຸນ​ລັກ​ສະນະອັນ​ດີ​ເລີດ, ທາດ​ແທ້, ມູນ​ເຊື້ອອັນ​ດີງາມ​ຂອງ​ຊົນ​ຊັ້ນ​ກໍາມະກອນ​ລາວ ແລະ ກາຍ​ເປັນ​ກໍາລັງ​ຫຼັກ​ແຫຼ່ງໃນຂະ​ບວນການ​​ສ້າງສາພັດທະນາ​​​ເສດຖະກິດ-ສັງຄົມ ຂອງປະ​ເທດ​ຊາດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments