Home ຂ່າວຕ່າງປະເທດ ພິທີຊັກທຸງພິເສດສະເຫລີມສະຫລອງ 50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກກະພາບ

ພິທີຊັກທຸງພິເສດສະເຫລີມສະຫລອງ 50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກກະພາບ

0

ວິທະຍຸກະຈາຍສຽງຫວຽດນາມ ວັນທີ 30 ເມສາ, ພິທີສະເຫລີມສະຫລອງ 50 ປີ ແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດ ເປັນເອກະພາບ (30 ເມສາ 1975–30 ເມສາ 2025),ຈັດຂຶ້ນຢູ່ສະໜາມຫລວງບາດິ່ງ ປະຫວັດສາດ, ໂດຍມີຊາວນະຄອນຫລວງຮ່າໂນ້ຍ ແລະ ແຂກທ່ອງທ່ຽວ ນັບຮ້ອຍຄົນໄດ້ມາແຕ່ເຊົ້າເພື່ອເຫັນປະຈັກຕາ ພິທີເຄົາລົບທຸງ ທີ່ສະຫງ່າຜ່າເຜີຍ ໃນຄວາມປິຕິຊົມຊື່ນ ພ້ອມກັນທົ່ວປະເທດ.ໃນເວລາ 5 ໂມງ 30 ນາທີ, ຢູ່ສະໜາມຫລວງ ບາດິ່ງ, ນະຄອນຫລວງ ຮ່າໂນ້ຍ ມີບັນຍາກາດ ອັນຄຶກຄັກ ທີ່ສຸດ. ມີຊາວນະຄອນຫລວງ ແລະ ແຂກທ່ອງທ່ຽວ ນັບຮ້ອຍຄົນ ໄດ້ເຕົ້າໂຮມມາແຫ່ງນີ້, ຖືທຸງຊາດໃນມື, ເຫັນປະຈັກຕາພິທີທີ່ສັກສິດ: ພິທີເຄົາລົບທຸງໃນຍາມຕົ້ນມື້, ໃນຈຸດເວລາຄົບຮອບເຄິ່ງສະຕະວັດ ແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ.ໂດຍເຊື່ອມຕົວ ເຂົ້າກັບ ບັນຍາກາດ ປິຕິຊົມຊື່ນຂອງຊາດ, ເອື້ອຍ ຫງວຽນບາວງອັກ, ດຳລົງຊີວິດຢູ່ເມືອງ ຮ່ວາງມາຍ, ນະຄອນ ຮ່າໂນ້ຍ ມີຄວາມຕື້ນຕັນໃຈ.ໃນຕອນເຊົ້າວັນດຽວກັນ, ຢູ່ປ້ອມປ້ອງກັນຊາຍແດນ ລຸ້ງກູ (ເມືອງ ດົ່ງວັນ, ແຂວງ ຮ່າຢາງ) ກໍ່ໄດ້ຈັດພິທີ ເຄົາລົບທຸງ ຢູ່ເສົາທຸງ ແຫ່ງຊາດ ລຸ້ງກູ, ເຂດດິນແດນ ເໜືອສຸດ ທີ່ສັກກະລະບູຊາ ຂອງຊາດ. ຢູ່ຖານເສົາທຸງ ປະຫວັດສາດ ແຫ່ງຊາດພິເສດ 2 ຝັ່ງແມ່ນ້ຳ ຮ່ຽນເລືອງ-ເບັນຫາຍ, ຄະນະກຳມະການ ປະຊາຊົນ ແຂວງກວາງຈິ ກໍ່ໄດ້ຈັດພິທີເຄົາລົບທຸງ “ທ້ອນໂຮມປະເທດຊາດເປັນເອກະພາບ” ຢ່າງສົມກຽດ. ຂະນະທີ່ ໝູ່ເກາະ ເຈື່ອງຊາ, ເຮືອນຮ້ານ DK1 ແລະ ບັນດາ ກຳປັ່ນ ກຽມພ້ອມ ສູ້ຮົບ ຢູ່ທະເລ ກໍ່ໄດ້ຈັດພິທີ ຊັກທຸງ, ຂໍ່ຳນັບຮັບຕ້ອນ ພິທີສະເຫລີມ ສະຫລອງ 50 ປີ ແຫ່ງວັນປົດປ່ອຍ ພາກໃຕ້ ຫວຽດນາມ, ທ້ອນໂຮມ ປະເທດຊາດ ເປັນເອກະພາບ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version