Wednesday, April 30, 2025
Homeຂ່າວຕ່າງປະເທດພິທີເປີດນຳໃຊ້ໂຄງການປະຕິສັງຂອນເຂດປູຊະນີຍະສະຖານອະນຸສາວະລີ ເລຂາທິການໃຫຍ່ ເລຢວນ

ພິທີເປີດນຳໃຊ້ໂຄງການປະຕິສັງຂອນເຂດປູຊະນີຍະສະຖານອະນຸສາວະລີ ເລຂາທິການໃຫຍ່ ເລຢວນ

ວິທະຍຸກະຈາຍສຽງຫວຽດນາມ, ໃນການເດີນທາງປະຕິບັດງານຢູ່ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ແລະ ພາກກາງ ຂອງທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້ໂຄງການ ປະຕິສັງຂອນເຂດອະນຸສາວະລີ ເລຂາທິການໃຫຍ່ ເລຢວນ ຢູ່ຕາແສງ ຈ້ຽວແທັ່ງ, ເມືອງຈ້ຽວຟອງ, ແຂວງກ໋ວາງຈິ; ວາງພວງມາລາ, ຖະຫວາຍທູບທຽນ, ສະແດງຄວາມຮູ້ບຸນຄຸນບັນດານັກວິລະຊົນ ທີ່ເສຍສະຫລະຊີວິດເພື່ອຊາດຢູ່ເຂດຮ່ອງຮອຍ ປະຫວັດສາດລະດັບຊາດພິເສດກຳແພງເກົ່າ ກ໋ວາງຈິ.ຈາກນັ້ນ ທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດ ຫວຽດນາມ ແລະ ຄະນະໄດ້ຕັດແຖບຜ້າເປີດນຳໃຊ້ເຂດອະນຸສາວາລີ, ຖະຫວາຍທູບທຽນ ດອກໄມ້ ອາໄລຫາ ທ່ານ ອະດີດເລຂາທິການໃຫຍ່ ເລຢວນ. ຂຽນປຶ້ມໄວ້ອາໄລ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ກ່າວເນັ້ນໜັກວ່າ: ທ່ານ ເລຂາທິການໃຫຍ່ ເລຢວນ ແມ່ນນັກຮົບປະຕິວັດ ອົງອາດກ້າແກ່ນ, ເປັນການນຳປີຊາສາມາດ ຂອງການປະຕິວັດ ຫວຽດນາມ, ນັກຮຽນດີເດັ່ນ, ຜູ້ສືບທອດພາລະກິດແຫ່ງ ການປະຕິວັດ ທີ່ສະຫງ່າອົງອາດ ຂອງປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່, ເປັນລູກດີເດັ່ນ ຂອງເຂດດິນແດນ ກ໋ວາງຈິ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments