Home ຂ່າວໜ້າໜຶ່ງ ສປປ ລາວ ສະເຫຼີມສະຫຼອງ ວັນສຸຂະພາບໂລກ 2025 ພາຍໃຕ້ຫົວຂໍ້ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອອະນາຄົດທີ່ສົດໃສ”

ສປປ ລາວ ສະເຫຼີມສະຫຼອງ ວັນສຸຂະພາບໂລກ 2025 ພາຍໃຕ້ຫົວຂໍ້ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອອະນາຄົດທີ່ສົດໃສ”

0

ນະຄອນຫຼວງວຽງຈັນ, ວັນທີ 29 ເມສາ 2025 – ໃນມື້ນີ້, ລັດຖະບານ ແຫ່ງ ສປປ ລາວ ແລະ ບັນດາຄູ່ຮ່ວມພັດທະນາ ໄດ້ພ້ອມກັນສະເຫຼີມສະຫຼອງຄວາມຄືບໜ້າໃນການຮ່ວມ ເພື່ອປັບປຸງສຸຂະພາບຂອງແມ່ ແລະ ເດັກເກີດໃໝ່ ໃນໄລຍະສອງທົດສະວັດຜ່ານມາ ເນື່ອງໃນໂອກາດ ວັນສຸຂະພາບໂລກ 2025.

ການສະເຫຼີມສະຫຼອງວັນສຸຂະພາບໂລກ ແມ່ນຈັດຂຶ້ນທຸກໆປີ ໂດຍມີຈຸດປະສົງເພື່ອສົ່ງເສີມຄວາມພະຍາຍາມໃນທົ່ວໂລກ ເພື່ອປັບປຸງວຽກງານສາທາລະນະສຸກ ໂດຍຫົວຂໍ້ຂອງປີນີ້ ແມ່ນ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອ ອະນາຄົດທີ່ສົດໃສ” ເຊິ່ງສຸມໃສ່ ການເພີ່ມທະວີຄວາມພະຍາຍາມເພື່ອຢຸດຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ຈາກສາເຫດທີ່ສາມາດປ້ອງກັນໄດ້ ແລະ ການໃຫ້ຄວາມສຳຄັນກັບສຸຂະພາບແມ່ຍິງໃນໄລຍະຍາວ.

ໃນໂອກາດນີ້, ລັດຖະບານແຫ່ງ ສປປ ລາວ ພ້ອມດ້ວຍ ລັດຖະບານ ລຸກຊຳບວກ, ອົງການສະຫະປະຊາຊາດກອງທຶນສໍາລັບເດັກ (UNICEF), ອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ (UNFPA) ແລະ ອົງການອະນາໄມໂລກ (WHO) ໄດ້ຮ່ວມກັນສະເຫຼີມສະຫຼອງຄວາມຄືບໜ້າໃນການປັບປຸງສຸຂະພາບ ແລະ ຄວາມເປັນຢູ່ທີ່ດີ ຂອງແມ່, ເດັກນ້ອຍ ແລະ ໄວໜຸ່ມ ທົ່ວປະເທດຜ່ານແຜນງານຮ່ວມຂອງອົງການສະຫະປະຊາຊາດ (United Nations Joint Programme) ເພື່ອສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ. ແຜນງານຮ່ວມຂອງອົງການສະຫະປະຊາຊາດ ແມ່ນຈັດຕັ້ງປະຕິບັດພາຍໃຕ້ການນຳພາຂອງ ກະຊວງສາທາລະນະສຸກ ຮ່ວມກັບ ລັດຖະບານ ລຸກຊຳບວກ ແລະ ບັນດາອົງການສະຫະປະຊາຊາດທີ່ໄດ້ກ່າວມາ ເປັນເວລາ 15 ປີ ແລະ ເປັນແຜນງານທີ່ສຳຄັນໃນການເສີມຂະຫຍາຍລະບົບສາທາລະນະສຸກໃນ ສປປ ລາວ.

ທ່ານ ສຈ. ປອ. ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ,ໄດ້ກ່າວໃນໂອກາດນີ້ວ່າ: “ທີ່ຜ່ານມາ, ພວກເຮົາໄດ້ສ້າງຄວາມຄືບໜ້າຢ່າງໃຫຍ່ຫຼວງ ໃນການຍົກສູງສຸຂະພາບແມ່ ແລະ ເດັກເກີດໃໝ່ ໃນ ສປປ ລາວ, ເຊິ່ງແຜນງານຮ່ວມຂອງອົງການສະຫະປະຊາຊາດນີ້ ກໍໄດ້ມີສ່ວນສຳຄັນໃນການຮັບປະກັນການເຂົ້າເຖິງການບໍລິການສຸຂະພາບທີ່ຈໍາເປັນສຳລັບກຸ່ມທີ່ມີຄວາມສ່ຽງທີ່ສຸດ. ສປປ ລາວ ຕີລາຄາສູງຕໍ່ການຮ່ວມມືຂອງບັນດາຄູ່ຮ່ວມພັດທະນາທຸກພາກສ່ວນ ໃນວຽກງານອັນສຳຄັນນີ້ ແລະ ຫວັງວ່າຈະສາມາດຜັນຂະຫຍາຍການຮ່ວມມືຕໍ່ໄປ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ພາຍໃນປີ 2030.”

ແຜນງານຮ່ວມຂອງອົງການສະຫະປະຊາຊາດ ໄດ້ຊ່ວຍສະໜັບສະໜູນບັນດາສະຖານທີ່ບໍລິການສາທາລະນະສຸກທົ່ວປະເທດ ໂດຍການສະໜອງອຸປະກອນທີ່ຈໍາເປັນ, ການຝຶກອົບຮົມສຳລັບບຸກຄະລາກອນສາທາລະນະສຸກ ແລະ ອາສາສະໝັກສາທາລະນະສຸກຂັ້ນບ້ານ, ພ້ອມທັງການພັດທະນາຊຸດບໍລິການສຸຂະພາບແບບເຊື່ອມສານທີ່ເນັ້ນໃສ່ ສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ. ເລີ່ມຕັ້ງແຕ່ການວາງແຜນ ແລະ ນະໂຍບາຍ ຈົນເຖິງ ການສະໜອງການບໍລິການດ້ານສຸຂະພາບ, ແຜນງານຮ່ວມຂອງອົງການສະຫະປະຊາຊາດ ໄດ້ຊ່ວຍຮັບປະກັນຄຸນະພາບ ແລະ ຜົນໄດ້ຮັບດ້ານສຸຂະພາບທີ່ດີແບບຍືນຍົງໃຫ້ແກ່ບັນດາ ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ໃນທຸກໄລຍະຂອງຊີວິດ.

ທ່ານ ໂທມາສ ລາມມາ, ອຸປະທູດ ແຫ່ງ ລຸກຊຳບວກ ປະຈຳ ສປປ ລາວ, ໄດ້ກ່າວວ່າ: “ລຸກຊຳບວກ ມີຄວາມພາກພູມໃຈທີ່ໄດ້ຊ່ວຍສະໜັບສະໜູນ ສປປ ລາວ ໃນການສ້າງສຸຂະພາບທີ່ດີໃຫ້ແກ່ປະຊາຊົນລາວທຸກຄົນ. ໃນຂະນະທີ່ ສປປ ລາວ ກະກຽມຫຼຸດພົ້ນອອກຈາກ ສະຖານະປະເທດດ້ອຍພັດທະນາ, ການລົງທຶນຢ່າງຕໍ່ເນື່ອງ ໃນການສົ່ງເສີມສຸຂະພາບແມ່ ແລະ ເດັກ ນັ້ນ ບໍ່ພຽງແຕ່ແມ່ນມີຄວາມຈຳເປັນທີ່ສຸດເພື່ອຮັກສາຄວາມຄືບໜ້າໃນວຽກງານສາທາລະນະສຸກເທົ່ານັ້ນ ແຕ່ຍັງເປັນສິ່ງສຳຄັນໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມຂອງປະເທດອີກເຊັ່ນດຽວກັນ.”

ທ່ານ ບິລາລ ດູຣານິ, ຜູ້ຕາງໜ້າ ອົງການ UNICEF ປະຈຳ ສປປ ລາວ, ກໍໄດ້ກ່າວວ່າ: “ໃນຂະນະທີ່ ສປປ ລາວ ກຳລັງກະກຽມການປັບປຸງ ຍຸດທະສາດວຽກງານດ້ານ ສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ໃນປີ 2025, ພວກເຮົາກໍມີໂອກາດອັນສຳຄັນ ເພື່ອເລັ່ງລັດຄວາມຄືບໜ້າໃນວຽກງານນີ້. ເພື່ອບັນລຸຜົນສໍາເລັດ, ພວກເຮົາຕ້ອງເພີ່ມທະວີການລົງທຶນ ໃນການແກ້ໄຂສິ່ງທ້າທາຍທີ່ຍັງຫຼົງເຫຼືອຢູ່ ເຊັ່ນ: ການຫຼຸດຜ່ອນ ອັດຕາການເກີດລູກໃນກຸ່ມໄວໜຸ່ມ, ການຂາດສານອາຫານແບບລວງສູງບໍ່ໄດ້ມາດຕະຖານ ແລະ ແບບຈ່ອຍຜອມ, ເພື່ອຮັບປະກັນອະນາຄົດທີ່ສົດໃສສຳລັບທຸກຄົນ.”

ທ່ານ ດຣ. ບາກທິຢໍ ຄາດິເຣິບ, ຜູ້ຕາງໜ້າ ອົງການ UNFPA ປະຈຳ ສປປ ລາວ, ກໍ່ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການລົງທຶນໃນວຽກງານສາທາລະນະສຸກ ໂດຍອີງໃສ່ຂໍ້່ມູນຫຼັກຖານ: “ການລົງທຶນແບບມີຍຸດທະສາດໃນການບໍລິການສຸຂະພາບແບບເຊື່ອມສານນັ້່ນ ແມ່ນມີຄວາມສຳຄັນຢ່າງຍິ່ງສຳລັບ ສປປ ລາວ, ໂດຍສະເພາະ ໃນດ້ານການວາງແຜນຄອບຄົວ, ສຸຂະພາບແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ. ທຸກໆງົບປະມານທີ່ໄດ້ລົງທຶນໃນຂົງເຂດເຫຼົ່ານີ້ ສາມາດສ້າງຜົນຕອບແທນເຖິງ 6 ເທົ່າ ໃນດ້ານເສດຖະກິດ, ພ້ອມກັນນັ້ນ ຍັງສາມາດປ່ຽນແປງຊີວິດ ແລະ ສ້າງຕົ້ນທຶນດ້ານຊັບພະຍາກອນມະນຸດໄດ້. ການລົງທຶນນີ້ ບໍ່ພຽງແຕ່ມີຄວາມສຳຄັນຕໍ່ວຽກງານສຸຂະພາບຢ່າງດຽວ, ແຕ່ຍັງຈະຊ່ວຍສະໜັບສະໜູນການພັດທະນາຂອງປະເທດຊາດ, ຄວາມເທົ່າທຽມທາງສັງຄົມ ແລະ ຮັບປະກັນວ່າ ຈະບໍ່ມີໃຜຖືກປະລະໄວ້ເບື້ອງຫຼັງ.”

ທ່ານ ດຣ ທິິມໂມຕີ ອາມສະຕຣອງ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ, ຍັງໄດ້ເນັ້ນເຖິງຄວາມຈຳເປັນໃນການນຳໃຊ້ວິທີການແບບເຊື່ອມສານ ເພື່ອເລັ່ງສຸມໃສ່ວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ: “ພວກເຮົາຮູ້ສຶກດີໃຈ ທີ່ໄດ້ມີໂອກາດສະເຫຼີມສະຫຼອງ ວັນສຸຂະພາບໂລກ ຮ່ວມກັບບັນດາພາກສ່ວນຕ່າງໆ, ເຊິ່ງໃນການສະເຫຼີມສະຫຼອງຄັ້ງນີ້ ກໍເປັນສິ່ງຢ້ຳເຕືອນ ໃຫ້ເຫັນວ່າ ພວກເຮົາສາມາດສ້າງຜົນງານໃນການຍົກສູງສຸຂະພາບແມ່ ແລະ ເດັກໄດ້ ຍ້ອນການຮ່ວມມືເຊິ່ງກັນ ແລະ ກັນຢ່າງແໜ້ນແຟ້ນ. ມັນມີຄວາມສຳຄັນຫຼາຍທີ່ ສປປ ລາວ ຕ້ອງໄດ້້ເຊື່ອມສານວຽກງານສຸຂະພາບແມ່ ແລະ ເດັກ, ວຽກງານການສັກວັກຊີນປ້ອງກັນພະຍາດ ແລະ ໂພຊະນາການ ເຂົ້ານຳກັນ, ເຊິ່ງຈະເຮັດແນວນັ້ນໄດ້ ແມ່ນພວກເຮົາຕ້ອງຮ່ວມມືກັນ. ດ້ວຍການສະໜັບສະໜູນຢ່າງຕໍ່ເນື່ອງ ຈາກຄູ່ຮ່ວມພັດທະນາ, ວິທີການດັ່ງກ່າວ ຈະຊ່ວຍພວກເຮົາຮັບປະກັນໃຫ້ ແມ່ ແລະ ເດັກທຸກໆຄົນ ສາມາດມີການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອ ອະນາຄົດທີ່ສົດໃສ.”

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version