Home Uncategorized ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສສ ຫວຽດນາມ ເຄື່ອນໄຫວຢ້ຽມຢາມບັນດາກ້ອນກຳລັງສວນສະໜາມ ທີ່ ເຂົ້າຮ່ວມພິທີສະເຫຼີມວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສສ ຫວຽດນາມ ເຄື່ອນໄຫວຢ້ຽມຢາມບັນດາກ້ອນກຳລັງສວນສະໜາມ ທີ່ ເຂົ້າຮ່ວມພິທີສະເຫຼີມວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ

0

ວັນທີ 29 ເມສາ 2025 ນີ້, ສະຫາຍ ພົນໂທ ພົນໂທ ຮວ່າງ ຊວັນ ຈຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມພົບປະກັບບັນດາກ້ອນກຳລັງສວນສະໜາມ ທີ່ເຂົ້າຮ່ວມສວນສະໜາມ ໃນພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ທີ່ນະຄອນ ໂຮ່ຈີມິນ ສສ ຫວຽດນາມ ໃນນີ້, ມີກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ, ກ້ອນກຳລັງສວນສະໜາມ ກອງທັບ ສປ ຈີນ ແລະ ກ້ອນກຳລັງສວນສະໜາມ ກອງທັບຣາຊະອານາຈັກກຳປູເຈຍ.

ສະຫາຍ ພົນໂທ ຮວ່າງ ຊວັນ ຈຽນ ໄດ້ຕາງໜ້າ ພັກ-ລັດ ກໍຄືກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ສະເເດງຄວາມຂອບໃຈ, ຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ຂອງກ້ອນກຳລັງກອງທັບປະຊາຊົນລາວ, ກ້ອນກຳລັງກອງທັບ ສປ ຈີນ ແລະ ກ້ອນກຳລັງກອງທັບຣາຊະອານາຈັກກຳປູເຈຍ ໃນຄັ້ງນີ້ ພ້ອມທັງອວຍພອນໄຊໃຫ້ບັນດາກ້ອນກຳລັງສວນສະໜາມແຕ່ລະປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ພ້ອມກັນເຮັດສຳເລັດໜ້າທີ່ ທີ່ ພັກ-ລັດ ກໍຄືປະຊາຊົນ ມອບໝາຍໃຫ້ສຳເລັດຢ່າງຈົບງາມ.

ຈາກນັ້ນ, ສະຫາຍ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສສ ຫວຽດນາມ ໄດ້ມອບເຄື່ອງ ແລະ ວັດຖຸປັດໄຈຈຳນວນໜຶ່ງໃຫ້ບັນດາກ້ອນກຳລັງສວນສະໜາມແຕ່ລະປະເທດ ທັງນີ້, ເພື່ອເປັນກຳລັງໃຈໃຫ້ບັນດາກ້ອນກຳລັງສວນສະໜາມແຕ່ລະປະເທດ ເຮັດສຳເລັດໜ້າທີ່ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

ພາບ-ຂ່າວ ໂດຍ: ມິກກີ້ ແກ້ວສຸວັນ (ໂທລະພາບກອງທັບ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version