Tuesday, April 29, 2025
Homeຂ່າວຕ່າງປະເທດສ.ອາເມລິກາ ປັບຂຶ້ນລາຄາສິນຄ້າເອເລັກໂຕຣນິກ

ສ.ອາເມລິກາ ປັບຂຶ້ນລາຄາສິນຄ້າເອເລັກໂຕຣນິກ

ວິທະຍຸສາກົນ ແຫ່ງ ສປ ຈີນ, ບໍລິສັດກະຈາຍສຽງໂກລົມບີ ຂອງ ສ.ອາເມລິກາ (CBS) ລາຍງານວ່າ: ເນື່ອງຈາກໄດ້ຮັບຜົນກະທົບຈາກນະໂຍບາຍພາສີໃໝ່ ຂອງລັດຖະບານ ສະຫະລັດອາເມລິກາ ເຮັດໃຫ້ ເວທີການຄ້າ ເອເລັກໂຕຣນິກ ຂອງ ສ.ອາເມລິກາ ໄດ້ປັບຂຶ້ນ ລາຄາສິນຄ້າ ຈໍານວນໜຶ່ງ.​CBS ໄດ້ລາຍງານ ໂດຍອ້າງຕາມຄໍາເວົ້າ ຂອງຜູ້ຮັບຜິດຊອບ ບໍລິສັດ ຊ໊ອຟແວ ທີ່ວິເຄາະລາຄາສິນຄ້າວ່າ: ນັບແຕ່ອາທິດ ທີສອງ ຂອງເດືອນເມສານີ້ ເປັນຕົ້ນມາ, ຜູ້ຂາຍໃນອາເມຊອນເວທີການຄ້າເອເລັກໂຕຣນິກ ຂອງ ສ.ອາເມລິກາ ໄດ້ປັບຂຶ້ນ ລາຄາສິນຄ້າ ເກືອບ 1.000 ຊະນິດ,​ ໂດຍສະເລ່ຍແລ້ວໄດ້ປັບຂຶ້ນລາຄາເກືອບ 30% ເຊິ່ງບໍ່ມີເຫດຜົນອື່ນ ສາມາດ ອະທິບາຍວ່າ ຍ້ອນຫຍັງ ລາຄາສິນຄ້າ ຈຶ່ງມີການປັບຂຶ້ນ ຍົກເວັ້ນແຕ່ ໄດ້ຮັບຜົນກະທົບ ຈາກນະໂຍບາຍ ພາສີ.ນອກນີ້, CBS ຍັງຊີ້ໃຫ້ເຫັນວ່າ: ການທີ່ ນັກທຸລະກິດ ການຄ້າ ເອເລັກໂຕຣນິກ ແລະ ນັກທຸລະກິດ ຂາຍຍ່ອຍ ປັບຂຶ້ນ ລາຄາສິນຄ້າ ສະແດງ ໃຫ້ເຫັນວ່າ: ເປັນການ ຮັບມືກັບ ນະໂຍບາຍ ພາສີ ຂອງລັດຖະບານ ສະຫະລັດ ອາເມລິກາ ໃນປັດຈຸບັນ ແຕ່ການທີ່ ສ.ອາເມລິກາ ສ້າງຕ່ອງໂສ້ ການສະໜອງຄືນໃໝ່ ຫລື ຍົກຍ້າຍ ການຜະລິດ ໄປສູ່ປະເທດອື່ນນັ້ນອາດຈະຕ້ອງໃຊ້ເວລາ ຫລາຍປີ ແລະ ຕ້ອງມີຄ່າໃຊ້ຈ່າຍຢ່າງຫລວງຫລາຍ.

ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments