Wednesday, April 30, 2025
Homeຂ່າວຕ່າງປະເທດສ.ອາເມລິກາ-ອີຣານ ສິ້ນສຸດຮອບເຈລະຈາທາງອ້ອມຄັ້ງທີ 3 ກ່ຽວກັບບັນຫານິວເຄຣຍ

ສ.ອາເມລິກາ-ອີຣານ ສິ້ນສຸດຮອບເຈລະຈາທາງອ້ອມຄັ້ງທີ 3 ກ່ຽວກັບບັນຫານິວເຄຣຍ

ວິທະຍຸ ກະຈາຍສຽງ ຫວຽດນາມ, ສະຖານີ ໂທລະພາບ ແຫ່ງລັດ ອີຣານ ໃຫ້ຮູ້ວ່າ: ຮອບເຈລະຈາ ຂັ້ນສູງ ຄັ້ງທີ 3 ກ່ຽວກັບ ບັນຫາ ນິວເຄຣຍ ລະຫວ່າງ ສ.ອາເມລິກາ ແລະ ອີຣານ ໄດ້ສິ້ນສຸດລົງຢູ່ Muscat, Oman ພາຍຫລັງ ປຶກສາຫາລື ເປັນເວລາຫລາຍກວ່າ 7 ຊົ່ວໂມງ. ທ່ານ ແອບບາສ ອາຣາຊິ (Abbbas Araqchi), ລັດຖະມົນຕີການຕ່າງປະເທດອີຣານ ໄດ້ສະແດງຄວາມພໍໃຈ ຕໍ່ວິວັດທະນາການ ແລະ ຄວາມຄືບໜ້າ ເຈລະຈາ ນິວເຄຣຍ ກັບ ສ.ອາເມລິກາ, ພ້ອມທັງ ໃຫ້ຮູ້ວ່າ: ທັງສອງຝ່າຍ ລ້ວນແຕ່ສະແດງ “ຄວາມຈິງຈັງ ແລະ ຕັດສິນໃຈ”. ເຖິງວ່າ ການເຈລະຈາຄັ້ງນີ້ ໄດ້ດຳເນີນຢ່າງຈິງຈັງກວ່າເມື່ອທຽບໃສ່ ຄັ້ງກ່ອນໆ ກໍຕາມ, ແຕ່ສອງຝ່າຍ ຍັງຄົງມີຄວາມບໍ່ລົງລອຍ ກັນຫລາຍຢ່າງ, ໃນນັ້ນ ມີບັນຫາ ຄວາມສາມາດ ປ້ອງກັນ ແລະ ລູກສອນໄຟຂອງ ອີຣານ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments