ວິທະຍຸສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ສະມາຄົມຂະແໜງພະລັງງານນິວເຄຣຍ ຂອງ ສປ ຈີນ ໄດ້ເປີດເຜີຍປຶ້ມປົກສີຟ້າກ່ຽວກັບ “ບົດລາຍງານການພັດທະນາພະລັງງານນິວເຄຣຍ ຂອງ ສປ ຈີນ ປີ 2025”. ປຶ້ມປົກສີຟ້າສະແດງໃຫ້ເຫັນວ່າ: ນັບມາຮອດປັດຈຸບັນ, ໜ່ວຍຈັກຜະລິດໄຟຟ້ານິວເຄຣຍ ຂອງ ສປ ຈີນ ທີ່ກຳລັງໝູນເດີນ, ກຳລັງກໍ່ສ້າງ ແລະ ໄດ້ຮັບອະນຸມັດ ກຽມກໍ່ສ້າງມີທັງໝົດ 102 ໜ່ວຍ, ກຳລັງຕິດຕັ້ງໄຟຟ້າບັນລຸ 113 ລ້ານກິໂລວັດ, ເຮັດໃຫ້ຂະແໜງພະລັງງານໄຟຟ້ານິວເຄຣຍ ຂອງ ສປ ຈີນ ຂຶ້ນເປັນອັນດັບທີໜຶ່ງຂອງໂລກ ເປັນຄັ້ງທຳອິດ.
ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ