Home ຂ່າວພາຍໃນ ຫຼວງພະບາງ ຈັດງານສັບປະດາແຫ່ງຊາດ ພາຍໃຕ້ຄໍາຂວັນ“ຖະໜົນເພື່ອຊີວິດ ຂັບລົດຊ້າ, ຊີວິດຍືນຍາວ”

ຫຼວງພະບາງ ຈັດງານສັບປະດາແຫ່ງຊາດ ພາຍໃຕ້ຄໍາຂວັນ“ຖະໜົນເພື່ອຊີວິດ ຂັບລົດຊ້າ, ຊີວິດຍືນຍາວ”

0

ການຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ປະຈໍາປີ 2025 ຢູ່ແຂວງຫຼວງພະບາງ ໄດ້ຈັດຂຶ້ນ ໃນວັນທີ 26 ເມສານີ້ ທີ່ເດີ່ນທາດຫຼວງ ນະຄອນ ຫຼວງພະບາງ, ມີ ທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍ ຄະນະກໍາມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ຂັ້ນແຂວງ, ພະນັກງານອ້ອມຂ້າງແຂວງ ແລະ ນັກຮຽນເຂົ້າຮ່ວມ.

ທ່ານ ບຼົ່ງວ່າງ ຫວ່າງເຈ່ຍຊ່າ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ມີຄຳເຫັນວ່າ: ແຂວງຫຼວງພະບາງ ເປັນແຂວງທີ່ນັກທ່ອງທ່ຽວເຂົ້າມາທ່ຽວຊົມເປັນຈໍານວນຫຼາຍໃນແຕ່ລະປີ ແລະ ມີອຸບັດຕິເຫດເກີດຂຶ້ນຫຼາຍຄັ້ງ, ໂດຍສະເພາະໄລຍະປີ 2021–2024 ທົ່ວແຂວງມີອຸບັດຕິເຫດເກີດຂຶ້ນ ທັງໝົດ 1,567 ຄັ້ງ, ມີຜູ້ເສຍຊີວິດ ຈໍານວນ 205 ຄົນ, ມູນຄ່າການເສຍຫາຍ 22 ຕື້ 700 ລ້ານກວ່າກີບ, ສະເພາະປີ 2024 ທົ່ວແຂວງ ມີອຸບັດຕິເຫດເກີດຂຶ້ນ 481 ຄັ້ງ, ມີຜູ້ໄດ້ຮັບບາດເຈັບ 828 ຄົນ, ເສຍຊີວິດ 55 ຄົນ, ພາຫະນະເປ່ເພ 894 ຄັນ, ມູນຄ່າການເສຍຫາຍ 9 ຕື້ກວ່າກີບ, ພາຫະນະທີ່ເກີດອຸບັດຕິເຫດສ່ວນຫຼາຍ ແມ່ນລົດຈັກ, ຮອງລົງມາແມ່ນປະເພດລົດໃຫຍ່, ລົດບັນທຸກ ແລະ ອື່ນໆ, ສ່ວນຜູ້ເຄາະຮ້າຍຈາກການເກີດອຸບັດຕິເຫດ ແມ່ນຊາວໜຸ່ມ, ໄວໜຸ່ມ, ນັກຮຽນນັກສຶກສາ ກວມ 80%, ສາເຫດທີ່ພາໃຫ້ເກີດອຸບັດຕິເຫດ ແມ່ນຄວາມໄວເກີນກຳນົດ, ເມົາແລ້ວຂັບ, ປ່ຽນທິດທາງກະທັນຫັນ, ບໍ່ປ່ອຍສິດ ແລະ ບໍ່ປະຕິບັດກົດລະບຽບຈະລາຈອນ.

ໂອກາດນີ້ ທ່ານ ນາງ ສິລິພອນ ສຸພັນທອງ ໄດ້ກ່າວເປີດພິທີວ່າ: ການຈັດງານໃນຄັ້ງນີ້, ພາຍໃຕ້ຄໍາຂັວນທີ່ວ່າ ‘’ຖະໜົນເພື່ອຊີວິດ ຂັບລົດຊ້າ ຊີວິດຍືນຍາວ‘’ ເປັນການປູກຈິດສຳນຶກ ໃນການປະຕິບັດກົດໝາຍ ແລະ ລະບຽບການຈະລາຈອນ, ເພື່ອໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນເອົາໃຈໃສ່ ປະຕິບັດກົດລະບຽບຈະລາຈອນໃຫ້ເຂັ້ມງວດ, ເພື່ອຫຼຸດຜ່ອນອຸບັດຕິເຫດ ຕາມທ້ອງຖະໜົນ, ທັງປົກປ້ອງຊີວິດ ແລະ ຊັບສິນ ທີ່ອາດຈະເກີດຂຶ້ນ.

ການຈັດງານຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ ພ້ອມກັນຍ່າງເພື່ອສຸຂະພາບ ໂດຍເລີ້ມຈາກເດີ່ນທາດຫຼວງ ໄປຫາ ໜ້າຫ້ອງວ່າການແຂວງ ແລ້ວກັບຄືນມາຈຸດເລີ້ມຕົ້ນ, ໄລຍະທາງປະມານ 3 ກິໂລແມັດ. ຈາກນັ້ນ ໄດ້ມີກິດຈະກໍາຖາມຕອບ ເພື່ອແລກຂອງຂັວນ ເປັນໝວກກັນນັອກ ແລະ ອື່ນໆ.

(ແຫຼ່ງຂ່າວ: ແຂວງຫຼວງພະບາງ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version