ເພື່ອສະແດງການຕອບຮັບຕາມຄຳເຊີນ ຂອງກອງທັບ ສະຫະພັນ ຣັດເຊຍ ແລະ ປະຕິບັດຕາມແຜນການ ຂອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ມາຮອດເວລາ 01:00 ໂມງ ຂອງວັນທີ 24 ເມສາ 2025 ນີ້, ກ້ອນກຳລັງສວນສະໜາມ ຂອງກອງທັບປະຊາຊົນລາວ ນຳພາໂດຍ ສະຫາຍ ພັນໂທ ສັນຕິ ຈັນທະລັງສອນ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະໄດ້ເດີນທາງເພື່ອເຂົ້າຮ່ວມພິທີສວນສະໜາມ ເນື່ອງໃນໂອກາດ ວັນໄຊຊະນະສົງຄາມປ້ອງກັນປິຕຸພູມ ຄົບຮອບ 80 ປີ ເຊິ່ງຈະໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2025 ທີ່ນະຄອນຫຼວງມົດສະກູ ສ ຣັດເຊຍ.

ໃນເວລາ 17:30 ໂມງ ຂອງວັນດຽວກັນ, ຄະນະກ້ອນກຳລັງສວນສະໜາມ ຂອງກອງທັບປະຊາຊົນລາວ ໄດ້ເດີນທາງມາເຖິງສະໜາມບິນ ນະຄອນຫຼວງມົດສະກູ ສ ຣັດເຊຍ ດ້ວຍຄວາມສະຫວັດດີພາບ ເຊິ່ງມີເຈົ້າໜ້າທີ່ ຂອງກອງທັບ ສ ຣັດເຊຍ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ນຳພາ ຄະນະກ້ອນກຳລັງສວນສະໜາມ ຂອງກອງທັບປະຊາຊົນລາວ ເຂົ້າສູ່ສະຖານທີ່ພັກເຊົາ ເພື່ອກະກຽມຫັດແອບຮ່ວມກັບກຳລັງສວນສະໜາມ ຂອງຫຼາຍພາກສ່ວນ ກ່ອນການເຂົ້າຮ່ວມພິທີສວນສະໜາມໃຫ້ໄດ້ຮັບຜົນດີ.